ໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳກົງ 1 ໜ້າວຽກໂດຍລວມ ສຳເລັດແລ້ວ 81,9%, ພາຍ ຫລັງເລີມລົງມີກໍ່ສ້າງ ມາແຕ່ທ້າຍເດືອນຕຸລາ 2017, ປັດຈຸບັນ ພວມດຳເນີນການ ກໍ່ສ້າງສັນເຂື່ອນ, ຕິດຕັ້ງປະຕູທາງນ້ຳລົ້ນ, ຕິດຕັ້ງຈັກ ເບີ 2, ຄອນກິດໄລນິງທໍ່ຫາຍໃຈ, ໂຄງສ້າງປະຕູນໍ້າ ທ້າຍເຮືອນຈັກ, ໂຄງສ້າງສະວິດຢາດ GIS ແລະ ວຽກດຶງສາຍ 115 ກິໂລໂວນ. ຄາດວ່າ ການກໍ່ສ້າງທັງໝົດ ຈະໃຫ້ສຳເລັດ 100% ໃນເດືອນ ກໍລະກົດ 2021 ກະແສໄຟຟ້າທັງໝົດ ຈະສົ່ງຂາຍໃຫ້ລັດວິສາຫະກິດໄຟຟ້າລາວ.

ທ່ານ ສຸກລັດດາ ກວນຊານົນ ຜູ້ປະສານງານໂຄງການ ກໍ່ສ້າງເຂື່ອນໄຟຟ້ານໍ້າກົງ 1 ລາຍງານໃຫ້ຮູ້ ເນື່ອງໃນໂອກາດ ທ່ານ ສີນາວາ ສຸພານຸວົງ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ລົງເຄື່ອນໄຫວຢ້ຽມຢາມ ເຂື່ອນດັ່ງກ່າວ, ໃນວັນທີ 26 ພະຈິກ 2020 ຜ່ານມານີ້ວ່າ: ໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າກົງ 1 ຕັ້ງຢູ່ສາຍນໍ້າກົງ ແລະ ນອນຢູ່ໃນເຂດເມືອງພູວົງ ແຂວງອັດຕະປື, ເຊິ່ງສາຍນໍ້າກົງ ແມ່ນສາຂາໜຶ່ງ ຂອງແມ່ນໍ້າເຊກອງ ແລະ ມີແຜນພັດທະນາ ເຂື່ອນໄຟຟ້າແບບຂັ້ນໄດ (Cascade) ຈຳນວນ 4 ໂຄງການ ຄື: ໂຄງການເຂື່ອນໄຟຟ້ານໍ້າກົງ 0, ນໍ້າກົງ 1, ນໍ້າກົງ 2 ແລະ ນໍ້າກົງ 3. ສະເພາະເຂື່ອນນໍ້າກົງ 1 ເປັນປະເພດເຂື່ອນຫີນຖົມ, ດ້ານໜ້າປູດ້ວຍເບຕົງ (CFRD), ລວງສູງຂອງໂຕ ເຂື່ອນ 90m, ເຮືອນຈັກໄຟຟ້າ ເປັນປະເພດຕັ້ງຢູ່ໃຕ້ດິນ, ມີກຳລັງຕິດຕັ້ງ 160 MW (2×80 MW), ສາມາດຜະລິດໄຟຟ້າ ໄດ້ທັງໝົດປະມານ 633 ກິກກະວັດໂມງຕໍ່ປີ, ໂດຍແມ່ນບໍລິສັດ China International Water & Electric Corp (CWE) ຖືຮຸ້ນ 65%, ລັດວິສາຫະກິດໄຟຟ້າລາວ ຖືຮຸ້ນ 20% ແລະ ບໍລິສັດທີ່ປຶກສາ ດ້ານການລົງທຶນ-ກໍ່ສ້າງ ເຂື່ອນໄຟຟ້າ ຈຳກັດ (ICH) ຖືຮຸ້ນ 15%.

ໂຄງການກໍ່ສ້າງເຂື່ອນ ໄຟຟ້ານໍ້າກົງ 1 ໄດ້ສໍາເລັດບັນດາ ໜ້າວຽກສໍາຄັນ ເປັນຕົ້ນ, ການກໍ່ສ້າງຕົວເຂື່ອນ, ວິສະວະກອນທີ່ປຶກສາ ຂອງໂຄງການ ໄດ້ສໍາເລັດການຕີລາຄາ ປະເມີນຄຸນນະພາບການກໍ່ສ້າງ ແລະ ການປະເມີນ ຄວາມປອດໄພຂອງຕົວເຂື່ອນ ແລະ ສິ່ງປະກອບຕ່າງໆ ກ່ອນການກັກ ເກັບນໍ້າ ແລະ ໄດ້ສໍາເລັດການຕິດຕັ້ງ ອຸປະກອນຕິດຕາມຕົວເຂື່ອນ, ຈັດຕັ້ງທີມງານ ວິຊາການ ເພື່ອດໍາເນີນ ການກັກເກັບນໍ້າ ແລະ ໄດ້ເຜີຍແຜ່ ແຜນການກັກນໍ້າ ແລະ ແຜນຮັບມືໃນກໍລະນີ ສຸກເສີນໃຫ້ແກ່ອໍານາດ ການປົກຄອງທ້ອງຖິ່ນ ແລະ ປະຊາຊົນ ທີ່ຢູ່ໃຕ້ເຂື່ອນ ຈໍານວນ 14 ບ້ານ.

ຄຽງຄູ່ກັບຄວາມຄືບໜ້າ ຂອງວຽກງານກໍ່ສ້າງດັ່ງກ່າວ, ວຽກງານຄຸ້ມຄອງ ສິ່ງແວດລ້ອມ-ສັງຄົມ ກໍໄດ້ຮັບການເອົາໃຈໃສ່ ໃນການລົງກວດກາຕິດຕາມ ຈາກຜູ້ພັດທະນາໂຄງການ ແລະ ພາກສ່ວນທີ່ກ່ຽວຂ້ອງ ໂດຍສະເພາະ ແມ່ນໜ່ວຍງານຄຸ້ມຄອງ ສິ່ງແວດລ້ອມ ໄດ້ລົງຊຸກຍູ້ ແລະ ໃຫ້ການຊີ້ນຳເປັນປະຈຳ, ເຮັດໃຫ້ການຈັດຕັ້ງປະຕິບັດ ວຽກງານດັ່ງກ່າວ ຂອງໂຄງການມີ ຄວາມຄືບໜ້າຫລາຍດ້ານ ເປັນຕົ້ນການຄຸ້ມຄອງ ແລະ ຕິດຕາມກວດກາ ຄຸນນະພາບນ້ຳ, ການຄຸ້ມຄອງວັດສະດຸ ທີ່ເປັນອັນຕະລາຍ, ວຽກງານແກ້ໄຂຜົນກະທົບ ທີ່ເກີດຈາກການກໍ່ສ້າງ ແລະ ອື່ນໆ.
Medialaos MMD (ແຫຼ່ງຂໍ້ມູນຈາກ: ສຳນັກຂ່າວສານປະເທດ)