ອີງຕາມສະພາວະໂລກຮ້ອນ ທີ່ເກີດຂຶ້ນໃນປະຈຸບັນ ຊຶ່ງມີທ່າອ່ຽງອຸນນະພູມເພີ້ມຂຶ້ນ ໄດ້ສົ່ງຜົນກະທົບໂດຍກົງ ຕໍ່ບັນ ດາປະເທດຕ່າງໆຢູ່ໃນໂລກ ເຮັດໃຫ້ຄວາມສົມດຸນຂອງສະພາບອາກາດມີການປ່ຽນແປງ ຄື: ລະດູຫນາວບໍ່ຫນາວຫລາຍ ກົງກັນ ຂ້າມລະດູຮ້ອນ ຫຍີ່ງຮ້ອນ ແລະ ແຫ້ງແລ້ງ ເວົ້າລວມ ເວົ້າສະເພາະ ແມ່ນຢູ່ບັນດາປະເທດທີ່ນອນຢູ່ໃນໃນອ່າງແມ່ນໍ້າຂອງ ໄດ້ປະສົບກັບໄພແຫ້ງແລ້ງຢ່າງຮຸນແຮງ ແລະ ຕໍ່ເນື່ອງ ຍ້ອນໄດ້ຮັບຜົນກະທົບ ຈາກການປ່ຽນແປງຂອງດິນຟ້າອາກາດ ຊຶ່ງສະແດງອອກຄື: ໃນໄລຍະລະດູຝົນ ປະລິມານຝົນຕົກຫນ້ອຍຜິດປົກກະຕິ ເມື່ອທຽບໃສ່ຫລາຍປີຜ່ານມາ ເປັນສາເຫດຕົ້ນຕໍທີ່ພາໃຫ້ເກີດໄພແຫ້ງແລ້ງໃນເຂດອ່າງຮັບນໍ້າ ແມ່ນໍ້າຂອງ. ໂດຍສະເພາະ ໃນປີ 2019 ເກີດມີປະກົດການນໍ້າຖ້ວມຢູ່ພາກໃຕ້ ແລະ ເກີດມີໄພແຫ້ງແລ້ງຢູ່ພາກເຫນືອ ແລະ ພາກກາງ.
ເພື່ອຮັບມືຕໍ່ກັບໄພແຫ້ງແລ້ງ ບັນດາປະເທດລຸ່ມແມ່ນໍ້າຂອງ ເວົ້າລວມ ເວົ້າສະເພາະ ຢູ່ປະເທດລາວເຮົາ ຄວນຈະສຶກສາ ແລະ ຮຽນຮູ້ບົດຮຽນ ຈາກບັນດາປະເທດອື່ນ ທີ່ມີບົດຮຽນກ່ຽວກັບການປ້ອງກັນໄພແຫ້ງ ເປັນຕົ້ນ ສປ. ຈີນ, ສາຫະລັດອາເມລິກາ, ປະເທດ ນໍເວ, ປະເທດ ສະວິດເຊີແລນ. ພ້ອມດຽວກັນນີ້, ພວກເຮົາຕ້ອງໄດ້ສ້າງຍຸດທະສາດ ແລະ ແຜນດໍາເນີນງານໄລຍະກາງ ແລະ ໄລຍະຍາວ ເພື່ອຮັບມືກັບໄພແຫ້ງແລ້ງດັ່ງກ່າວ ໂດຍໄວ ໂດຍສຸມໃສ່ການສ້າງແຜນຄຸ້ມຄອງບັນດາອ່າງ, ການບໍລິຫານຈັດສັນນໍ້າຢູ່ບັນດາເຂື່ອນໄຟຟ້າ ແລະ ເພີ່ມທະວີການຮ່ວມມືໃນລະດັບອະນຸພາກພື້ນ, ພາກພື້ນ ແລະ ສາກົນ ດ້ານການຄຸ້ມຄອງຊັບພະຍາກອນນໍ້າ ແນ່ໃສ່ເພີ້ມທະວີການສ້າງເຄືອຂ່າຍພື້ນຖານໂຄງລ່າງດ້ານຊັບພະຍາກອນນໍ້າ ໃນການກຽມ ພ້ອມຮັບມືກັບການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ.

