ກອງປະຊຸມຂັ້ນສູງ ລັດຖະມົນຕີ ກະຊວງແຮງງານ ແລະ ລັດຖະມົນຕີ ກະຊວງສຶກສາ ບຳລຸງສ້າງ ອາຊຽນ ກ່ຽວກັບ ການພັດທະນາແຫລ່ງຊັບພະຍາກອນມະນຸດ ເພື່ອວຽກເຮັດງານທຳ ພວມການປ່ຽນແປງໃນໂລກ ໄດ້ຈັດຂຶ້ນໃນວັນທີ 16 ກັນຍາ ຜ່ານທາງອອນລາຍ ໂດຍມີ ບັນດາລັດຖະມົນຕີ ກະຊວງ ແຮງງານອາຊຽນ, ກະຊວງສຶກສາ ອາຊຽນ, ເລຂາທິການໃຫຍ່ ອາຊຽນ, ຫົວໜ້າ ຜູ້ຕາງໜ້າ ບັນດາ ອົງການຈັດຕັ້ງສາກົນເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ ເພື່ອແນໃສ່ ຊຸກຍູ້ການຮ່ວມມື ອາຊຽນ ກ່ຽວກັບ ການພັດທະນາແຫລ່ງຊັບພະຍາກອນມະນຸດ ພ້ອມກັນສ້າງອະນາຄົດຂອງອາຊຽນເປັນເອກະພາບ.
Medialaos MMD (ແຫຼ່ງຂໍ້ມູນຈາກ: ສຳນັກຂ່າວສານປະເທດລາວ)