ເມື່ອເວົ້າເຖິງພະຍາດເບົາຫວານ ຫຼາຍຄົນອາດຈະຄິດວ່າຊີວິດນີ້ຈະບໍ່ພົບຄວາມສຸກ ເພາະຕ້ອງມີຄວາມຫຍຸ້ງຍາກໃນການກິນອາຫານ ແລະ ຕ້ອງມີລະບຽບວິໄນໃນການຄວບຄຸມນໍ້າຕານໃນເລືອດບໍ່ໃຫ້ເກີນມາດຕະຖານ ແລະ ກໍ່ໃຫ້ເກີດມີການຫຼຸດຜ່ອນການກິນອາຫານທີ່ແຊບຫຼາຍຢ່າງ ແຕ່ຖ້າຄິດໃນທາງທີ່ດີມັນກໍ່ເປັນປະໂຫຍດຕໍ່ເຮົາ ເຮັດໃຫ້ເຮົາມີຄວາມສົນໃຈໃນການເບີ່ງແຍງສຸຂະພາບຫຼາຍຂຶ້ນ ຍ້ອນວ່າສຸຂະພາບທີ່ບໍ່ດີແມ່ນເກີດມາຈາກຕົວເຮົາເອງ.
ພະຍາດເບົາຫວານແມ່ນສະພາບທີ່ຮ່າງກາຍບໍ່ສາມາດເອົານໍາ້ຕານໃນກະແສເລືອດເຂົ້າໄປນຳໃຊ້ໄດ້ ໂດຍປົກກະຕິອາຫານປະເພດເຂົ້າ, ແປ້ງ ແລະ ຂະໝົມຕ່າງໆ ທີ່ກິນເຂົ້າໄປຈະຍ່ອຍ ແລະ ປ່ຽນເປັນນໍ້າຕານໃນກະເພາະ ແລະ ລຳໄສ້ ເຊີ່ງນໍ້າຕານເຂົ້າສູ່ກະແສເລືອດ ແລະ ເລືອດຈະເອົານໍ້າຕານໄປສູ່ຈຸລັງຕ່າງໆ ໃນຮ່າງກາຍ ແຕ່ຖ້າຮ່າງກາຍຜະລິດອິນຊູລິນໄດ້ໜ້ອຍ ຫຼື ບໍ່ສາມາດຜະລິດໄດ້ເລີຍ ຫຼື ບໍ່ສາມາດໃຊ້ອິນຊູລິນໄດ້ຢ່າງເໝາະສົມ ນໍ້າຕານກໍ່ຈະຢູ່ໃນກະແສເລືອດ ໝາຍຄວາມວ່າເປັນ “ພະຍາດເບົາຫວານ” ຊື່ງເມື່ອເປັນພະຍາດເບົາຫວານຢ່າຕົກໃຈ ເຮົາສາມາດເບິ່ງແຍງຕົວເອງໄດ້ດ້ວຍວິທີຕໍ່ໄປນີ້:
- ຄວບຄຸມອາຫານປະເພດທາດແປ້ງ ແລະ ແນວຫວານໆ ແລະ ຕ້ອງກິນໝາກໄມ້ໃຫ້ໄດ້ 1 ສ່ວນ ຫ້າມດື່ມນໍ້າໝາກໄມ້ ເຄື່ອງດື່ມທີ່ມີນໍ້າຕານ.
- ກິນຢາປິ່ນປົວພະຍາດເບົາຫວານເປັນປະຈຳ.
- ກວດນໍ້າຕານໃນເລືອດ ເພື່ອປະເມີນຜົນຂອງການຄວບຄຸມພະຍາດເບົາຫວານດ້ວຍຕົນເອງຢູ່ເຮືອນ ຮ່ວມກັບການກວດເລືອດຢູ່ໂຮງໝໍ ທຸກໆ 2-3 ເດືອນ.
- ຮຽນຮູ້ກ່ຽວກັບພະຍາດເບົາຫວານ ແລະ ວິທີເບິ່ງແຍງຕົນເອງໃນສະພາບທົ່ວໄປ ແລະ ໃນສະພາບພິເສດ ເຊັ່ນ: ເມື່ອເຈັບເປັນ, ເມື່ອເດີນທາງ ຫຼື ໃນງານລ້ຽງຕ່າງໆ.
- ຮັກສາພະຍາດອື່ນໆ ທີ່ພົບເຊັ່ນ: ຄວາມດັນເລືອດສູງ, ໂລກໄຂມັນໃນເລືອດຜິດປົກກະຕິ ລວມທັງພາວະແຊກຊ້ອນຂອງພະຍາດ.
- ຄວບຄຸມນໍ້າໜັກ ແລະ ອອກກຳລັງກາຍເລື້ອຍໆ.
- ເບິ່ງແຍງສຸຂະພາບຕີນໃຫ້ດີ ບໍ່ໃຫ້ມີບາດແຜ.
- ຫ້າມສູບຢາ ແລະ ຫ້າມດື່ມເຫຼົ້າ.
- ນອນຫຼັບໃຫ້ພຽງພໍ
- ໄປພົບແພດຕາມນັດເປັນປະຈຳ ເພື່ອປະເມີນ ແລະ ປັບປ່ຽນແຜນການປິ່ນປົວໃຫ້ເໝາະສົມ.
ແລະ ສຸດທ້າຍຂໍຢໍ້າຕື່ມໃນເລື່ອງອາຫານອີກຄັ້ງ ເພາະມີຄວາມສຳຄັນຕໍ່ການຄວບຄຸມລະດັບນໍ້າຕານໃນເລືອດໃຫ້ຄົງທີ່ ຜູ້ທີ່ເປັນພະຍາດເບົາຫວານຄວນກິນອາຫານ 3 ຄາບຕໍ່ມື້ ແລະ ຫຼີກລ່ຽງການກິນອາຫານແບບຈຸກຈິກ ຫຼື ຫຼຸດການກິນອາຫານມື້ໃດມື້ໜື່ງ.