ກອງປະຊຸມໃຫຍ່ສະມັດ ຊາລັດຖະສະພາລະຫວ່າງຊາດອາຊຽນ ໄອປາ (AIPA) ຄັ້ງທີ 41 ແບບທາງໄກ (ຜ່ານວີດີ ໂອ) ໄດ້ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 8 ກັນຍານີ້ ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດ ນາມໂດຍການເປັນປະທານຂອງທ່ານ ນາງ ຫງວຽນ ທິ ກິມເງິນ ປະທານສະພາແຫ່ງຊາດ ສສ ຫວຽດນາມ ປະທານກອງປະຊຸມ AIPA ໂດຍການເຂົ້າຮ່ວມຂອງທ່ານ ຫງວຽນ ຝູ ຈ້ອງ ປະທານປະເທດແຫ່ງສສ ຫວຽດນາມ, ທ່ານ ຫງວຽນ ຊວັນ ຟຸກ ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂອງລັດ ຖະສະພາສະມາຊິກ AIPA ເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ໄດ້ລົງເລິກ 6 ກອງປະຊຸມໃຫຍ່ສຳຄັນຄື: 1. ກອງປະຊຸມສະມາຊິກ ລັດຖະສະພາເພດຍິງ AIPA ເພື່ອການສົ່ງເສີມບົດບາດຂອງສະມາຊິກລັດຖະສະພາເພດຍິງໃນການຮັບປະກັນທາງດ້ານວຽກເຮັດງານທຳ ແລະ ລາຍຮັບສຳລັບແຮງງານເພດຍິງ. 2. ກອງປະຊຸມກຳມາທິການການເມືອງ-ຄວາມໝັ້ນຄົງ. 3. ກອງປະຊຸມກຳມາທິການເສດຖະກິດ. 4. ກອງປະຊຸມກຳມາທິການສັງຄົມ. 5. ກອງປະຊຸມກຳມາທິການວຽກງານພາຍໃນ. 6. ກອງປະຊຸມແບບບໍ່ເປັນທາງການຂອງສະມາຊິກລັດຖະສະພາໜຸ່ມ AIPA.
ໃນກອງປະຊຸມໃຫຍ່ສະ ມັດຊາລັດຖະສະພາ ລະຫວ່າງ ຊາດອາຊຽນ (AIPA) ຄັ້ງທີ 41 ນີ້ ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດແຫ່ງສປປລາວ ຫົວໜ້າຄະນະຜູ້ແທນສະພາແຫ່ງຊາດລາວ ກໍໄດ້ມີຄຳເຫັນຕໍ່ກອງປະຊຸມໃຫຍ່ ສະມັດຊາລັດຖະສະພາລະ ຫວ່າງຊາດອາຊຽນ (AIPA) ຄັ້ງທີ 41 ພາຍໃຕ້ຫົວຂໍ້ “ການທູດ ລັດຖະສະພາເພື່ອອາຊຽນທີ່ໜຽວແໜ້ນ ແລະ ຕອບສະໜອງຕໍ່ສະພາບການ Parliamentary Diplomacy for Cohesive and Responsive ASEAN” ໂດຍມີເນື້ອໃນສຳຄັນບາງຕອນທ່ານໄດ້ກ່າວໃຫ້ຮູ້ວ່າ: ສະພາແຫ່ງຊາດລາວຕີລາຄາສູງ ແລະ ສະໜັບສະໜູນຕໍ່ຄໍາຂວັນຂອງກອງປະຊຸມໄອປາ ຄັ້ງທີ 41 ທີ່ວ່າ: “ການທູດລັດຖະສະພາເພື່ອອາຊຽນທີ່ໜຽວແໜ້ນ ແລະ ຕອບສະໜອງຕໍ່ສະພາບການ” ຊຶ່ງເປັນການຜັນຂະຫຍາຍເນື້ອໃນຈິດໃຈຂອງກອງປະຊຸມສຸດຍອດຜູ້ນຳອາຊຽນຄັ້ງທີ 36 ທີ່ໃຫ້ຄວາມສຳຄັນແກ່ການຮ່ວມມືທີ່ໃກ້ຊິດກວ່າເກົ່າລະຫວ່າງສະມາຊິກອາຊຽນ ແລະ ຄູ່ຮ່ວມອາຊຽນເພື່ອຮັບມືກັບບັນດາສິ່ງທ້າທາຍທີ່ເກີດຂຶ້ນໃນພາກພື້ນອາຊຽນ.