ຜ່ານການທົບທວນຄືນ ກ່ຽວກັບສະຖິຕິໄພແຫ້ງແລ້ງ ໃນຊຸມປີຜ່ານມາ ສະຫຼຸບໄດ້ວ່າ: ໄລຍະ 6 ເດືອນຕົ້ນປີ 2019 ປະລິມານນໍ້າຝົນທີ່ຕົກໃນອ່າງຮັບນໍ້າອູ ໄດ້ຫຼຸດລົງເຖິງ 41% ເມື່ອທຽບໃສ່ໄລຍະດຽວກັນ ຂອງປີ 2018 ແລະ ຫຼຸດລົງຮອດ 29% ໃນຊ່ວງເດືອນ ກໍລະກົດ ຫາ ກັນຍາ 2019. ສໍາລັບຢູ່ເຂດອ່າງຮັບນໍ້າງື່ມ ແມ່ນໄດ້ຮັບຜົນກະທົບໂດຍກົງ ຍ້ອນປະລິມານນໍ້າຝົນຫນ້ອຍ ແລະ ຕົກຂາດຊ່ວງ ສະແດງອອກ ຄື: ອີງຕາມຜົນການວັດແທກປະລິມານນໍ້າຝົນ ຢູ່ຈຸດປາກກະຍຸງ ປະ ລິມານນໍ້າຝົນທີ່ຕົກ ໃນປີ 2019 ມີພຽງ 1086.3 ມີລີແມັດ ຊຶ່ງທຽບໃສ່ ປີ 2014 (1937.5 ມີລີແມັດ), 2015 (2101.8 ມີລີແມັດ), 2016 (1564.6 ມີລີແມັດ), 2017 (1376 ມີລີແມັດ) ແລະ 2018 (1652.4 ມີລີແມັດ) ເຫັນວ່າ ປະລິມານນໍ້າຝົນແມ່ນຫນ້ອຍຜິດປົກກະຕິ (ຫຼຸດລົງສະເລ່ຍ 566.1 ມີລີແມັດ).
ນອກຈາກນີ້, ເມື່ອມີສະພາວະອຸນຫະພູມສູງ ບວກໃສ່ເກີດມີປະກົດການ ແອລນີໂນ (El Niño) ທີ່ມີກໍາລັງແຮງຂື້ນ ຫຼື ລົມມໍລະສຸມຕາເວັນຕົກສຽງໃຕ້ ທີ່ມີກໍາລັງອ່ອນລົງ, ມັກຈະເກີດສະພາບແຫ້ງແລ້ງ ຢ່າງຮຸນແຮງ ຄື: ໃນປີ 1998, 2003, 2016 ແລະ ປີ 2019. ອີງຕາມຂໍ້ມູນທາງອຸຕຸນິຍົມ-ອຸທົກກະສາດ ຈາກພາກສ່ວນກ່ຽວຂ້ອງ ພົບເຫັນວ່າ ໃນປີ 2019 ພົບວ່າ ໃນບໍລິເວນອ່າງແມ່ນໍ້າຂອງຕອນເທິງ (ຫຼື ເອີ້ນວ່າອ່າງແມ່ນໍ້າລ້ານຊ້າງ) ປະລິມານນໍ້າຝົນ ໃນຊ່ວງເດືອນ ເມສາ, ພຶດສະພາ, ມິຖຸນາ ແລະ ສິງຫາ ໄດ້ຫຼຸດລົງ 51%, 71%, 39% ແລະ 43% ຕາມດໍາລັບ ເມື່ອທຽບ ໃສ່ໄລຍະດຽວກັນຂອງປີຜ່ານມາ ສະແດງອອກຢ່າງຈະແຈ້ງຄື: ປັດຈຸບັນ ລະດັບນໍ້າ ຂອງອ່າງເກັບນໍ້າ ແມ່ນໍ້າຢູຈາດິ (Yuzhadu) ທີ່ຢູ່ໃນແມ່ນໍ້າລ້ານຊ້າງ (ແມ່ນໍ້າຂອງຕອນເທິງ) ແມ່ນມີລະດັບນໍ້າທີ່ຕໍ່າທີ່ສຸດ ນັບຕັ້ງແຕ່ການກໍ່ ສ້າງອ່າງເກັບນໍ້າ ຊຶ່ງມີລະດັບນໍ້າສະເລ່ຍຕໍ່າກ່ວາ 27 ແມັດ ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ.
