ກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ລາຍງານວ່າ: ນັບແຕ່ວັນທີ 1 ມັງ ກອນ – 24 ກັນຍາ 2020 ຢູ່ປະເທດເຮົາ ມີຜູ້ຕິດເຊື້ອພະຍາດ ໄຂ້ຍຸງລາຍສະສົມທັງໝົດ 6.636 ກໍລະ ນີ. ໃນນີ້, ແຂວງທີ່ມີການຕິດເຊື້ອຫລາຍກວ່າໝູ່ ແມ່ນນະຄອນຫລວງວຽງຈັນ ຈຳນວນ 1.549 ກໍລະນີ, ຖັດລົງມາແມ່ນແຂວງບໍລິຄຳໄຊ 734 ກໍລະນີ, ບໍ່ແກ້ວ 662 ກໍລະນີ, ແຂວງວຽງຈັນ ມີ 657 ກໍລະນີ.
ຂະນະດຽວກັນ ຈຳນວນຜູ້ເສຍຊີວິດຈາກພະຍາດນີ້, ມີ 12 ຄົນ, ໃນນີ້ ຢູ່ນະຄອນຫລວງວຽງຈັນມີ 4 ຄົນ, ບໍລິຄຳໄຊ 2 ຄົນ, ຄຳມ່ວນ 2 ຄົນ, ສ່ວນແຂວງໄຊຍະບູລີ, ຊຽງຂວາງ, ສະຫວັນນະເຂດ ແລະ ຜົ້ງສາລີ ມີແຂວງລະ 1 ຄົນ.
ສະນັ້ນ, ເພື່ອປ້ອງກັນພະຍາດໄຂ້ຍຸງລາຍ ຂໍໃຫ້ປະຊາຊົນບັນດາເຜົ່າ ສືບຕໍ່ເອົາໃຈໃສ່ປະຕິບັດ 5 ປ ຄື: ປິດຝາພາຊະນະ ທີ່ເກັບນ້ຳໃນເຮືອນ ຫລື ນອກເຮືອນ ເພື່ອບໍ່ໃຫ້ຍຸງມາໄຂ່ໃສ່. ປ່ຽນນ້ຳ ແລະ ຜັດຖູພາຊະນະ ເຊັ່ນ: ເຕົ້າດອກໄມ້, ນ້ຳຮອງຕີນຕູ້, ຖ້ານຮອງຈອກນ້ຳ. ປ່ອຍປາຫາງນົກຍຸງ ເພື່ອກິນໜອນນ້ຳ. ປັບປຸງບໍ່ໃຫ້ມີນ້ຳຄ້າງຂັງກະໂປະ, ກະປ໋ອງ, ຮາງລິນ, ຢາງຕີນລົດເກົ່າ ແລະ ປະຕິບັດເປັນປະຈຳທຸກໆອາທິດ ແລະ ຖ້າເປັນໄຂ້ ໃຫ້ໄປປິ່ນປົວຢູ່ໂຮງໝໍ/ສຸກສາລາໃກ້ບ້ານທ່ານ.
Medialaos MMD (ແຫຼ່ງຂໍ້ມູນຈາກ: ສຳນັກຂ່າວສານປະເທດລາວ)