ທ່ານ ກິແກ້ວ ໄຂຄຳພິທູນ ລັດຖະມົນຕີ ກະຊວງຖະແຫຼງ ຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຕ້ອນ ຮັບ ທ່ານ ວາລາດີເມຍ ກາລີນິນ (Vladimir kALININ)ເອກອັກຄະລັດຖະທູດແຫ່ງສະຫະພັນຣັດເຊຍ ປະຈຳລາວຄົນໃໜ່ເຂົ້າຢ້ຽມຂຳ່ນັບເມື່ອວັນທີ 21 ພະຈິກນີ້ ທີ່ກະຊວງ ດັ່ງກ່າວ. ໃນໂອກາດທີ່ທ່ານທູດມາດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດຄົນໃໝ່ປະຈຳລາວ.
ໃນໂອກາດດັ່ງກ່າວ ທ່ານ ລັດຖະມົນຕີ ກະຊວງ ຖວທ ໄດ້ ສະແດງຄວາມຕ້ອນຮັບຊົມ ເຊີຍຕໍ່ທ່ານ ວາລາດີເມຍ ກາລີນິນ ທີ່ຖືກແຕ່ງຕັ້ງມາປະຕິບັດ ໜ້າທີ່ການທູດປະຈຳລາວ ຄັ້ງນີ້ ຊຶ່ງເປັນການປະກອບສ່ວນ ເສີມຂະຫຍາຍສາຍພົວພັນຮ່ວມມື ແລະ ຊ່ວຍເຫຼືອຊຶ່ງກັນ ແລະ ກັນ ລະຫວ່າງ ລາວ- ຣັດເຊຍທີ່ມີມາແຕ່ດົນນານແລ້ວນັ້ນໃຫ້ນັບ ມື້ເພີ່ມພູນຄູນສ້າງຍິ່ງໆຂຶ້ນ.

ທ່ານ ວາລາດີເມຍ ກາລີນິນ ກໍໄດ້ສະແດງຄວາມຂອບ ໃຈຕໍ່ທ່ານ ລັດຖະມົນຕີກະຊວງ ຖວທ ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ ໃນນັ້ນຍັງໄດ້ກ່າວຢຶນຢັນວ່າຈະຕັ້ງໜ້າປະຕິບັດໜ້າ ທີ່ ດັ່ງກ່າວເຂົ້າໃນການເພີ່ມທະ ວີການຮ່ວມມືທີ່ດີລະຫວ່າງ ລາວ-ຣັດເຊຍ, ຣັດເຊຍ-ລາວ ໃຫ້ເກີດດອກອອກຜົນຢ່າງແທ້ຈິງD
Medialaos Massmedia