ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 44 ປີ (2/12/1975-2/12/2019) ບັນດາທູຕານຸທູດ, ອົງການຈັດຕັ້ງສາກົນປະຈຳ ລາວ ໄດ້ເຂົ້າອວຍພອນທ່ານຜູ້ນຳຂອງລາວເຮົາ ນຳໂດຍ ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ພ້ອມພັນລະຍາ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມພັນລະຍາ, ທ່ານນາງ ປານີ ຢ່າທໍ່ຕູ້ ປະທານສະພາແຫ່ງຊາດ ພ້ອມດ້ວຍສາມີ, ທ່ານ ພັນຄຳ ວິພາວັນ ຮອງປະທານປະເທດ ພ້ອມດ້ວຍພັນລະຍາ, ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍພັນລະຍາ, ທ່ານນາງ ສູນທອນ ໄຊຍະຈັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງ ພັກ ພ້ອມດ້ວຍທ່ານລັດຖະ ມົນຕີຫົວໜ້າຫ້ອງວ່າການປະທານປະເທດ ໃນຕອນເຊົ້າວັນທີ 29 ພະຈິກຜ່ານມາທີ່ທຳນຽບປະທານປະເທດ.

ໃນໂອກາດດັ່ງກ່າວ ທ່ານນາງ ເບລິນດາ ອັນເຕ, ທູດອາວຸໂສຕາງໜ້າທູຕານຸທູດ ແລະ ອົງການຈັດຕັ້ງສາກົນປະຈຳລາວ ໄດ້ຂຶ້ນກ່າວອວຍ ພອນການນຳລາວເຮົາ ວ່າ: ໃນຖານະທູດອາວຸໂສຂໍສົ່ງຄຳຊົມເຊີຍອັນອົບອຸ່ນມາຍັງບັນດາທ່ານ, ລັດຖະບານ ແລະ ປະຊາຊົນລາວ ເນື່ອງໃນໂອ ກາດສະເຫຼີມສະຫຼອງວັນ ຊາດ ຄົບຮອບ 44 ປີ, ປີນີ້ເສດຖະກິດຂອງ ສປປ ລາວ ຄາດວ່າຈະໄດ້ຮັບການຟື້ນຟູເຖິງວ່າຈະຍັງສືບຕໍ່ມາດຕະການຮັດກຸມທາງດ້ານງົບ ປະມານ ແລະ ຄວາມຜັນຜວນ ຂອງເສດຖະກິດໂລກ, ທະ ນາຄານໂລກໄດ້ລາຍງານໃນຕົ້ນປີນີ້ວ່າ: ສປປ ລາວ ເປັນໜຶ່ງໃນບັນດາປະເທດທີ່ມີເສດ ຖະກິດຂະຫຍາຍຕົວໄວທີ່ສຸດ ໃນອາຊີຕາເວັນອອກ ແລະ ປາຊີຟິກ, ໃນຊຸມປີຜ່ານມາ ລັດຖະບານລາວ ໄດ້ມີຄວາມກ້າວໜ້າໂດຍສະເພາະແມ່ນການລຶບລ້າງຄວາມທຸກຍາກໃຫ້ໝົດໄປກວ່າເຄິ່ງໜຶ່ງ, ການຫຼຸດຜ່ອນຄວາມອຶດຫິວ ແລະ ກຳລັງປັບປຸງປະສິດທິພາບທາງດ້ານການສຶກສາ ແລະ ສາທາລະນະສຸກທົ່ວປະເທດ, ພວກເຮົາມີຄວາມຍິນດີຕໍ່ການຕັດສິນໃຈຂອງລັດຖະບານ ແຫ່ງ ສປປ ລາວ ເພື່ອເຮັດໃຫ້ການຄຸ້ມຄອງລັດ ມີຄວາມເຂັ້ມແຂງ ລວມທັງຄວາມພະຍາຍາມຂອງລັດຖະບານໃນການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດຂອງປະເທດ ແລະ ຮັກສາການເຕີບໂຕຂອງເສດຖະກິດ ຕໍ່ສິ່ງທ້າທາຍທັງພາຍໃນ ແລະ ພາຍນອກ, ໃນຖານະຄູ່ຮ່ວມພັດທະນາຈະຕັ້ງໜ້າຮ່ວມກັບບັນດາທ່ານເພື່ອຈັດຕັ້ງປະຕິບັດ ແລະ ເຮັດໃຫ້ແຜນດັ່ງກ່າວນີ້ບັນລຸເປົ້າໝາຍໂດຍການຮັດແໜ້ນສາຍພົວພັນຂອງພວກເຮົາໃຫ້ເລິກເຊິ່ງກວ່າເກົ່າ, ສຶກສາຊ່ອງທາງ ແລະ ການຊຸກຍູ້ໃຫ້ມີການພົວພັນທາງດ້ານການຄ້າ ແລະ ການລົງທຶນໃຫ້ຫຼາຍຂຶ້ນ, ສົ່ງເສີມການພົວພັນຮ່ວມມືລະຫວ່າງລັດຕໍ່ລັດ ປະຊາຊົນກັບປະຊາຊົນ, ລວມທັງສົ່ງເສີມການຮ່ວມມືໃນຂອບສອງຝ່າຍ ແລະ ຫຼາຍຝ່າຍນຳອີກ, ພວກເຮົາເຫັນໄດ້ເຖິງຄວາມພະຍາຍາມຂອງລັດຖະບານລາວ ໃນປີນີ້ໃນການຊ່ວຍເຫຼືອບັນເທົາທຸກຜົນກະທົບຈາກໄພທຳມະຊາດ ແລະ ດຳເນີນນະໂຍບາຍຕ່າງໆເພື່ອຮັບມືກັບໄພທຳມະຊາດ, ບັນດາທູຕານຸທູດ ແລະ ອົງການຈັດຕັ້ງສາກົນປະຈຳລາວ ກໍໃຫ້ການສະໜັບສະໜູນ ແລະ ການຊ່ວຍເຫຼືອຕໍ່ ສປປ ລາວ ໃນໄລຍະເກີດໄພທຳມະຊາດ ຊຶ່ງກໍໃຫ້ເກີດຄວາມເສຍຫາຍທາງດ້ານຊີວິດ ແລະ ຊັບສິນຂອງປະຊາຊົນລາວ ໃນເດືອນສິງຫາ ແລະ ເດືອນກັນຍາປີນີ້.
