ໃນວັນທີ 28 ສິງຫາ 2020 ທີ່ຜ່ານມານີ້, ສະຫາຍ ນາງ ສູນທອນ ໄຊຍະຈັກ ກໍາມະການສູນກາງພັກ, ຫົວໜ້າຄະນະພົວພັນ ຕ່າງປະເທດສູນກາງພັກ ປະຊາຊົນ ປະຕິວັດລາວ ໄດ້ພົບປະທາງໄກກັບ ສະຫາຍ ຮວ່າງ ບິ່ງ ກວັນ ກໍາມະການສູນກາງພັກ, ຫົວໜ້າຄະນະພົວພັນ ຕ່າງປະເທດສູນກາງພັກກອມມູນິດ ຫວຽດນາມ ໂດຍປະຕິບັດຕາມກົນໄກພົບປະ ລະຫວ່າງ ສອງຄະນະພົວພັນຕ່າງ ປະເທດສູນກາງພັກ ປະຊາຊົນ ປະຕິວັດລາວ ແລະ ພັກກອມມູນິດ ຫວຽດນາມ.
ໃນການພົບປະຄັ້ງນີ້, ສະຫາຍ ນາງ ສູນທອນ ໄຊຍະຈັກ ໄດ້ສະແດງຄວາມປິຕິຍິນດີ ທີ່ໄດ້ມີ ໂອກາດພົບປະ ກັບ ສະຫາຍ ຫົວໜ້າຄະນະພົວພັນ ຕ່າງປະເທດສູນກາງພັກກອມມູນິດ ຫວຽດນາມ, ພ້ອມທັງ ແຈ້ງໃຫ້ຝ່າຍຫວຽດນາມ ຊາບກ່ຽວກັບສະພາບພົ້ນເດັ່ນໃນ ສປປ ລາວ ໃນປີ 2020, ຕີລາຄາການພົວພັນຮ່ວມມື ລະຫວ່າງ ລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະ ລະຫວ່າງ ສອງຄະ ນະພົວພັນຕ່າງປະເທດສູນກາງພັກ ຂອງສອງພັກ, ທັງໄດ້ປຶກສາຫາລືກັບຄູ່ຮ່ວມ ຕໍາແໜ່ງກ່ຽວກັບທິດ ທາງ ການຮ່ວມມືສອງຝ່າຍໃນຕໍ່ໜ້າ, ນອກນັ້ນ, ສະຫາຍ ຍັງໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ບັນດາ ຜົນສໍາເລັດໃນການພັດທະນາ ເສດຖະກິດ-ສັງຄົມ ຂອງຫວຽດນາມ ໃນປີ 2020, ພິເສດ ແມ່ນຜົນສໍາເລັດ ໃນການເປັນປະທານ ກອງປະຊຸມສຸດຍອດ ຄັ້ງທີ 36 ຂອງອາຊຽນ, ຜົນສໍາເລັດໃນການສະກັດກັ້ນ, ຄວບຄຸມການແຜ່ລະບາດ ຂອງພະຍາດໂຄວິດ-19 ຢູ່ ສສ ຫວຽດນາມ ໃນປະຈຸບັນ.
ສະຫາຍ ຮວ່າງ ບິ່ງ ກວັນ ກໍໄດ້ສະແດງຄວາມດີໃຈ ທີ່ໄດ້ມີໂອກາດພົບປະທາງໄກ ກັບຝ່າຍລາວ ແລະ ໄດ້ແຈ້ງໃຫ້ຊາບກ່ຽວກັບ ສະພາບພົ້ນເດັ່ນຂອງ ສສ ຫວຽດນາມ, ຕີລາຄາຜົນສໍາເລັດ ຂອງການພັດທະນາ ເສດຖະກິດ-ສັງຄົມ ຢູ່ ລາວ ໃນປີ 2020 ກໍຄື ຕີລາຄາຜົນການຮ່ວມມື ສອງຝ່າຍ, ມີຄວາມເປັນ ເອກະພາບຕໍ່ທິດທາງການຮ່ວມມື ລະຫວ່າງ ສອງຄະນະພົວພັນຕ່າງ ປະເທດສູນກາງພັກ ໃນຊຸມປີຕໍ່ໜ້າ ເພື່ອສືບຕໍ່ປະກອບສ່ວນເຂົ້າໃນການ ເພີ່ມພູນຄູນສ້າງສາຍພົວພັນ ມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນ ສອງຊາດ ລາວ-ຫວຽດນາມ-ຫວຽດນາມ-ລາວ. ນອກນັ້ນ, ສອງຝ່າຍ ຍັງໄດ້ແລກປ່ຽນທັດສະນະ ກ່ຽວກັບສະພາບການພາກພື້ນ ແລະ ສາກົນ ທີ່ ພວມສືບຕໍ່ຜັນແປ ໄປຢ່າງສັບສົນ, ວ່ອງໄວໃນປະຈຸບັນ.
ເນື່ອງໃນໂອກາດວັນຊາດ ສສ ຫວຽດນາມ ຄົບຮອບ 75 ປີ, ສະຫາຍ ນາງ ສູນທອນ ໄຊຍະຈັກ ຍັງໄດ້ອວຍພອນ ສະຫາຍ ຮວ່າງ ບິ່ງກວັນ ພ້ອມຄະນະນໍາ ແລະ ພະນັກງານທົ່ວ ຄະນະພົວພັນ ຕ່າງປະເທດສູນກາງພັກກອມມູນິດ ຫວຽດນາມ ຈົ່ງສືບຕໍ່ຍາດໄດ້ຜົນສໍາເລັດໃໝ່, ໃຫຍ່ຫລວງກວ່າເກົ່າ ໃນໜ້າທີ່ການງານຂອງຕົນ, ສືບຕໍ່ປະກອບສ່ວນເຂົ້າໃນ ວຽກງານການຕ່າງປະເທດ ຂອງ ພັກກອມມູນິດຫວຽດນາມ ໃຫ້ນັບມື້ນັບມີປະສິດທິຜົນ.
Medialaos MMD (ແຫຼ່ງຂໍ້ມູນຈາກ: ສຳນັກຂ່າວສານປະເທດລາວ)