ພິທີ ມອບ-ຮັບອາຄານຫຼັງໃໝ່ຂອງກະຊວງພາຍໃນ ມີຂຶ້ນໃນວັນທີ 28 ຕຸລານີ້ ທີ່ກະຊວງພາຍໃນ ລະຫວ່າງທ່ານ ນາງ ສຸດສະດີ ລືໄຊ ປະທານບໍລິສັດວິສາຫະກິດສ່ວນບຸກຄົນລືໄຊກໍ່ສ້າງ (ເປັນຜູ້ກ່າວມອບ) ແລະ ທ່ານ ຄໍາມູນ ວິພົງໄຊ ຮອງລັດຖະມົນຕີກະຊວງພາຍໃນ ຫົວໜ້າຄະນະຮັບຜິດຊອບໂຄງການກໍ່ສ້າງ (ເປັນຜູ້ກ່າວຮັບ) ໂດຍການເຂົ້າຮ່ວມເປັນສັກຂີພິຍານຂອງທ່ານ ຄໍາໝັ້ນ ສູນວິເລີດ ລັດຖະມົນຕີກະຊວງພາຍໃນ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ຄໍາມູນ ວິພົງໄຊ ໄດ້ກ່າວວ່າ: ອາຄານສໍານັກງານຫຼັງໃໝ່ຂອງກະຊວງພາຍໃນ ເປັນສັນຍາລັກແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງວຽກງານຂະແໜງພາຍໃນ ໂດຍໄດ້ສະແດງໃຫ້ເຫັນເຖິງຄວາມເປັນຫ່ວງເປັນໄຍ, ຄວາມເອົາ ໃຈໃສ່ໃນການຊີ້ນໍາ-ນໍາພາຢ່າງໃກ້ຊິດຕິດແທດຂອງພັກ ແລະ ລັດຖະບານ ໃນການສືບ ຕໍ່ປັບປຸງກໍ່ສ້າງພື້ນຖານໂຄງລ່າງອັນຈໍາເປັນ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ຄະນະພັກ-ຄະນະນໍາຕະຫຼອດຮອດ ພະນັກງານ ລັດຖະກອນຂະ ແໜງພາຍໃນທົ່ວປະເທດ, ພ້ອມກັນນີ້, ຄະນະພັກ-ຄະນະນໍາ, ບັນດາກົມ, ຫ້ອງການ, ສະຖາບັນ, ສູນ ແລະ ພະນັກງານ-ລັດຖະກອນທຸກຄົນ ຕ້ອງໄດ້ພ້ອມກັນຍົກສູງຄວາມຮັບຜິດຊອບ ໃນການປົກປັກຮັກສາ ແລະ ນໍາໃຊ້ອາຄານຫຼັງໃໝ່ນີ້ໃຫ້ດີທີ່ສຸດ, ໃຫ້ຖືວ່າເປັນບ້ານເຮືອນຂອງ ພະນັກງານ-ລັດຖະກອນ ທຸກຄົນມີພັນທະໃນການປົກປັກຮັກສາຄວາມສະຫງົບ, ຄວາມປອດໄພ, ອະນາໄມ, ຮູ້ປະຢັດນໍ້າ-ໄຟ ຕາມລະບຽບການຄຸ້ມຄອງນໍາໃຊ້ອາຄານ ສະຖານທີ່ເຮັດວຽກໃຫ້ດີ ແລະ ນໍາໃຊ້ໄດ້ຍາວນານທີ່ສຸດ.
ໂຄງການກໍ່ສ້າງອາຄານຫຼັງໃໝ່, ເລີ່ມລົງມືກໍ່ສ້າງມາແຕ່ທ້າຍປີ 2017 ຮອດກາງປີ 2019 ການກໍ່ສ້າງ ຈຶ່ງສໍາເລັດອາຄານຫຼັງດັ່ງກ່າວເປັນອາຄານເບຕົງເສີມເຫຼັກ, ມີຂະໜາດ 17×41 ແມັດ ຊຶ່ງປະກອບມີ 5 ຊັ້ນ, ຊັ້ນທີ 1-4 ເປັນຫ້ອງເຮັດວຽກ ແລະ ຊັ້ນທີ 5 ເປັນຫ້ອງປະຊຸມ ຊຶ່ງປະກອບເຟີນີເຈີຄົບຊຸດ ໂດຍແມ່ນໂຄງການລົງທຶນ ແລະ ນໍາໃຊ້ງົບປະມານ ຂອງລັດຖະບານ ຮ້ອຍສ່ວນຮ້ອຍ ເຂົ້າໃນການກໍ່ສ້າງ ໃນມູນຄ່າທັງໝົດ 29 ຕື້ກວ່າກີບ.
Medialaos Massmedia