ພວກເຮົາຂໍຢືນຢັນຕໍ່ບັນ ດາທ່ານການນຳຂອງລາວວ່າ: ຈະກຽມພ້ອມໃຫ້ການຊ່ວຍເຫຼືອເພີ່ມເຕີມແກ່ ສປປ ລາວ ເພື່ອຮັບມືກັບໄພທຳມະຊາດທັງໃນຂອບສອງຝ່າຍ ຫຼື ຜ່ານກົນໄກການຮ່ວມມືໃນຂອບອາຊຽນແລະ ຂອບການຮ່ວມມືແບບຫຼາຍຝ່າຍຕ່າງໆ.
ຂ້າພະເຈົ້າຕາງໜ້າທູຕານຸທູດ ແລະ ອົງການຈັດຕັ້ງສາກົນ ປະຈຳ ລາວ ຂໍອວຍພອນໄຊອັນປະເສີດມາຍັງ ບັນດາທ່ານການນຳຂອງ ສປປ ລາວ ຈົ່ງມີສຸຂະພາບແຂງແຮງປະສົບຜົນສຳເລັດໃນໜ້າທີ່ອັນມີກຽດສູງສົ່ງຂອງ ບັນດາທ່ານ ແລະ ຂໍໃຫ້ປະຊາຊົນລາວທຸກຖ້ວນໜ້າຈົ່ງມີຄວາມສຸກຄວາມຈະເລີນຮຸ່ງເຮືອງ.
ຈາກນັ້ນທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ຕາງໜ້າການນຳພັກ-ລັດສະແດງຄວາມຂອບໃຈຕໍ່ທ່ານທູດອາວຸໂສ ແລະ ທູຕານຸທູດຕະຫຼອດຮອດອົງການຈັດຕັ້ງສາກົນປະຈຳ ລາວ ທີ່ເຂົ້າອວຍພອນແດ່ການນຳພັກ-ລັດ ແລະ ປະຊາຊົນລາວທຸກຖ້ວນໜ້າ ໃນໂອກາດວັນຊາດຂອງ ສປປ ລາວ ຄົບ ຮອບ 44 ປີ ຂ້າພະເຈົ້າເຊື່ອໝັ້ນວ່າ ຄຳຍ້ອງຍໍຊົມເຊີຍ ແລະ ຄຳອວຍພອນອັນປະເສີດຂອງທ່ານຈະເປັນແຫຼ່ງອັນຍິ່ງໃຫຍ່ຂອງການສ້າງແຮງບັນດານໃຈໃຫ້ແກ່ລັດຖະບານ ແລະ ປະຊາຊົນລາວຂອງພວກຂ້າ ພະເຈົ້າໃນການສືບຕໍ່ຈັດຕັ້ງປະຕິບັດພາລະກິດອັນສູງສົ່ງແຫ່ງການສ້າງສາພັດທະນາປະເທດຊາດຕາມທິດຍືນຍົງ ແລະ ສີຂຽວ ແນໃສ່ເຮັດໃຫ້ປະເທດລາວຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາໃນອະນາຄົດໃກ້ໆນີ້.
ບັນດາທ່ານທີ່ມີກຽດ ປີໃໝ່ສາກົນ 2020 ໃກ້ຈະໝູນວຽນມາເຖິງໃນມໍ່ໆນີ້, ຂ້າພະເຈົ້າຕາງໜ້າໃຫ້ພັກ-ລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າ ຂໍອວຍພອນໃຫ້ບັນດາທ່ານທູຕານຸທູດ ແລະ ອົງການຈັດຕັ້ງສາກົນປະຈຳ ລາວ ທີ່ມາຮ່ວມອວຍພອນໃນຄັ້ງນີ້ຈົ່ງມີສຸຂະພາບແຂງແຮງ, ມີຄວາມສຸກໃນຊີວິດສ່ວນຕົວ ແລະ ຄອບຄົວ ປະສົບຜົນ ສຳເລັດໃນໜ້າທີ່ອັນມີກຽດສະຫງ່າຂອງທຸກໆທ່ານ ພ້ອມທັງສົ່ງຄວາມຢ້ຽມຢາມຖາມຂ່າວ ແລະ ພອນໄຊອັນປະເສີດໄປຍັງປະມຸກລັດ, ຫົວໜ້າລັດຖະບານ ແລະ ປະຊາຊົນ ກໍຄືການນຳອົງການຈັດຕັ້ງສາກົນຂອງບັນດາທ່ານມານະໂອກາດນີ້ດ້ວຍ. ອວຍພອນໃຫ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີລະຫວ່າງ ສປປ ລາວ ກັບບັນດາປະເທດ ແລະ ອົງການຈັດຕັ້ງສາກົນໃນພາກພື້ນ ແລະ ໃນໂລກຈົ່ງໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ ແລະ ຍືນຍົງຕະຫຼອດໄປ.
Medialaos Massmedia