ໃນວັນທີ 5 ຕຸລາ 2020, ລັດວິສາຫະກິດໄຟຟ້າລາວ ຮ່ວມກັບ ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ພາກສ່ວນກ່ຽວຂ້ອງ ຈັດເວທີ ເສວະນາ ເພື່ອປຶກສາຫາລື, ແລກປ່ຽນຄຳຄິດຄຳເຫັນ ກ່ຽວກັບໂຄງສ້າງລາຄາໄຟຟ້າ ສະບັບປັບປຸງໃໝ່ 2021-2025, ໂດຍໄດ້ເຊື້ອເຊີນເອົາທຸກພາກ ສ່ວນທີ່ມີຄວາມສົນໃຈ ກ່ຽວກັບລາຄາໄຟຟ້າ ໃຫ້ສາມາດອອກຄໍາຄິດ, ຄຳເຫັນ, ແລກປ່ຽນບົດຮຽນ ຢ່າງກົງໄປກົງມາ ແບບສ້າງສັນ ແລະ ຢ່າງມີວິທະຍາສາດ.

ໃນເວທີເສວະນາໃນຄັ້ງນີ້, ນັກເສວະນາກອນ ຢູ່ເທິງເວທີ ປະກອບມີ ທ່ານ ສາຍທອງ ແກ້ວດວງດີ ຄະນະປະຈໍາສະພາແຫ່ງ, ປະທານກໍາມະທິການກົດໝາຍ, ທ່ານ ດາວວົງ ພອນແກ້ວ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ ຈັນທະບູນ ສຸກອາລຸນ ຜູ້ອຳນວຍການໃຫຍ່ລັດວິສາຫະກິດໄຟຟ້າລາວ, ທ່ານ ພູເພັດ ກ້ຽວພິລາວົງ ຄະນະບໍດີຂອງຄະນະ ເສດຖະສາດ ແລະ ບໍລິຫານທຸລະກິດ ແລະ ທ່ານ ທະນົງສິນ ກັນລະຍາ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ໂດຍມີ ພະນັກງານອາວຸໂສ ແລະ ບັນດາຄູ-ອາຈານ, ນັກຮຽນ-ນັກສຶກສາ ເຂົ້າຮ່ວມ.
ໂອກາດດັ່ງກ່າວ, ທ່ານ ດາວວົງ ພອນແກ້ວ ກ່າວວ່າ: ການເສວະນາໃນຄັ້ງນີ້ ແມ່ນສືບເນື່ອງຈາກ ການທີ່ລັດຖະບານ ໄດ້ມີທິດຊີ້ນໍາ ໃຫ້ກະຊວງ ພະລັງງານ ແລະ ບໍ່ແຮ່ ຮ່ວມກັບໄຟຟ້າລາວ ໃຫ້ມີການຄົ້ນຄວ້າ ຮູບແບບຕ່າງໆ ກ່ຽວກັບໂຄງສ້າງລາຄາໄຟຟ້າ ແລ້ວນໍາໄປອະທິບາຍ ທາບທາມຄໍາຄິດເຫັນ ຈາກປະຊາຊົນທຸກຊັ້ນຄົນ ເພື່ອສັງລວມ ເອົາບັນດາຂໍ້ສະເໜີ ລາຍງານຕໍ່ລັດຖະບານ.
ໂດຍມີຈຸດປະສົງ ເພື່ອສົ່ງເສີມບັນດາ ນະໂຍບາຍຂອງລັດຖະບານ ຂອງການພັດທະນາ ດ້ານເສດຖະກິດ, ຢາກໃຫ້ປະຊາຊົນລາວ ເຮັດການຜະລິດ ເປັນສິນຄ້າເພີ່ມຂຶ້ນ ຈະແມ່ນລະດັບຈຸນລະພາກ ຂະໜາດນ້ອຍ ຫລື ເປັນອຸດສາຫະກໍາປຸງ ແຕ່ງປະເພດຕ່າງໆ. ສໍາຄັນແມ່ນໃຫ້ສາມາດ ແຂ່ງຂັນໄດ້, ຢາກໃຫ້ມີການນໍາໃຊ້ ໄຟຟ້າໃນປະເທດໃຫ້ຫລາຍຂຶ້ນ, ຫລຸດຜ່ອນການສົ່ງອອກ ວັດຖຸດິບ ທີ່ບໍ່ໄດ້ຮັບການປຸງແຕ່ງ ເພື່ອໃຫ້ເກີດມູນຄ່າເພີ່ມ ເປັນຫລາຍເທົ່າ, ໃຫ້ສາມາດດຶງດູດ ການລົງທຶນຕ່າງປະເທດໃຫ້ໄດ້ຫລາຍໆ, ໃຫ້ ຟຟລ ຍັງສາມາດສືບຕໍ່ ດໍາເນີນທຸລະກິດ ມີຜົນກໍາໄລ ຮັບປະກັນການ ສະໜອງໄຟຟ້າ ດ້ວຍຄຸນນະພາບ, ເປັນແບບຢ່າງນໍາໜ້າ ໃນການດໍາເນີນທຸລະກິດ.
Medialaos MMD (ແຫູ່ງຂໍ້ມູນຈາກ: ສຳນັກຂ່າວສານປະເທດລາວ)