ໄລຍະ 8 ເດືອນທີ່ຜ່ານມາຂອງປີ 2020 ນີ້, ທົ່ວແຂວງອັດຕະປື ມີອຸບັດເຫດເກີດຂຶ້ນທັງໝົດ 116 ລາຍ, ລວມມູນຄ່າເສຍຫາຍສູງເຖິງ 2 ຕື້ກວ່າກີບ. ຕາມການໃຫ້ສໍາພາດ ຂອງທ່ານ ຮ້ອຍເອກ ບົວໄລ ປານຄຳ ຫົວໜ້າກອງຄະດີອຸບັດເຫດ ກອງບັນຊາການປ້ອງກັນຄວາມສະຫງົບ ແຂວງອັດຕະປື ໃຫ້ຮູ້ເມື່ອບໍ່ດົນມານີ້ວ່າ: ໃນໄລຍະ 8 ເດືອນປີ 2020 ທົ່ວແຂວງອັດຕະປື ມີອຸບັດເຫດເກີດຂຶ້ນທັງໝົດ 116 ລາຍ, ທຽບໃສ່ໃນໄລຍະດຽວກັນຂອງປີຜ່ານມາຫຼຸດລົງ 22 ລາຍ ແຕ່ເມື່ອທຽບໃສ່ຜູ້ເສຍຊີວິດເພີ່ມຂຶ້ນ 6 ລາຍ, ອຸບັດເຫດທີ່ເກີດຂຶ້ນນັ້ນໄດ້ມີພາຫະນະເປ່ເພ 204 ຄັນ ເປ່ເພເລັກໜ້ອຍ 96 ຄັນ ເປ່ເພສົມຄວນ 100 ຄັນ ແລະ ໃຊ້ການບໍ່ໄດ້ມີ 8 ຄັນ, ອຸບັດເຫດທີ່ເກີດຂຶ້ນມີລົດຈັກຕຳລົດຈັກ 45 ລາຍ, ລົດຈັກຕຳລົດໃຫຍ່ 37 ລາຍ, ລົດໃຫຍ່ຕຳລົດໃຫຍ່ 8 ລາຍ, ລົດໃຫຍ່ປີ້ນເອງ 9 ລາຍ, ລົດຈັກຕຳສັດລ້ຽງ 5 ລາຍ, ລົດໃຫຍ່ຕຳສັດລ້ຽງ 2 ລາຍ, ລົດຈັກຕຳຄົນຍ່າງ 2 ລາຍ, ມີຄົນໄດ້ຮັບບາດເຈັບທັງໝົດ 216 ຄົນ, ບາດເຈັບເລັກໜ້ອຍ 91 ຄົນ, ບາດເຈັບສົມຄວນ 86 ຄົນ, ບາດເຈັບສາຫັດ 10 ຄົນ ແລະ ເສຍຊີວິດ 29 ຄົນ, ຍິງ 2 ຄົນ, ລວມມູນຄ່າເສຍຫາຍທັງໝົດ 2 ຕື້ກວ່າກີບ. ສຳລັບສາເຫດຂອງການເກີດອຸບັດເຫດສ່ວນໃຫຍ່ ຍ້ອນນັກຂັບຂີ່ບໍ່ປະຕິບັດກົດລະບຽບຈະລາຈອນເປັນຕົ້ນແມ່ນເກີດຈາກການດື່ມສິ່ງມຶນເມົາ ແລ້ວຂັບຂີ່ ລວມທັງສະພາບເຕັກນິກຂອງລົດບໍ່ຄົບຖ້ວນ.
ທ່ານຮ້ອຍເອກ ບົວໄລ ປານຄຳ ໃຫ້ຮູ້ຕື່ມວ່າ: ໃນໄລ ຍະຜ່ານມາພະແນກຈະລາຈອນແຂວງ ໄດ້ສຸມໃສ່ເຄື່ອນໄຫວສະກັດກັ້ນສະພາບອຸບັດເຫດບົນທ້ອງຖະໜົນດ້ວຍຫຼາຍວິທີເປັນຕົ້ນໄດ້ລົງເຮັດວຽກໂຄສະນາຕາມສຳນັກງານອົງ ການ, ໂຮງຮຽນ ແລະ ສະຖານ ທີ່ຊຸມຊົນ, ທັງຈັດສັນລະບຽບການສັນຈອນຕາມທ້ອງຖະ ໜົນຫຼວງ ແລະ ກວດກາຕາມປ້ອມດ່ານ ພ້ອມທັງເຮັດວຽກສຶກສາອົບຮົມກ່າວເຕືອນຜູ້ຂັບຂີ່ລົດໄວ, ໃຊ້ສຽງດັງ, ການຂີ່ລົດເປັນພຶງເປັນແພທີ່ສ່ຽງຕໍ່ການເກີດອຸບັດເຫດ ແລະ ບຸກຄົນທີ່ດື່ມສິ່ງມຶນເມົາ ພ້ອມທັງໃຊ້ມາດຕະການກັກ – ຢຶດຍານພາຫະນະ ເພື່ອປັບໃໝຕາມສະຖານໜັກ, ເບົາແຕ່ກໍຍັງເຫັນວ່າສະພາບການເກີດອຸບັດເຫດຍັງປະກົດມີໃຫ້ເຫັນຢູ່.
ໂອກາດດັ່ງກ່າວ, ທ່ານຮ້ອຍເອກ ບົວໄລ ປານຄໍາ ຍັງໄດ້ຮຽກຮ້ອງເຖິງບັນດາຜູ້ຂັບຂີ່ ແລະ ນຳໃຊ້ຍານພາຫະນະທຸກປະເພດ ໃນທ້ອງຖະໜົນ ຕ້ອງເອົາໃຈໃສ່ປະຕິບັດກົດລະບຽບຈະລາຈອນ ວາງອອກຢ່າງເຂັ້ມງວດ ເພື່ອຫຼີກລ່ຽງການເກີດອຸບັດຕິເຫດ.
Medialaos MMD (ແຫຼ່ງຂໍ້ມູນຈາກ: ໜັງສືພິມ ປະຊາຊົນ)