ເພື່ອເປັນການຮັບມືກັບສິ່ງທ້າທາຍທັງຮູບແບບເກົ່າ ແລະ ໃໝ່ທີ່ເກີດຂຶ້ນໃນພາກພື້ນອາຊຽນ ກໍຄືໃນໂລກ, ໃນໄລຍະຜ່ານມາ ໄອປາ ໃນນາມທີ່ເປັນຕົວແທນຂອງປະຊາຊົນອາຊຽນ ກໍໄດ້ເຮັດບົດບາດການທູດລັດຖະສະພາດ້ວຍຄວາມເປັນເຈົ້າການເຂົ້າໃນການຊຸກຍູ້ສົ່ງເສີມການຮ່ວມມືຢ່າງໃກ້ຊິດລະຫວ່າງສະມາຊິກໄອປາດ້ວຍກັນ, ລວມທັງການພິຈາລະນາຮັບຮອງເອົາມະຕິທີ່ສຳຄັນຫຼາຍສະບັບໃນກອງປະຊຸມໃຫຍ່ປະຈຳປີຂອງຕົນກໍໍຄືການປະກອບສ່ວນເຂົ້າໃນຂະບວນການສ້າງປະຊາຄົມອາຊຽນທີ່ໜຽວແໜ້ນ ແລະ ຕອບສະໜອງຕໍ່ສະພາບການ. ແນໃສ່ຊຸກຍູ້ສົ່ງເສີມການຮ່ວມມືທາງດ້ານເສດຖະກິດ-ສັງຄົມ ແລະ ການເມືອງ-ຄວາມໝັ້ນຄົງຂອງພາກພື້ນອາຊຽນບົນຫຼັກ ການຄວາມເປັນເອກະສັນ; ສົ່ງເສີມການມີສ່ວນຮ່ວມຂອງປະຊາຊົນກໍຄືທຸກພາກສ່ວນໃນສັງຄົມເຂົ້າໃນຂະບວນການສ້າງປະຊາຄົມອາຊຽນ; ຕອບສະໜອງທາງດ້ານນິຕິກຳທີ່ມີຄວາມສອດຄ່ອງກົມກຽວກັນ, ຮັບປະກັນໃຫ້ແກ່ການຄຸ້ມຄອງລັດ-ຄຸ້ມຄອງສັງຄົມດ້ວຍກົດໝາຍ; ແລກປ່ຽນບົດຮຽນ ແລະ ປະສົບການທີ່ດີນຳກັນໃນການປະຕິບັດໜ້າທີ່ຂອງລັດຖະສະພາສະມາຊິກໄອປາ; ເປັນເຈົ້າການໃນການພິຈາລະນາໃຫ້ສັດຕະຍາບັນແກ່ສົນທິສັນຍາ ແລະ ສັນຍາຕ່າງໆໃນຂອບການຮ່ວມມືອາຊຽນເພື່ອຮັບປະກັນໃຫ້ແກ່ການຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2025 ແລະ ແຜນແມ່ບົດຂອງສາມເສົາຄໍ້າປະຊາຄົມອາຊຽນ 2025 ໃຫ້ປະກົດຜົນເປັນຈິງ.