ພ້ອມນີ້, ກອງເລຂາຄະນະກຳມາທິການແມ່ນໍ້າຂອງສາກົນ (MRCS) ຍັງໄດ້ລາຍງານສະພາບນໍ້າປະຈຳອາທິດ ໃນຊ່ວງເດືອນທີ່ຜ່ານມາກ່ຽວກັບປະລິມານຝົນຕົກໜ້ອຍໃນຊ່ວງລະດູຝົນ ຂອງເຂດອ່າງແມ່ນໍ້າຂອງ. ສະນັ້ນ, ຈື່ງສາມາດສະຫລຸບໄດ້ວ່າ ສາ ເຫດທີ່ພາໃຫ້ເກີດມີໄພແຫ້ງແລ້ງທີ່ຮຸນແຮງ ໃນປີ 2019 ແມ່ນເກີດຈາກມີປະລີນມານຝົນຕົກຫນ້ອຍຜິດປົກກະຕິ ເມື່ອທຽບ ໃສ່ປີຜ່ານມາ.
ອີງຕາມປະສົບການ ຂອງບັນດາປະເທດຕ່າງໆໃນໂລກ ພໍສະຫລຸບໄດ້ຄື: ເພື່ອຮັບມືກັບໄພແຫ້ງແລ້ງ ແລະ ໄພນໍ້າຖ້ວມ ຕ້ອງໄດ້ສ້າງມາດຕະການການປ້ອງກັນ ແລະ ການປົກປັກຮັກສາ. ກ່າວຄືຕ້ອງໄດ້ກໍ່ສ້າງອ່າງເກັບກັກນໍ້າ ໃຫ້ພຽງພໍ ເພື່ອສາມາດການປ້ອງກັນໄພນໍ້າຖ້ວມ ທີ່ເກີດຂື້ນຊົ່ວຄາວ ທັງສາມາດເກັບຮັກສານໍ້າ ເພື່ອນໍາໃຊ້ໃນກໍລະນີ ເກີດມີໄພແຫ້ງແລ້ງ. ສະເພາະຢູ່ບ້ານເຮົາ ໄລຍະຜ່ານມາ ການສ້າງອ່າງເກັບນໍ້າຊວງ ແລະ ອ່າງເກັບນໍ້າຫຸມ ກໍເປັນຕົວແບບຫນຶ່ງທີ່ເປັນຮູບປະທໍາ. ສະນັ້ນ, ຢູ່ທຸກເມືອງ ແລະ ທຸກແຂວງ ຄວນຂຸດອ່າງກັກເກັບນໍ້າຂະຫນາດໃຫຍ່ໄວ້ ໄປຄຽງຄູ່ກັບການປົກປັກຮັກສາປ່າໄມ້ ຊຶ່ງບາງບົດຮຽນທີ່ດີຂອງບັນດາປະເທດຕ່າງໆ ເພື່ອປ້ອງກັນໄພນໍ້າຖ້ວມ ແລະ ໄພແຫ້ງແລ້ງ ມີດັ່ງນີ້:
1) ສະຫະລັດອາເມລິກາ ໄດ້ອອກແບບກໍ່ສ້າງອ່າງເກັບນໍ້າຂະໜາດໃຫຍ່ ພ້ອມລະບົບບໍລິຫານຈັດການນໍ້າ ຊຶ່ງໄດ້ດໍາເນີນມາຫລາຍ 100 ປີແລ້ວ ຈົນເຖິງປະຈຸບັນ.
