ວັນທີ 14 ກັນຍາ 2020 ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ໄດ້ເປີດຊຸດຝຶກອົບຮົມກ່ຽວກັບວຽກງານໂຄສະນາ-ປາຖະກະຖາ ຊຸດທີ IV ໃຫ້ກຽດເປັນປະທານ ຂອງສະຫາຍ ທອງໃສ ຊານໄຊຍະ ຮອງເລຂາຄະນະພັກກະຊວງ, ຮອງລັດຖະມົນຕີ ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ, ໃຫ້ກຽດເຂົ້າຮ່ວມໂດຍສະຫາຍ ນາງ ບົວລີ ບັນຊາລິດ ຄະນະພັກ ຫົວໜ້າກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ, ບັນດາສະຫາຍຄະນະພັກກະຊວງ, ຄະນະໜ່ວຍພັກ, ຄະນະພັກຮາກຖານ ແລະ ພະນັກງານ-ສະມາຊິກພັກ ອ້ອມຂ້າງກະຊວງ ປທສ ເຂົ້າຮ່ວມທັງໝົດ 36 ສະຫາຍ, ຍິງ 15 ສະຫາຍ.

ການຝຶກອົບຮົມໃນຄັ້ງນີ້ ເພື່ອຍົກລະດັບຄວາມຮູ້ຄວາມສາມາດດ້ານວຽກງານໂຄສະນາ-ປາຖະກະຖາ, ຄະນະໜ່ວຍພັກບັນດາກົມ/ທຽບເທົ່າ ແລະ ສະມາຊິກພັກ-ພະນັກງານ ມີຄວາມຮັບຮູ້ ເຂົ້າໃຈຢ່າງເລິກເຊິ່ງເປັນຕົ້ນແມ່ນ: ບັນຫາພື້ນຖານກ່ຽວກັບວຽກງານໂຄສະນາ, ເຕັກນິກໃນການຂຽນເອກະສານ, ສິລະປະໃນການເວົ້າ ແລະ ການໂຄສະນາສື່ສານ ເຊິ່ງການເປີດຝຶກອົບຮົມຄັ້ງນີ້ ແມ່ນຍັງໄດ້ຮັບການຮ່ວມມື ແລະ ຊ່ວຍເຫຼືອທາງດ້ານເນື້ອໃນຫຼັກສູດ, ຂຶ້ນຫ້ອງບັນຍາຍເອກະສານຈາກກົມໂຄສະນາ, ຄະນະໂຄສະນາອົບຮົມສູນກາງພັກ.
ໃນໂອກາດນີ້ ສະຫາຍ ທອງໃສ ຊານໄຊຍະ ໄດ້ກ່າວວ່າ: ການເປີດຝຶກອົບຮົມຄັ້ງນີ້ ແມ່ນມີຄວາມໝາຍສຳຄັນ ແລະ ຈຳເປັນຢ່າງຍິ່ງສຳລັບພະນັກງານ-ສະມາຊິກພັກ ເພື່ອເປັນການຍົກລະດັບຄວາມຮູ້ຄວາມສາມາດ ການນຳພາຂອງພັກ, ເປັນການສ້າງຄວາມສຳນານໃນການເວົ້າ-ການນຳສະເໜີ, ການສັງລວມບັນຫາ, ຄວາມສາມາດໃນການຂຽນ ແລະ ຍັງເປັນການໂຄສະນາເຜີຍແຜ່ ແລະ ສຶກສາອົບຮົມໃຫ້ຖັນແຖວພະນັກງານ-ສະມາຊິກພັກ ໃນຂົງເຂດ ປທສ ມີຄວາມຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງຕໍ່ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ. ໂດຍສະເພາະ ແມ່ນຍຸດທະສາດ ແລະ ວິໃສທັດຂອງກະຊວງ ກ່ຽວກັບວຽກງານ ໄອຊີທີ ໃຫ້ກາຍເປັນໃຈກາງຂອງການຂັບເຄື່ອນເສດຖະກິດທີ່ທັນສະໄໝ.
#ຂ່າວໂດຍ: ກົມຈັດຕັ້ງ-ພະນັກງານ
#ຮູບພາບ: ຫ້ອງການ