ຄະນະກຳມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ ກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ (ປທສ) ໄດ້ຈັດກອງປະຊຸມ ເວທີສົນທະນາ ໃນຫົວຂໍ້: ‘‘ການປົກປ້ອງເດັກຈາກໄພຄຸກຄາມສື່ສັງຄົມອອນລາຍ’’ ຂຶ້ນໃນວັນທີ 25 ກັນຍາ ຜ່ານມາ ໃຫ້ກຽດເຂົ້າຮ່ວມເປີດກອງປະຊຸມໂດຍ ທ່ານ ທອງໃສ ຊານໄຊຍະ ຮອງລັດຖະມົນຕີ ປະທານຄະນະກຳມາທິການ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ກະຊວງ ປທສ; ມີບັນດາທ່ານຄະນະກົມ/ທຽບເທົ່າ ແລະ ຄະນະອໍານວຍການ ບໍລິສັດ ລັດວິສາຫະກິດ, ຄະນະກຳມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ ກະຊວງ ປທສ ແລະ ພະນັກງານ-ລັດຖະກອນ ອ້ອມຂ້າງກະຊວງ ປທສ ເຂົ້າຮ່ວມ ຊຶ່ງເວທີສົນທະນາໃນຄັ້ງນີ້: ມີວິທະຍາກອນຈາກ ສູນສະກັດກັ້ນ ແລະ ແກ້ໄຂເຫດສຸກເສີນທາງຄອມພິວເຕີ, ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ອົງການອຸຍນີເຊັບ ປະຈຳ ສປປ ລາວ (Unicef) ແລະ ອົງການຊາຍຟັນ ລາວ (Child Fund Laos).
ທ່ານ ທອງໃສ ຊານໄຊຍະ ໄດ້ກ່າວວ່າ: ນັບວ່າເປັນຄັ້ງທຳອິດ ທີ່ຄະນະກຳມາທິການ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ ໄດ້ຈັດເວທີສົນທະນານີ້ຂຶ້ນ ເພື່ອເປັນການສົນທະນາແລກປ່ຽນບົດ ຮຽນຊຶ່ງກັນ ແລະ ກັນ ລະຫວ່າງພາກລັດ ແລະ ອົງການຈັດຕັ້ງສາກົນ ພ້ອມທັງເປັນການຊຸກຍູ້ໃຫ້ແກ່ພະນັກງານ-ລັດຖະກອນ ກໍຄືພໍ່ແມ່ຜູ້ປົກຄອງໃນຂົງເຂດ ປທສ ໄດ້ຮັບຮູ້, ເຂົ້າໃຈການນຳໃຊ້ສື່ສັງຄົມອອນລາຍໃຫ້ຖືກຕ້ອງ ແລະ ປອດໄພ ໂດຍສະເພາະກົດໝາຍ, ລະບຽບການໃນການນຳໃຊ້ສື່ສັງຄົມອອນລາຍ, ພ້ອມທັງບັນດາອຸປະສັກ, ສິ່ງທ້າທ້າຍໃນການຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆ.
ຄືດັ່ງພວກເຮົາຮູ້ນຳກັນແລ້ວວ່າ ປັດຈຸບັນ ພັກ ແລະ ລັດຖະບານ ແຫ່ງ ສປປ ລາວ ໄດ້ໃຫ້ຄວາມສໍາຄັນຫຼາຍ ແລະ ເອົາໃຈໃສ່ທີ່ສຸດຕໍ່ການນຳໃຊ້ສື່ສັງຄົມອອນລາຍໃຫ້ມີຄວາມປອດໄພ ຊຶ່ງສະແດງອອກໃນສະຖິຕິຂອງຜູ້ຊົມໃຊ້ອິນເຕີເນັດ ແລະ ສື່ສັງຄົມອອນລາຍຕ່າງໆ ທີ່ນັບມື້ນັບເພີ່ມຈຳນວນຫຼວງຫຼາຍບໍ່ວ່າຈະເປັນຜູ້ໃຫຍ່ ຫຼື ເດັກນ້ອຍ ທີ່ນໍາໃຊ້ເຂົ້າໃນການແລກປ່ຽນຂໍ້ມູນຄວາມຮູ້, ເຜີຍແຜ່ຂໍ້ມູນຂ່າວສານ ແລະ ສາລະຄວາມຮູ້, ເປັນຄັງຂໍ້ມູນ, ໂຄສະນາ ແລະ ປະຊາສໍາພັນ ແລະ ທັງເປັນການສ້າງຕະຫຼາດການຄ້າຂາຍ ທີ່ເປັນທີ່ນິຍົມກັນໃນປັດຈຸບັນ ແລະ ອື່ນໆ ຄຽງຄູ່ກັນນັ້ນ ກໍຍັງມີຜົນກະທົບທາງດ້ານລົບເປັນຕົ້ນເຊັ່ນ: ການໃສ່ຮ້າຍປ້າຍສີ, ຂໍ້ມູນທີ່ບໍ່ເປັນຄວາມຈິງ, ເປັນເຄື່ອງມືສວຍໃຊ້ກໍ່ຄວາມບໍ່ສະຫງົບ, ຄວາມບໍ່ເປັນລະບຽບຮຽບຮ້ອຍຂອງສັງຄົມ ແລະ ທັງເປັນການແບ່ງແຍກຄວາມສາມັກຄີ, ປອງດອງຂອງປະຊາຊົນ.
ກອງປະຊຸມດັ່ງກ່າວໄດ້ດໍາເນີນໄປເປັນເວລາເຄິ່ງຕອນ ດ້ວຍບັນຍາກາດຟົດຟື້ນ ແລະ ມີຄວາມໝາຍ ຊຶ່ງຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ຍົກສູງຄວາມຮັບຜິດຊອບເອົາໃຈໃສ່ຮັບຟັງ, ສົນທະນາແລກປ່ຽນຄວາມຄິດເຫັນຮ່ວມກັນດ້ວຍບັນຍາກາດສ້າງສັນ, ກົງໄປກົງມາ ແລະ ໄດ້ຮັບຜົນສຳເລັດຢ່າງຈົບງາມ.
Medialaos MMD (ແຫຼ່ງຂໍ້ມູນຈາກ: ສຳນັກຂ່າວສານປະເທດລາວ)