ໃນຕອນເຊົ້້າວັນທີ 04 ກັນຍາ 2020 ທ່ານ ພັນເອກ ປອ ເພັງສະຫວັນ ທິບພະວົງໄຊ, ຮອງຫົວຫນ້າກົມໃຫ່ຍ ຕໍາຫລວດແຫ່ງຊາດ, ກະຊວງປ້ອງກັນຄວາມສະງົບ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານນາງ ດຣ. ເພຍ ຣີແບນໂລ ບຣິດໂຕ (Dr Pia Rebello Britto) ຜູ້ຕາງໜ້າຂອງອົງການຢູນີເຊັບ (UNICEF) ຄົນໃໝ່ ປະຈຳ ສປປ ລາວ.

ໃນໂອກາດນີ້, ທ່ານ ພັນເອກ ປອ ເພັງສະຫວັນ ທິບພະວົງໄຊ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນມາຍັງ ທ່ານຜູ້ຕາງໜ້າຂອງອົງການ UNICEF ຄົນໃໝ່ ປະຈຳ ສປປ ລາວ.

ໃນ ສປປ ລາວ ອົງການຢູນິເຊັບ ໄດ້ເຮັດວຽກໃນການເສີມສ້າງຕາໜ່າງວຽກງງານປົກປ້ອງເດັກ ຈາກການໃຊ້ຄວາມຮຸນແຮງ, ການຄ້າມະນຸດ ແລະ ອື່ນໆ
