ເມື່ອອາທິດຜ່ານມາ ທີ່ ກະຊວງການຕ່າງປະເທດ, ທ່ານ ກິ່ງໂພແກ້ວ ພົມມະຫາໄຊ ຮັກສາການຫົວໜ້າກົມເສດຖະກິດ, ກະຊວງການຕ່າງປະເທດ, ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສ ຂອບການຮ່ວມມືລະຫວ່າງ ອາຊີຕາເວັນອອກ ແລະ ອາເມລິກາລາຕິນ (FEALAC) ຂອງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ ເຂົ້າຮ່ວມກອງປະຊຸມປະຈຳປີ ປະເທດປະສານງານ ຂອບການຮ່ວມມື FEALAC ຜ່ານລະບົບວີດີໂອທາງໄກ.
ກອງປະຊຸມໄດ້ດຳເນີນພາຍໃຕ້ ການເປັນປະທານຮ່ວມ ຂອງ ສປປ ລາວ ແລະ ສ.ໂດມິນິກັນ ໃນນາມເປັນປະເທດປະສານງານ ຂອບການຮ່ວມມື FEALAC, ເຊິ່ງມີບັນດາປະເທດ ປະທານຮ່ວມຂອງ 4 ໜ່ວຍງານວິຊາການ ຄື: 1.) ໜ່ວຍງານການຮ່ວມມື ທາງດ້ານສັງຄົມ-ການເມືອງ ແລະ ການພັດທະນາແບບຍືນຍົງ; 2.) ໜ່ວຍງານດ້ານວັດທະນະທໍາ, ຊາວໜຸ່ມ, ເພດຍິງ-ຊາຍ ແລະ ກິລາ; 3.) ໜ່ວຍງານດ້ານການຄ້າ, ການລົງທຶນ, ການທ່ອງທ່ຽວ ແລະ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ; ແລະ 4.) ໜ່ວຍງານດ້ານວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກໍາ ແລະ ການສຶກສາ, ປະເທດປະທານຮ່ວມ ຄະນະກຳມະການກອງທຶນ FEALAC (FEALAC Trust Fund) ແລະ ກອງເລຂາອິນເຕີເນັດ FEALAC ໄດ້ເຂົ້າຮ່ວມກອງປະຊຸມດັ່ງກ່າວ.
ວາລະສຳຄັນກອງປະຊຸມຄັ້ງນີ້, ແມ່ນແນໃສ່ປຶກສາຫາລື ກ່ຽວກັບຮູບແບບ ແລະ ລາຍລະອຽດຕ່າງໆ ໃນການກະກຽມໃຫ້ແກ່ ກອງປະຊຸມລັດຖະມົນຕີ ສາມຝ່າຍ (FEALAC Troika) ເຊິ່ງເປັນກອງປະຊຸມປະຈຳປີ ແລະ ໄລຍະຜ່ານມາ ແມ່ນຈັດຄຽງຄູ່ກັບ ກອງປະຊຸມສະມັດຊາໃຫຍ່ ອົງການສະຫະປະຊາຊາດ ຫລື UNGA ແລະ ທາບທາມຄວາມເປັນໄປໄດ້ ໃນການຈັດກອງປະຊຸມພິເສດ ກ່ຽວກັບການຮ່ວມມື ຂອງບັນດາປະເທດ FEALAC ໃນໄລຍະການແຜ່ລະບາດ ຂອງພະຍາດໂຄວິດ-19 ໃນລະດັບເຈົ້າໜ້າທີ່ອາວຸໂສ. ນອກຈາກນີ້, ກອງປະຊຸມ ຍັງໄດ້ປຶກສາຫາລື ກ່ຽວກັບລະບຽບການ ແລະ ຂັ້ນຕອນໃນການຊຸກຍູ້ ການສະໝັກເປັນປະເທດ ປະສານງານຜູ້ໃໝ່ ສຳລັບທັງສອງພາກພື້ນ ລວມທັງການທົບທວນຄືນ ບັນດາໂຄງການຕ່າງໆ ພາຍໃຕ້ການນຳໃຊ້ກອງທຶນ FEALAC.
ຂອບການຮ່ວມມື FEALAC ໄດ້ຖືກສ້າງຕັ້ງຂຶ້ນໃນປີ 1999, ມາເຖິງປັດຈຸບັນ ມີສະມາຊິກທັງໝົດ 36 ປະເທດ, ໃນນັ້ນເບື້ອງອາຊີຕາເວັນອອກ ປະກອບມີ 16 ປະເທດ ແລະ ອາເມລິກາລາຕີນ ມີ 20 ປະເທດ, ເຊິ່ງ ສປປ ລາວ ກໍເປັນໜຶ່ງໃນບັນດາ ປະເທດສະມາຊິກ ທີ່ໄດ້ຮ່ວມສ້າງຕັ້ງຂອບ ການຮ່ວມມືດັ່ງກ່າວ.
Medialaos MMD (ແຫຼ່ງຂໍ້ມູນຈາກ: ສຳນັກຂ່າວສານປະເທດລາວ)