ໃນຕອນເຊົ້າວັນທີ 07 ກັນຍາ 2020, ທີ່ ກະຊວງການຕ່າງປະເທດ, ນະຄອນຫຼວງວຽງຈັນ, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງ ສປປ ລາວ ໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມລະດັບເຈົ້າໜ້າທີ່ອາວຸໂສອາຊຽນ (ASEAN Senior Officials’ Meeting) ແບບທາງໄກ ພາຍໃຕ້ການເປັນປະທານຂອງ ສສ. ຫວຽດນາມ ໃນຖານະປະທານໝູນວຽນອາຊຽນ ປີ 2020.

ກອງປະຊຸມ ໄດ້ປຶກສາຫາລືການກະກຽມທາງດ້ານເນື້ອໃນ, ພາລະທິການ ແລະ ພິທີການ ໃຫ້ແກ່ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 53, ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ບວກນຶ່ງ, ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ບວກສາມ ຄັ້ງທີ 21, ກອງປະຊຸມລັດຖະມົນຕີຕ່າງປະເທດ ຂອງກອງປະຊຸມສຸດຍອດອາຊີຕາເວັນອອກ ຄັ້ງທີ 10 ແລະ ກອງປະຊຸມເວທີພາກພື້ນອາຊຽນ ຄັ້ງທີ 27, ເຊິ່ງຈະຈັດຂຶ້ນ ໃນວັນທີ 09-12 ກັນຍາ 2020.
ພ້ອມນີ້, ກອງປະຊຸມ ຍັງໄດ້ຮັບຊາບຄວາມຄືບໜ້າໃນການຈັດຕັ້ງປະຕິບັດ ບັນດາບູລິມະສິດການເປັນປະທານອາຊຽນຂອງຫວຽດນາມ ສົກປີ 2020 ໂດຍສະເພາະ ຄວາມຄືບໜ້າໃນການທົບທວນກາງສະໄໝ ແຜນແມ່ບົດປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ 2025, ວິໄສທັດປະຊາຄົມອາຊຽນ ຫຼັງປີ 2025, ການປ້ອງກັນ, ຮັບມືແລະແກ້ໄຂການແຜ່ລະບາດພະຍາດໂຄວິດ-19, ການສ້າງຕັ້ງກອງທຶນອາຊຽນ ເພື່ອຮັບມືກັບການແຜ່ລະບາດຂອງພະຍາດດັ່ງກ່າວ, ການສ້າງຄັງແຮຢາປົວພະຍາດ ແລະ ອຸປະກອນການແພດ ສໍາລັບຮັບມື ແລະ ແກ້ໄຂພາວະສຸກເສີນ ດ້ານສາທາລະນະສຸກ ພາກພື້ນອາຊຽນ ແລະ ຮ່າງແຜນຟື້ນຟູຮອບດ້ານຂອງອາຊຽນຫຼັງໂຄວິດ-19.

ນອກຈາກນີ້, ກໍໄດ້ປຶກສາຫາລືການສືບຕໍ່ຮ່ວມມືກັບແຕ່ລະຄູ່ເຈລະຈາອາຊຽນ ແລະ ການພິຈາລະນາຂໍ້ສະເໜີຂອງປະເທດຕ່າງໆ ເພື່ອເຂົ້າເປັນພາຄີສົນທິສັນຍາໄມຕີຈິດ ແລະ ການຮ່ວມມື ໃນອາຊີຕາເວັນອອກສ່ຽງໃຕ້ ກໍຄືເຂົ້າເປັນຄູ່ຮ່ວມມືທາງການຂອງອາຊຽນ.ໃນຕອນບ່າຍຂອງວັນດຽວກັນ, ທ່ານຮອງລັດຖະມົນຕີ ທອງຜ່ານ ສະຫວັນເພັດ, ພ້ອມຄະນະ ໄດ້ສືບຕໍ່ເຂົ້າຮ່ວມກອງປະຊຸມຄະນະກຳມະການບໍລິຫານງານ ວ່າດ້ວຍ ເຂດປອດອາວຸດນິວເຄລຍ ໃນອາຊີຕາເວັນອອກສ່ຽງໃຕ້ (Executive Committee of the Southeast Asia Nuclear Weapon-Free Zone Commission ຫຼື SEANWFZ), ເຊິ່ງໄດ້ຮັບຊາບຄວາມຄືບໜ້າການຈັດຕັ້ງປະຕິບັດ ແຜນປະຕິບັດງານຂອງສົນທິສັນຍາ ວ່າດ້ວຍ ເຂດປອດອາວຸດນິວເຄລຍ ໃນອາຊີຕາເວັນອອກສ່ຽງໃຕ້ ປີ 2018-2022.
ກອງປະຊຸມຄັ້ງນີ້, ຍັງໄດ້ສຳເລັດການກະກຽມທັງທາງດ້ານເນື້ອໃນ ແລະ ພິທີການ ໃຫ້ແກ່ກອງປະຊຸມຄະນະກຳມະທິການ ວ່າດ້ວຍ ເຂດປອດອາວຸດນິວເຄລຍ ໃນອາຊີຕາເວັນອອກສ່ຽງໃຕ້ ລະດັບລັດຖະມົນຕີ (SEANWFZ Commission) ທີ່ຈະຈັດຂຶ້ນໃນວັນທີ 09 ກັນຍາ 2020.
Medialaos MMD (ແຫຼ່ງຂໍ້ມູນຈາກ: ກົມການຂ່າວ, ກະຊວງການຕ່າງປະເທດ)