2) ສປ. ຈີນ ໄດ້ດໍາເນີນໂຄງການກໍ່ສ້າງເຂື່ອນໄຟຟ້າຂະຫນາດໃຫຍ່ (ເຂື່ອນສາມຫຸບເຂົາ-Three Gorges) ໃນສາຍແມ່ນໍ້າຢາງຊີຈຽງ ຊຶ່ງສາມາດປ້ອງກັນນໍ້າຖ້ວມ ແລະ ມີນໍ້າຢ່າງພຽງພໍສາມາດສະຫນອງນໍ້າ ໃນເວລາທີ່ເກີດໄພແຫ້ງແລ້ງ.
3) ອ່າງເກັບນໍ້າຂະໜາດໃຫຍ່ ຈໍານວນຫຼວງຫຼາຍ ໄດ້ກໍ່ສ້າງຂຶ້ນໃນບັນດາປະເທດທີ່ພັດທະນາແລ້ວ ເປັນຕົ້ນ ປະເທດ ນໍເວ ແລະ ປະເທດ ສະວິດເຊີແລນ.

ດັ່ງນັ້ນ, ຈາກບົດຮຽນຂອງບັນດາປະເທດຕ່າງໆ ຢູ່ໃນໂລກ ກ່ຽວກັບການຮັບມືກັບໄພແຫ້ງແລ້ງ ແລະ ນໍ້າຖ້ວມ ສປປ ລາວ ຄວນສຸມໃສ່ລິເລີມປະຕິບັດຢ່າງເປັນລະບົບດັ່ງນີ້:
Riverbed in drought

1) ສຶກສາ ແລະ ດໍາເນີນການກໍ່ສ້າງອ່າງເກັບກັກນໍ້າຢູ່ໄກ້ເຂດຕົວເມືອງໃຫຍ່ນ້ອຍ ຢູ່ບັນດາເມືອງ ແລະ ແຂວງ ພ້ອມທັງສ້າງຍຸດທະສາດ ແລະ ແຜນດໍາເນີນງານໃນການບໍລິຫານຈັດການນໍ້າ ຢູ່ແຕ່ລະອ່າງຮັບນໍ້າ ແລະ ປັບປຸງລະບົບຊົນລະ ປະທານ ໂດຍສະເພາະແມ່ນຢູ່ບັນດາເຂື່ອນໄຟຟ້າ ຢ່າງເປັນລະບົບ ໂດຍມີການເຂົ້າຮ່ວມຂອງພາກສ່ວນກ່ຽວຂ້ອງ ແລະ ອົງການປົກຄອງທ້ອງຖີ່ນ;
2) ທົບທວນ ແລະ ປັບປຸງກົງຈັກການຈັດຕັ້ງ ແລະ ບຸກຄະລາກອນໃຫ້ມີຄວາມເຂັ້ມແຂງ ໂດຍການຈັດຕັ້ງຜັນຂະຫຍາຍກົດຫມາຍ ວ່າດ້ວຍນໍ້າ ແລະ ຊັບພະຍາກອນນໍ້າ ຢ່າງເປັນຮູບປະທໍາ;
3) ສຶບຕໍ່ເພີ້ມທະວີການຮ່ວມມືກັບບັນດາປະເທດອະນຸພາກພື້ນ, ພາກພື້ນ ແລະ ສາກົນ ພາຍໃຕ້ກອບການຮ່ວມມືປະຈຸບັນ ເປັນຕົ້ນ ແມ່ນກອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ, ກອບການຮ່ວມມືອະນຸພາກພື້ນແມ່ນໍ້າຂອງ ໂດຍຖືເອົາໄພແຫ້ງແລ້ງ ແລະ ໄພນໍ້າຖ້ວມ ເປັນສົງຄາມຫນຶ່ງ ທີ່ສົ່ງຜົນກະທົບໂດຍກົງຕໍ່ການດໍາລົງຊີວິດຂອງປະຊາຊົນ ກໍຄືການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຊຶ່ງຕ້ອງໄດ້ຮີບຮ້ອນໃນການຕໍ່ສູ້ເອົາຊະນະໂດຍໄວ ເພື່ອຮັບປະກັນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຕາມທິດຍືນຍົງ.

ສັງລວມໂດຍ ຄະນະວິຊາການອະວຸໂສດ້ານຊັບພະຍາກອນນໍ້າ