ພະຍາກອນອາກາດປະຈຳວັນທີ 20/09/2020 ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດໃຫ້ຮູ້ວ່າ: ບໍລິເວນຄວາມກົດດັນອາກາດສູງຈາກປະເທດຈີນໄດ້ແຜ່ລົງມາປົກຄຸມເຂດພາກເໜືອຂອງປະເທດລາວ ພ້ອມດຽວກັນນີ້ ຮ່ອງຄວາມກົດດັນອາກາດຕໍ່າໄດ້ພາດຜ່ານເຂດພາກກາງ ແລະ ພາກໃຕ້ ສົມທົບກັບກະແສລົມຕາເວັນຕົກສ່ຽງໃຕ້ພັດປົກຄຸມ.

ດັ່ງນັ້ນຍັງຈະເຮັດໃຫ້ມີຝົນຕົກໃນລະດັບຄ່ອຍຢູ່ທົ່ວໄປ ແລະ ຕົກປານກກາງ ຫາ ໜັກຢູ່ບາງທ້ອງຖິ່ນແຂວງພາກເໜືອຕອນລຸ່ມລົງຫາພາກກາງ ພ້ອມມີລົມພັດແຮງເປັນບາງໂອກາດ.



ສ່ວນປະລິມານນໍ້າຝົນໃນ 24 ຊົ່ວໂມງຜ່ານມາຕົກແຮງທີ່ສຸດຢູ່ນະຄອນຫຼວສງວຽງຈັນ ແທກໄດ້56ມິນລິແມັດ, ຮອງມາແມ່ນ ອັດຕະປື47,6ມິລີແມັດ




ພະຍາກອນລະດັບນ້ຳຂອງ ແລະ ສາຂາແມ່ນ້ຳຂອງ ປະຈໍາວັນທີ 20 ກັນຍາ 2020 ເຫັນວ່າລະດັບນໍ້າຂອງນັບ ຈະສືບຕໍ່ເພີ່ມຂຶ້ນ ໂດຍສະເພາະນະຄອນຍຫຼວວຽງຈັນ ຈະເພີ່ມຂຶ້ນສູງໃນໃນວັນທີ 21 ກັນຍາ 2020.


Medialaos MMD (ແຫຼ່ງຂໍ້ມູນຈາກ: ໜັງສືພິມ ເສດຖະກິດ-ການຄ້າ)