ພະແນກສາທາລະນະສຸກ ແຂວງອັດຕະປື ມີຄວາມພ້ອມໃນທຸກດ້ານ ເປັນຕົ້ນ ດ້ານບຸກຄະ ລາກອນ, ຢາປົວພະຍາດ, ອຸປະກອນທາງການແພດ, ຫ້ອງນອນຄົນເຈັບ ແລະ ອື່ນໆ ເພື່ອ ຮອງຮັບຄົນເຈັບ ທີ່ໄດ້ຮັບຜົນ ກະທົບ ຈາກໄພນ້ຳຖ້ວມ ຢູ່ 5 ເມືອງ ຂອງແຂວງອັດຕະປື ຄື: ເມືອງສາມັກຄີໄຊ, ເມືອງໄຊເສດຖາ, ເມືອງພູວົງ, ເມືອງສະໜາມໄຊ ແລະ ເມືອງຊານໄຊ ໃຫ້ ໄດ້ຮັບການປິ່ນປົວຢ່າງທັນການ.
ທ່ານນາງ ອ່ອນຜິວ ໂພທິລາດ ຫົວໜ້າພະແນກສາທາລະນະສຸກ ແຂວງອັດຕະປື ລາຍງານ ໃຫ້ຮູ້ວ່າ: ນັບແຕ່ມື້ເກີດເຫດ ພະແນກສາທາລະນະສຸກແຂວງ ໄດ້ກະກຽມທີມງານລົງກວດ ສອບ ກ່ຽວກັບພະຍາດທີ່ເກີດໃນໄລຍະນ້ຳຖ້ວມ ຢູ່ບັນດາບ້ານທີ່ໄດ້ຮັບ ຜົນກະທົບ ໃນ 5 ເມືອງຢ່າງໃກ້ຊິດ ໂດຍສະເພາະຈຸດບໍລິການ ຢູ່ສຸກສາລາທຸກແຫ່ງ, ແຕ່ງຕັ້ງທີມງານແພດ ເຄື່ອນທີລົງສຸຂະສຶກສາ ແກ່ພໍ່ແມ່ປະຊາຊົນ ໃນການຮັກສາສຸຂະພາບ ໃນຊ່ວງໄລຍະນ້ຳ ຖ້ວມ ແລະ ຫລັງນ້ຳຖ້ວມ ເຊິ່ງຈະປະຕິບັດຢູ່ 5 ເມືອງ ທີ່ໄດ້ຮັບຜົນກະທົບ; ແຕ່ງຕັ້ງທີມ ງານອະນາໄມ ແລະ ສົ່ງເສີມສຸຂະພາບ, ລົງແກ້ໄຂສະພາບນ້ຳ, ໃສ່ກໍລໍລິນໃນບໍ່ນ້ຳທີ່ຖືກກະ ທົບ ແລະ ອື່ນໆ. ນອກນັ້ນ, ຍັງໄດ້ແຕ່ງຕັ້ງຄະນະກຳມະການ ແລະ ຈຸດປະສານງານ, ມີການ ເວນຍາມຕະຫລອດ 24 ຊົ່ວໂມງ, ສະໜອງຢາ ແລະ ອຸປະກອນການແພດໃຫ້ແຕ່ລະເມືອງ, ມອບຄວາມຮັບຜິດຊອບ ໃຫ້ຫ້ອງການສາທາລະນະສຸກເມືອງ ເປັນເຈົ້າການກະກຽມຈັດສັນ ຢາ, ອຸປະກອນການແພດໄວ້ໃນທີ່ປອດໄພ, ທັງໄດ້ກະກຽມແຕ່ ລະສະຖານທີ່ບໍລິການ ຢູ່ ແຂວງ, ເມືອງ ແລະ ສຸກສາລາ ເພື່ອໃຫ້ບໍລິການຜູ້ເຈັບເປັນໃຫ້ທ່ວງທັນ.
ສຳລັບ ທິດທາງການແກ້ໄຂຫລັງນ້ຳຖ້ວມ ກໍຄືໃນໄລຍະຍາວ ພະແນກສາທາລະນະສຸກແຂວງ ໄດ້ກະກຽມທີມງານລົງເກັບກຳ ຂໍ້ມູນຜົນກະທົບດ້ານສາທາລະນະສຸກ ຈາກໄພພິບັດນ້ຳຖ້ວມ ຢູ່ 5 ເມືອງ, ຕິດຕາມເຝົ້າລະວັງການລະບາດ ຂອງພະຍາດຕ່າງໆ ພ້ອມທັງມາດຕະການໃນ ການແກ້ໄຂ, ກະກຽມສ້າງແຜນຄວາມຕ້ອງການຢາ ແລະ ອຸປະກອນການແພດພາຍຫລັງ ໄພພິບັດ, ສືບຕໍ່ໂຄສະນາສຸຂະສຶກສາ ການຮັກສາອະນາໄມສາມສະອາດ, ສ້າງຕາໜ່າງເຝົ້າ ລະວັັງ ການລະບາດຂອງພະຍາດ, ລົງຄວບຄຸມ ໂຕ້ຕອບພະຍາດ ແລະ ອື່ນໆ.