ກອງປະຊຸມການປະເມີນຮອບດ້ານວຽກງານຕ້ານການຟອກເງິນແລະການສະໜອງທຶນໃຫ້ແກ່ການກໍ່ການຮ້າຍຂອງສປປລາວໄດ້ຈັດຂຶ້ນໃນຮູບແບບທາງໄກໃນລະຫວ່າງວັນທີ 31 ສິງຫາຫາວັນທີ 03 ກັນຍາ 2020ທີ່ຫ້ອງປະຊຸມໃຫຍ່ຕຶກຕະຫຼາດຫຼັກຊັບລາວ ນະຄອນຫຼວງວຽງຈັນລະຫວ່າງຄະນະກໍາມະການແຫ່ງຊາດເພື່ອຕ້ານການຟອກເງິນແລະສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (ຄຕຟງ) ຂອງສປປລາວກັບກອງເລຂາກຸ່ມອາຊີປາຊີຟິກເພື່ອຕ້ານການຟອກເງິນ (APG) ແລະຄະນະປະເມີນຈາກປະເທດສປຈີນ, ອິນໂດເນເຊຍ, ມາເລເຊຍ, ນິວຊີແລນ, ສີລັງກາແລະໄທໂດຍການໃຫ້ກຽດເປັນປະທານຂອງທ່ານນາງວັດທະນາດາລາລອຍ, ຄະນະ ຄຕຟງ,ຮອງຜູ້ວ່າການທະນາຄານແຫ່ງສປປລາວ; ພ້ອມນີ້, ກໍ່ມີບັນດາຕາງໜ້າຈາກກະຊວງທີ່ກ່ຽວຂ້ອງ 14ກະຊວງເຂົ້າຮ່ວມ.

ທ່ານນາງວັດທະນາດາລາລອຍ, ຄະນະ ຄຕຟງ,ຮອງຜູ້ວ່າການທະນາຄານແຫ່ງສປປລາວໄດ້ກ່າວວ່າ:ປະຈຸບັນ, ສປປລາວພວມຢູ່ໃນຂັ້ນຕອນການປະເມີນຜົນຮອບດ້ານຮອບທີ 3ຂອງກຸ່ມ APG (ຊຶ່ງເປັນການປະເມີນຮອບດ້ານຄັ້ງທີ່ 2 ຂອງ ສປປ ລາວ) ລັດຖະບານຂອງພວກເຮົາໄດ້ເພີ່ມທະວີຄວາມເອົາໃຈໃສ່ໃນການຊີ້ນໍາວຽກງານການຕ້ານສະກັດກັ້ນການຟອກເງິນແລະການສະໜອງທຶນໃຫ້ແກ່ການກໍ່ການຮ້າຍໂດຍຖືເອົາວຽກງານດັ່ງກ່າວເປັນວຽກງານບູລິມະສິດໜຶ່ງທີ່ຕ້ອງໄດ້ຮັບການປັບປຸງແກ້ໄຂລວມເຖິງການວາງນະໂຍບາຍແລະການນໍາໃຊ້ມາດຕະການປ້ອງກັນແລະສະກັດກັ້ນບັນຫາດັ່ງກ່າວ. ແຕ່ພວກເຮົາເຫັນໄດ້ເຖິງຄວາມສໍາຄັນແລະຜົນກະທົບຂອງໄພຂົ່ມຂູ່ຂອງການຟອກເງິນແລະການສະໜອງທຶນໃຫ້ແກ່ການກໍ່ການຮ້າຍຊຶ່ງຖືເປັນອາຊະຍາກໍາທີ່ຮ້າຍແຮງທີ່ອາດຈະກໍ່ໃຫ້ເກີດຜົນກະທົບໃຫຍ່ຫຼວງແລະເປັນອັນຕະລາຍຕໍ່ການພັດທະນາເສດຖະກິດ-ສັງຄົມຂອງພວກເຮົາ.