ໃນປີ 2020 ນີ້, ໂລກ ກໍຄືພາກພື້ນອາຊຽນພວກເຮົາ ໄດ້ປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງ ເປັນຕົ້ນແມ່ນບັນຫາການແຜ່ລະບາດຂອງພະຍາດໂຄວິດ-19, ໄພພິບັດທາງທຳມະຊາດ ແລະ ອື່ນໆ ຊຶ່ງໄດ້ສົ່ງຜົນກະທົບຢ່າງໜັກໜ່ວງ ຕໍ່ການພັດທະນາເສດຖະກິດ-ສັງຄົມ, ສະຖຽນລະພາບ ແລະ ຄວາມໝັ້ນຄົງຂອງພາກພື້ນ ແລະ ໃນໂລກ. ຕໍ່ໜ້າສະພາບການດັ່ງກ່າວ, ຂ້າພະເຈົ້າ ຕີລາຄາສູງ ຕໍ່ມາດຕະການຕອບໂຕ້ຢ່າງທັນການຂອງອາຊຽນ ໂດຍສະເພາະຫວຽດນາມ ໃນ ນາມປະທານອາຊຽນ ທີ່ໄດ້ຈັດ ກອງປະຊຸມສຸດຍອດອາຊຽນ ແລະ ອາຊຽນບວກສາມສະ ໄໝພິເສດ ແລະ ກອງປະຊຸມລະຫວ່າງຜູ້ນຳໄອປາ ແລະ ຜູ້ນຳອາຊຽນແບບທາງໄກ ຂຶ້ນ ໃນເດືອນເມສາ ທີ່ຜ່ານມາ ຊຶ່ງບັນດາຜູ້ນຳອາຊຽນ ແລະ ຄູ່ຮ່ວມມື ແລະ ຜູ້ນໍາອົງການນິຕິ ບັນຍັດໄດ້ຢືນຢັນ ເຖິງຄວາມໝາຍໝັ້ນ ທີ່ຈະຮ່ວມມືກັນໃນການຕອບໂຕ້ກັບພະຍາດລະບາດດັ່ງກ່າວ. ຈາກຜົນຂອງກອງປະຊຸມ ແລະ ການນຳໃຊ້ ມາດຕະການຕ່າງໆໄດ້ຢັ້ງຍືນໃຫ້ເຫັນວ່າຄວາມສ່ຽງຈາກການແຜ່ລະບາດຂອງພະຍາດໂຄວິດ-19 ໃນບັນດາປະເທດສະມາຊິກອາຊຽນແມ່ນຢູ່ໃນເກນທີ່ສາມາດຄວບຄຸມໄດ້.
ສປປ ລາວ ພວກຂ້າພະ ເຈົ້າ ໄດ້ຈັດຕັ້ງປະຕິບັດຖະແຫຼງ ການຮ່ວມຂອງຜູ້ນຳອາຊຽນກ່ຽວກັບການຕ້ານການແຜ່ລະ ບາດຂອງພະຍາດໂຄວິດ-19 ແລະ ເອົາໃຈໃສ່ເຝົ້າລະວັງ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດດັ່ງກ່າວຢ່າງທັນການດ້ວຍການອອກນິຕິກໍາ, ໂຄສະນາເຜີຍແຜ່ມາດຕະການເພື່ອສະກັດກັ້ນ ແລະ ຕ້ານກັບການແຜ່ລະບາດຂອງພະຍາດດັ່ງກ່າວໄປຄວບຄູ່ກັບການປຸກລະດົມໃຫ້ອົງການ ຈັດຕັ້ງລັດ, ພາກສ່ວນທຸລະກິດ, ຄອບຄົວ ແລະ ຊຸມຊົນໃນທົ່ວສັງຄົມເຂົ້າຮ່ວມຈັດຕັ້ງປະຕິບັດຢ່າງເຂັ້ມງວດ ຊຶ່ງມາຮອດ ປັດຈຸ ບັນນີ້, ສປປ ລາວ ມີຜູ້ຕິດເຊື້ອທັງໝົດ 22 ຄົນ, ປິ່ນປົວຫາຍດີ 21 ຄົນ, ສາມາດຄວບຄຸມ ແລະ ຮັບປະກັນໄດ້ຊີວິດຂອງປະຊາຊົນຈາກໄພຄຸກຄາມຢ່າງຮ້າຍແຮງຂອງພະຍາດໂຄວິດດັ່ງກ່າວ. ໄປຄຽງຄູ່ກັນນັ້ນ, ລັດຖະບານກໍໄດ້ເອົາໃຈໃສ່ແກ້ໄຂຜົນກະທົບທາງດ້ານເສດຖະກິດຈາກການແຜ່ລະບາດຂອງພະຍາດດັ່ງກ່າວດ້ວຍການວາງນະໂຍບາຍ, ມາດຕະການດ້ານເສດຖະກິດ-ການຄ້າ-ການເງິນ-ເງິນຕາ ເພື່ອຟື້ນຟູ ແລະ ສົ່ງເສີມການຜະລິດທຸລະກິດ ແລະ ການບໍລິການໂດຍສະເພາະແມ່ນການເລີ່ມຕົ້ນເຮັດທຸລະກິດແບບໃໝ່ຂອງໄວໜຸ່ມຜ່ານລະບົບອອນລາຍເພີ່ມຂຶ້ນ.
Medialaos MMD (ແຫຼ່ງຂໍ້ມູນຈາກ: ໜັງສືພິມ ປະຊາຊົນ)