ອັກຄີໄພຄືກັນກັບ “ສັດທີ່ບໍ່ຮູ້ຫຼັບຮູ້ນອນ” ເຊີ່ງສາມາດເກີດຂື້ນໄດ້ທຸກໆ ເວລາພວກເຮົາຄວນຈະຊ່ວຍປ້ອງກັນການເກີດອັກຄີໄພ.
ມື້ນີ້ເຮົາມີຫຼັກການງ່າຍໆ ມາຝາກທ່ານ!..
- ຈັດລະບຽບເຄື່ອງຂອງພາຍໃນເຮືອນ ແລະ ນອກເຮືອນໃຫ້ດີ ໂດຍການເກັບຮັກສາເຄື່ອງຂອງທີ່ເກີດອັກຄີໄພໄດ້ງ່າຍ ແລະ ໃຫ້ເກັບມ້ຽນໄວ້ເປັນບ່ອນເປັນຈຸດ.
- ສ້ອມແປງ ຫຼື ຮັກສາສີ່ງຂອງເຄື່ອງໃຊ້ໃຫ້ຢູ່ໃນສະພາບທີ່ສົມບູນ ແລະ ປອດໄພ.
- ຫ້າມຝ່າຝືນຂໍ້ຫ້າມພາຍໃຕ້ຈິດສຳນຶກ ຄວນລະວັງ ເຊັ່ນ: ຫ້າມສຽບປັກສຽບປະໄວ້ ອາດເຮັດໃຫ້ເກີດໄຟໃໝ້ໄດ້.
- ຕ້ອງປະຕິບັດຕາມຄຳແນະນຳ ຂອງເຈົ້າໜ້າທີ່ດັບເພີງຢ່າງເຄັ່ງຂັດ ວ່ອງໄວ ເພື່ອອອກຈາກສະຖານທີ່ຢ່າງປອດໄພ.
- ຄວນມີອຸປະກອນດັບເພີງ ກຽມໄວ້ກ່ອນເກີດເຫດໄຟໃໝ້ ເພື່ອປ້ອງກັນບໍ່ໃຫ້ໄຟລຸກລາມ.