ໃນໄລຍະຜ່ານມາ, ລັດຖະບານຂອງສປປລາວໄດ້ຮັບຮອງແລະຈັດຕັ້ງປະຕິບັດນິຕິກໍາຫຼາຍສະບັບເພື່ອຕ້ານການຟອກເງິນແລະການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ, ນອກຈາກນີ້ຍັງໄດ້ເຜີຍແຜ່ເພື່ອສ້າງຄວາມຮັບຮູ້ເຂົ້າໃຈກ່ຽວກັບວຽກງານຕ້ານການຟອກເງິນແລະການສະໜອງທຶນໃຫ້ແກ່ການກໍ່ການຮ້າຍທັງໃນລວງກວ້າງແລະລວງເລິກ, ມີການແລກປ່ຽນຂໍ້ມູນທີ່ຕິດພັນກັບການຕ້ານການຟອກເງິນແລະການສະໜອງທຶນໃຫ້ແກ່ການກໍ່ການຮ້າຍລະຫວ່າງພາກສ່ວນທີ່ກ່ຽວຂ້ອງ, ພາກສ່ວນຜູ້ຄຸ້ມຄອງແລະຫົວໜ່ວຍທີ່ມີໜ້າທີ່ລາຍງານຊຶ່ງໄດ້ຄ່ອຍໆພັດທະນາແລະຫັນເປັນລະບົບທັນສະໄໝຂຶ້ນເລື້ອຍໆ. ເພື່ອກະກຽມຄວາມພ້ອມຮອງຮັບໃຫ້ແກ່ການປະເມີນຜົນຮອບດ້ານ/ຮອບທີ 3 ຂອງສປປລາວ, ສໍານັກງານຂໍ້ມູນຕ້ານການຟອກເງິນໄດ້ເຮັດວຽກຢ່າງໃກ້ຊິດກັບບັນດາພາກສ່ວນທີ່ກ່ຽວຂ້ອງ, ເອົາໃຈໃສ່ຈັດຕັ້ງປະຕິບັດບັນດານິຕິກໍາທີ່ກ່ຽວຂ້ອງແລະສາມາດນໍາສົ່ງບົດລາຍງານດ້ານນິຕິກໍາໃຫ້ແກ່ຄະນະປະເມີນທັນຕາມກໍານົດເວລາ.
ທ່ານນາງວັດທະນາດາລາລອຍ, ຄະນະ ຄຕຟງ,ຮອງຜູ້ວ່າການທະນາຄານແຫ່ງສປປລາວຍັງໄດ້ຢັ້ງຢືນວ່າການທີ່ສປປລາວໄດ້ພະຍາຍາມລວບລວມຂໍ້ມູນທີ່ກ່ຽວຂ້ອງ, ປະກອບຂໍ້ມູນໃຫ້ຄົບຖ້ວນຕາມຄໍາແນະນໍາຂອງຄະນະປະເມີນລວມເຖິງການທໍາຄວາມເຂົ້າໃຈຕໍ່ກັບ 40 ຂໍ້ແນະນໍາຂອງອົງການຕ້ານການຟອກເງິນສາກົນ. ເຖິງຢ່າງໃດກໍ່ຕາມ, ນັບຕັ້ງແຕ່ສປປລາວໄດ້ສົ່ງບົດລາຍງານດ້ານນິຕິກໍາໃຫ້ຄະນະປະເມີນໃນທ້າຍເດືອນມີນາ 2020 ຜ່ານມາ, ພວກເຮົາໄດ້ພົບບັນຫາທ້າທາຍຫຼາຍຢ່າງທີ່ເກີດຂຶ້ນເປັນຕົ້ນກໍ່ແມ່ນການແຜ່ລະບາດຂອງເຊື້ອພະຍາດປອດອັກເສບ (COVID-19) ຊຶ່ງໄດ້ສົ່ງຜົນກະທົບຕໍ່ທຸກໆແຜນວຽກເຮັດໃຫ້ການເຄື່ອນໄຫວວຽກງານຕົວຈິງຂອງຫຼາຍພາກສ່ວນຖືກຢຸດສະງັກບໍ່ມີຄວາມຄືບໜ້າດ້ານປະສິດທິຜົນດ້ວຍສິ່ງທ້າທາຍດັ່ງກ່າວເຮັດໃຫ້ພວກເຮົາຈໍາເປັນຕ້ອງເວັ້ນໄລຍະຫ່າງແລະຈໍາຕ້ອງເຮັດວຽກໃນສະພາບແວດລ້ອມແບບໃໝ່ເຊັ່ນດຽວກັບທີ່ພວກເຮົາຈໍາເປັນຕ້ອງໄດ້ຈັດກອງປະຊຸມທາງໄກແບບນີ້ກັບກອງເລຂາ APG ແລະ6 ປະເທດຄະນະປະເມີນຮອບດ້ານ.
Medialaos MMD (ແຫຼ່ງຂໍ້ມູນຈາກ: ຣັດສະໝີ ດວງສັດຈະ)