ໃຜມັກກິນເຫັດເຟືອງ ຟັງທາງນີ້ເຮົາມາຕິດຕາມກັນເລີຍ:
ອຸປະກອນທີ່ຕ້ອງໃຊ້ເພາະເຫັດເຟືອງ
- ເຟືອງເຂົ້າ ຫຼື ຜັກຕົບແຫ້ງ
- ຂີ້ເລື່ອຍ ຫຼື ວັດຖຸເພາະເຫັດຊະນິດອື່ນໆ ທີ່ຜ່ານການເພາະມາແລ້ວ (ວັດຖຸທີ່ເຫຼືອ ຫຼື ຖີ້ມ)
- ຫົວເຊື້ອເຫັດເຟືອງ
- ກະຕ່າຢາງ

ຂັ້ນຕອນວິທີເຮັດ
- ນຳເອົາເຟືອງໄປແຊ່ນໍ້າ 1 ຄືນ ແລ້ວມາຕາກແຜ່ໄວ້ໃຫ້ແຫ້ງໝາດໆ ຊຸ່ມໆ ອີກເຄີ່ງມື້ (ສັງເກດໄດ້ຈາກ ເຮົາລອງເອົາມືບີບເບີ່ງແລ້ວບໍ່ມີນໍ້າຍ້ອຍ) ແຕ່ຖ້າຜັກຕົບກໍ່ຕ້ອງເປັນຜັກຕົບຕາກແຫ້ງ ແລ້ວເອົານຳມາຫົດນໍ້າ.
- ເອົາເຟືອງຮຽງກັບກະຕ່າ (ປູພື້ນ) ໂຮຍດ້ວຍຂີ້ເລື່ອຍ ແລະ ຫົວເຊື້ອເຫັດເຟືອງ (ຂີ້ເລື່ອຍ ແລະ ເອົາຫົວເຊື້ອໂຮຍໃສ່ບ່ອນຂອບກະຕ່າເພື່ອໃຫ້ດອກເຫັດອອກຕາມຂອບກະຕ່າ ເປັນຊັ້ນໆ ຂື້ນມາ).
- ເຮັດຊໍ້າກັນແບບນີ້ຈົນຄົບ 4 ຊັ້ນ ຫຼື ເຕັມກະຕ່າ ໂດຍຊັ້ນສຸດທ້າຍໃຫ້ໂຮຍຂີ້ເລື່ອຍ ແລະ ຫົວເຊື້ອໃຫ້ເຕັມເນື້ອທີ່ ເພື່ອໃຫ້ດອກເຫັດອອກທາງເທີງຈົນເຕັມ.
- ຂອບຖົງຢາງເພາະເຫັດຕ້ອງການຄວາມຮ້ອນ ແລະ ຊຸ່ມ.
- ຫຼັງຈາກຜ່ານໄປ 4-5 ມື້ ໃຫ້ສັງເກດເບີ່ງວ່າຖ້າມີລະອອງນໍ້າເປັນຝ້າຫ້ອຍບ່ອນຖົງ ກໍ່ເປັນອັນວ່າໃຊ້ໄດ້ ແຕ່ຖ້າບໍ່ມີກໍ່ຕ້ອງເປີດຖົງຫົດນໍ້າໃສ່ເພີ່ມເອົາ.
- ເມື່ອຄົບ 9-12 ມື້ ເຫັດຈະເລີ່ມອອກ (ປະມານໄລຍະວັນທີ 4 ຫາ 9 ຢ່າເປີດຖົງເດັດຂາດບໍ່ເຊັ່ນນັ້ນດອກຈະຢຸດການຂະຫຍາຍຕົວ ຫຼື ບໍ່ຂະຫຍາຍຕົວເລີຍ).
- ຫຼັງຈາກເຫັດອອກແລ້ວຈະເກັບໄດ້ພາຍໃນ 5 ມື້ ແລະ ຈະໄດ້ເຫັດລວມປະມານ 2 ກິໂລກຼາມ.

ຖ້າຫາກເກັບເຫັດໝົດແລ້ວ ວັດຖຸເພາະເຫັດທັງໝົດບໍ່ຕ້ອງຖີ້ມ ເພາະສາມາດເອົາໄປເຮັດປຸ໋ຍໝັກຕໍ່ໄດ້.
ການລົງທຶນ
- ກະຕ່າ 1 ໜ່ວຍ
- ຫົວເຊື້ອເຫັດເຟືອງ
- ເຟືອງ ຫຼື ຜັກຕົບຫາໄດ້ທົ່ວໄປ
- ເຊື້ອເຫັດເຟືອງ
ຖ້າທຸກຢ່າງຮຽບຮ້ອຍແລ້ວຄວນໃສ່ຖົງຢາງເກັບໄວ້ ຖ້າຫາກທ່ານຢາກທົດລອງເຮັດວິທີເພາະເຫັດເຟືອງ ເພາະຈະເຮັດໄວ້ຂາຍກໍ່ໄດ້ ຫຼື ບໍລິໂພກໃນຄອບຄົວກໍ່ດີ, ກິນເຫັດແລ້ວແຊບ, ສົດ, ແຖມຍັງບໍ່ເຮັດໃຫ້ຕຸ້ຍເພາະຈະມີໄຟເບີ (ສານໄຍອາຫານ) ສູງນຳອີກ.