ວັນທີ 24 ກັນຍາ 2019 ນີ້, ໄດ້ພິທີມອບ-ຮັບເງິນຊົດເຊີຍ ໃຫ້ປະຊາຊົນຢູ່ເມືອງາ ຈຳນວນ 6 ບ້ານ 181 ຄອບຄົວ ທີ່ໄດ້ຮັບຜົນກະທົບຈາກໂຄງການທາງລົດໄຟຊ່ວງຜ່ານແຂວງອຸດົມໄຊ ລວມທັງໝົດ11,8 ຕື້ກ່ວາກີບ ເຊິ່ງຕາງໜ້າມອບໂດຍ ທ່ານ ສົມຈິດ ປັນຍາສັກ ຮອງເຈົ້າແຂວງໆອຸດົມໄຊ.

ໂຄງການກໍ່ສ້າງ ເສັ້ນທາງລົດໄຟລາວ-ຈີນ ສະເພາະແຂວງອຸດົມໄຊ ມີທັງໝົດ 16 ບ້ານ, ໃນນັ້ນ ເມືອງນາໝໍ້ 5 ບ້ານ, ເມືອງໄຊ 5 ບ້ານ ແລະ ເມືອງງາ 6 ບ້ານ ລວມມູນຄ່າທັງໝົດ 47,4 ຕື້ກວ່າກີບ.ສຳລັບການເບີກຈ່າຍເງິນຊົດເຊີຍ ແລະ ເງິນຄ່າເຂົ້າ ໄລຍະຜ່ານມາ ໂດຍສະເພາະໃນປີ 2017 ຈຳນວນ 3 ເມືອງ ລວມເປັນເງິນ 1,7 ຕື້ກວ່າກີບ ແລະ ປີ 2018 ຈຳນວນ 2,2 ຕື້ກວ່າກີບ ໃນນັ້ນ ເມືອງນາໝໍ້ ມີ 85 ຄອບຄົວ ຍັງຄ້າງຈ່າຍ 31 ຄອບຄົວ, ເມືອງໄຊ 296 ຄອບຄົວ ຍັງຄ້າງຈ່າຍ 17 ຄອບຄົວ, ເມືອງງາ 187 ຄອບຄົວ. ນອກນັ້ນ ຍັງໄດ້ຈ່າຍເງິນຊົດ ເຊີຍຜົນກະທົບ ປະຈຳງວດທີ 1 ໂດຍສະເພາະແມ່ນຄ່າທີ່ດິນ, ຜົນລະປູກ ຢູ່ເມືອງໄຊ ຈຳນວນ 13 ຄອບຄົວ ລວມມູນຄ່າ 4,6 ຕື້ ກວ່າກີບ, ຄ່າໂຮງຮຽນບ້ານຫ້ວຍຂຸມ 15 ຕື້ກວ່າກີບ.
ສະເພາະຢູ່ເມືອງງາ ໃນໄລຍະຜ່ານມາ ໄດ້ມີການຊົດເຊີຍມາແລ້ວ 3 ຄັ້ງຄື: ຄັ້ງທີ 1 ແມ່ນໄດ້ຊົດເຊີຍຄ່າເຂົ້າ ປີ 2017 ຈຳນວນ 5 ບ້ານ ເປັນເງິນ 157 ລ້ານກວ່າກີບ, ຄັ້ງທີ 2 ຈ່າຍຄ່າເຂົ້າປີ 2018 ຈຳນວນ 159 ຄອບຄົວ ເປັນເງິນ 594 ລ້ານກ່ວາກີບ, ຄັ້ງທີ 3 ຈ່າຍຊົດເຊີຍຄ່າເຮືອນ ຈໍານວນ 2 ບ້ານ 12 ຄອບຄົວ ເປັນເງິນ 513 ລ້ານກ່ວາກີບ, ແລະ ຄັ້ງທີ 4 ນີ້ ແມ່ນຈ່າຍຜົນກະທົບໃນເສັ້ນແດງ ຈຳນວນ 6 ບ້ານ 181 ຄອບຄົວ ລວມເປັນເງິນ 11,8 ຕື້ກວ່າກີບ.