Request for Quotation (RFQ)
ກ່ອນເກີດແຜ່ນດິນໄຫວ
- ຄວນມີໄຟສາຍພ້ອມດ້ວຍຖ່ານໄຟສາຍ ແລະ ຖົງຢາກຽມໄວ້ໃນເຮືອນ ແລະ ໃຫ້ທຸກໆຄົນຮູ້ວ່າຢູ່ບ່ອນໃດ.
- ສຶກສາການປະຖົມພະຍາບານເບື້ອງຕົ້ນ.
- ຄວນມີເຄື່ອງມືດັບເພີງໄວ້ໃນເຮືອນ ເຊັ່ນ: ບັ້ງດັບເພີງ, ຖົງດິນຊາຍ ເປັນຕົ້ນ.
- ຄວນຮູ້ຕໍາແໜ່ງວາວປິດນໍ້າ, ວາວປິດແກ໊ສ, ສະວິກໄຟຟ້າ ສໍາລັບການຕັດກະແສໄຟຟ້າ.
- ຢ່າວາງສິ່ງຂອງໜັກໄວ້ບ່ອນສູງ ເມື່ອເກີດແຜ່ນດິນໄຫວອາດຕົກລົງມາເປັນອັນຕະລາຍໄດ້.
- ມັດເຄື່ອງໃຊ້ທີ່ໜັກໃຫ້ຕິດແໜ້ນກັບພື້ນ, ຝາບ້ານ.
- ຄວນມີການວາງແຜນເລື່ອງຈຸດນັດໝາຍ ໃນກໍລະນີທີ່ຫລົງກັນ ເພື່ອມາລວມຕົວກັນ ໃນພາຍຫລັງ.
- ສ້າງອາຄານບ້ານເຮືອນໃຫ້ເປັນໄປຕາມມາດຕະຖານທີ່ໄດ້ກໍານົດໄວ້ ສໍາລັບພື້ນທີ່ສ່ຽງໄພແຜ່ນດິນໄຫວ.
ລະຫວ່າງການເກີດແຜ່ນດິນໄຫວ
- ຢ່າຕື່ນຕົກໃຈ ພະຍາຍາມຄວບຄຸມສະຕິໃຫ້ສະຫງົບ ຖ້າຫາກທ່ານຢູ່ພາຍໃນເຮືອນກໍ່ໃຫ້ຢູ່ພາຍໃນເຮືອນ, ຖ້າຫາກທ່ານຢູ່ນອກເຮືອນກໍ່ໃຫ້ຢູ່ນອກເຮືອນ ເພາະສ່ວນຫຼາຍການໄດ້ຮັບບາດເຈັບເປັນເພາະການແລ່ນເຂົ້າອອກຈາກເຮືອນ.
- ຖາ້ຫາກຢູ່ໃນເຮືອນໃຫ້ຢືນ ຫລື ໝອບຢູ່ໃນສ່ວນຂອງເຮືອນທີ່ມີໂຄງສ້າງແຂງແຮງ ທີ່ສາມາດຮັບນໍ້າໜັກໄດ້ຫຼາຍ ແລະ ໃຫ້ຢູ່ຫ່າງຈາກປະຕູ, ລະບຽງ ແລະ ປະຕູປ໋ອງຢ້ຽມ.
- ຫາກຢູ່ໃນຕຶກອາຄານສູງ ຄວນຕັ້ງສະຕິໃຫ້ໝັ້ນ ແລະ ຮີບອອກຈາກອາຄານໂດຍໄວ ໜີໃຫ້ຫ່າງຈາກສິ່ງທີ່ຈະລົ້ມທັບໄດ້.
- ຖ້າຢູ່ທີ່ກາງແຈ້ງໃຫ້ຢູ່ຫ່າງຈາກເສົາໄຟຟ້າ ແລະ ສິ່ງຫ້ອຍແຂວນຕ່າງໆ ທີ່ປອດໄພພາຍນອກຄືທີ່ກາງແຈ້ງ.
- ຢ່າໃຊ້ທຽນ, ໄມ້ຂີດໄຟ ຫລື ສິ່ງທີ່ກໍ່ໃຫ້ເກີດປະກາຍໄຟ ເພາະອາດຈະມີແກ໊ສຮົ່ວຢູ່ແຖວນັ້ນ.
- ຖ້າຫາກທ່ານກໍາລັງຂັບລົດ ແມ່ນໃຫ້ຢຸດລົດ ແລະ ຢູ່ພາຍໃນລົດ ຈົນກວ່າການສັ່ນສະເທືອນຈະຢຸດ.
- ຫ້າມໃຊ້ລິບໂດຍເດັດຂາດຂະນະເກີດແຜ່ນດິນໄຫວ.
- ຫາກຢູ່ຊາຍຫາດໃຫ້ຢູ່ຫ່າງຈາກຊາຍຝັ່ງ ເພາະອາດເກີດຄື່ນນໍ້າຂະໜາດໃຫຍ່ຊັດເຂົ້າຫາຝັ່ງ.
ຫຼັງແຜນດິນໄຫວ
- ຄວນເບິ່ງຕົນເອງ ແລະ ຄົນອ້ອມຂ້າງ ວ່າໄດ້ຮັບບາດເຈັບ ຫຼື ບໍ ໃຫ້ປະຖົມພະຍາບານຂັ້ນຕົ້ນກ່ອນ.
- ຄວນຮີບອອກຈາກອາຄານທີ່ຖືກເສຍຫາຍທັນທີ ເພາະວ່າຖ້າເກີດແຜ່ນດິນໄຫວຕາມມາ ອາຄານອາດເພ່ພັງລົງຕື່ມອີກ.
- ໃສ່ເກີບຮຸ້ມສົ້ນຕະຫຼອດ ເພາະອາດມີເສດແກ້ວ ຫຼື ວັດສະດຸແຫຼມຄົມອື່ນໆ ແລະ ສິ່ງວັດສະດຸຫັກພັງແທງ.
- ກວດສາຍໄຟທໍ່ນໍ້າ ທໍ່ແກດ ຖ້າແກ໊ສຮົ່ວ ໃຫ້ປິດວາວຖັ່ງແກດ ຍົກສະພານໄຟ ຫ້າມຈຸດໄມ້ຂີດໄຟ ຫຼື ດັງໄຟ ຈົນກວ່າໝັ້ນໃຈວ່າບໍ່ມີແກ໊ສ.
- ກວດສອບວ່າແກ໊ສຮົ່ວ ດ້ວຍການດົມກິ່ນເທົ່ານັ້ນ ຖ້າໄດ້ກິ່ນໃຫ້ເປີດປະຕູໜ້າຕ່າງທຸກບ່ອນ.
- ໃຫ້ອອກຈາກບໍລິເວນທີ່ສາຍໄຟຂາດ ແລະ ວັດສະດຸສາຍໄຟພາດຕິດ.
- ເປີດວິທະຍຸຟັງຄໍາແນະນໍາສຸກເສີນ ຢ່າໃຫ້ໂທລະສັບ ນອກຈາກຈໍາເປັນແທ້ໆ.
- ສໍາຫຼວດຄວາມເສຍຫາຍຈາກທໍ່ຫ້ອງນໍ້າ ແລະ ທໍ່ນໍ້າເສຍ ກ່ອນໃຊ້.
- ຢ່າເຂົ້າໄປໃນເຂດທີ່ມີຄວາມເສຍຫາຍສູງ ຫຼື ອາຄານເພ່ພັງ.
- ຢ່າເຜີຍແຜ່ຂ່າວລື ແລະ ຂ່າວທີ່ບໍ່ແມ່ນຄວາມຈິ່ງ.