ໃນຂອບເຂດ ກອງປະຊຸມ ລັດຖະມົນຕີ ການຕ່າງປະເທດ ອາຊຽນ ຄັ້ງທີ 53 ແລະ ບັນດາກອງປະຊຸມ ທີ່ກ່ຽວຂ້ອງ, ທ່ານ ຟ້າມ ບິ່ງມິນ,ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ການຕ່າງປະເທດ ຫວຽດນາມ ໄດ້ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມ ບັນດາກອງປະຊຸມ ລັດຖະມົນຕີການຕ່າງປະເທດ ອາຊຽນ – ອີຢູ ແລະ ກອງປະຊຸມ ລັດຖະມົນຕີ ການຕ່າງ ປະເທດ ອາຊຽນ – ອິນເດຍ ໄດ້ຈັດຂຶ້ນ ເມື່ອບໍ່ດົນມານີ້.
ໃນກອງປະຊຸມ ລັດຖະມົນຕີ ການຕ່າງປະເທດ ອາຊຽນ – ອີຢູ, ບັນ ດາລັດຖະມົນຕີ ໄດ້ຢືນຢັນຄຳໝັ້ນສັນຍາ ຢ່າງແຮງ ໃນການເພີ່ມທະວີ ການພົວພັນ ຮ່ວມມື ຮອບດ້ານ ລະຫວ່າງ ອາຊຽນ ແລະ ອີຢູ, ສືບຕໍ່ຊຸກຍູ້ ສາຍພົວພັນ “ຄູ່ຮ່ວມມື ໃນສາຍສຳພັນ” ພ້ອມທັງ ສືບຕໍ່ຜັນຂະຫຍາຍ ການຮ່ວມມື ໃນບັນດາຂົງເຂດ ທີ່ຕ່າງຝ່າຍຕ່າງ ມີຄວາມສົນໃຈ ແລະ ມີທ່າແຮງ ຢ່າງມີປະສິດທິຜົນ, ໃນນັ້ນມີ ເສດຖະກິດ – ການ ຄ້າ, ການເຊື່ອມຕໍ່, ຄົມມະນາຄົມ, ຕ້ານການກໍ່ການຮ້າຍ, ຕ້ານອາດຊະຍາກຳ ຂ້າມຊາດ, ການປ້ອງກັນ ຄວາມປອດໄພ ທາງເຄືອຂ່າຍ ອິນເຕີເນັດ.
ຂະນະທີ່ ກອງປະຊຸມລັດຖະມົນຕີ ການຕ່າງປະເທດ ອາຊຽນ – ອິນເດຍ, ບັນດາລັດຖະມົນຕີ ໄດ້ເຫັນດີ ຍູ້ແຮງການຮ່ວມມື ໃນບັນດາຂົງເຂດເສດຖະກິດ, ການຄ້າ ແລະ ການລົງທຶນ, ຮ່ວມມື ທາງທະເລ, ຕ້ານການ ກໍ່ການຮ້າຍ ແລະ ອາດຊະຍາກຳ ຂ້າມຊາດ.ນອກນີ້ ຍັງ ຢັ້ງຢືນຊ່ວຍໜູນ ອາຊຽນ ແກ້ໄຂຜົນຮ້າຍ ຈາກໂລກລະບາດ ແລະ ຊຸກຍູ້ ການຟື້ນຟູ ແບບຍືນຍົງ; ສົມທົບກັນ ຢ່າງແໜ້ນແຟ້ນ ກັບອາຊຽນ ໃນການຄົ້ນຄວ້າ ແລະ ຜະລິດວັກແຊັງ ແລະ ຢາປົວພະຍາດ ໂຄວິດ – 19.
ທີ່ບັນດາກອງປະຊຸມ ລະຫວ່າງ ອາຊຽນ ກັບ ອີຢູ ແລະ ອິນເດຍ, ບັນດາປະເທດ ໄດ້ສະຫງວນ ເວລາເພື່ອແລກປ່ຽນກ່ຽວກັບ ບັນດາບັນຫາໃນໂລກ ແລະ ພາກພື້ນ ທີ່ຕ່າງ ຝ່າຍຕ່າງມີຄວາມສົນໃຈ. ໃນນັ້ນ ມີສະພາບການ ຢູ່ທະເລຕາເວັນອອກ, ບັນດາປະເທດສືບຕໍ່ ເນັ້ນໜັກເຖິງ ຄວາມສຳຄັນ ຂອງການຮັກສາ ສັນຕິພາບ, ສະຖຽນ ລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ, ສິດເສລີໃນການເຮືອ ແລະ ການບິນ, ບໍ່ດຳເນີນການເຄື່ອນໄຫວ ດ້ານການທະຫານ, ລະງັບໃຈ, ບໍ່ຄວນມີການກະທຳ ກໍ່ຄວາມສັບສົນ ແລະ ເຮັດໃຫ້ ເພິ່ມ ຄວາມເຄັ່ງຕຶງ, ແກ້ໄຂການຂັດແຍ້ງກັນ ໂດຍສັນຕິວິທີ, ສອດຄ່ອງກັບ ກົດໝາຍສາກົນ.
Medialaos MMD (ແຫຼ່ງຂໍ້ມູນຈາກ: ສຳນັກຂ່າວສານປະເທດລາວ)