ໃນວັນທີ 9 ທັນວາ 2019 ທີ່ນະຄອນຫລວງວຽງຈັນ, ວິທະຍຸກະຈາຍສຽງແຫ່ງຊາດລາວ ຮ່ວມກັບ ກົມຮ່ວມມືສາກົນ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ຈັດຝຶກອົບຮົມ ໄລຍະສັ້ນ 2 ວັນ ເພື່ອຍົກລະດັບຄວາມຮູ້ ໃນການຜະລິດລາຍການກ່ຽວກັບອາຊຽນ ໃຫ້ບັນດານັກຈັດ ລາຍການວິທະຍຸອາຊຽນ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ໂພສີ ແກ້ວມະນີວົງ ຜູ້ອຳນວຍການໃຫຍ່ ວິທະຍຸ ກະຈາຍສຽງແຫ່ງຊາດລາວ, ທ່ານ ບຸນເລື່ອນ ບຸບຜາ ຫົວໜ້າກົມຮ່ວມມືສາກົນ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ພ້ອມດ້ວຍສຳມະນາກອນຈາກ 10 ປະເທດ ອາຊຽນ ເຂົ້າຮ່ວມ.

ການຈັດຊຸດຝຶກອົບຮົມໃນຄັ້ງນີ້, ສຳມະນາກອນ ຈະໄດ້ແລກປ່ຽນບົດຮຽນກ່ຽວກັບການ ຜະລິດ ລາຍການກ່ຽວກັບອາຊຽນ ຂອງແຕ່ລະປະເທດ, ຍົກລະດັບທັກສະໃນການເຮັດຂ່າວໃຫ້ຖືກຕ້ອງ, ຊັດເຈນ ແລະ ທັນກັບເຫດການ. ນອກຈາກນີ້, ນັກຈັດລາຍການວິທະຍຸອາຊຽນ ຍັງຈະໄດ້ ບັດຕົວຈິງດ້ວຍການ ທົດລອງອັດລາຍການວິທະຍຸອາຊຽນ ຢູ່ຫ້ອງອັດຂອງວິທະຍຸກະຈາຍສຽງແຫ່ງຊາດລາວ ແນໃສ່ຍົກລະດັບຄວາມຮູ້, ຄວາມສາມາດໃຫ້ນັກຈັດລາຍການໃນອາຊຽນ ມີຄວາມເຂົ້າໃຈຕໍ່ກັບ ວຽກງານດັ່ງກ່າວ ໂດຍສະ ເພາະ ການເຜີຍແຜ່ຂໍ້ມູນຂ່າວສານ ກ່ຽວກັບການເມືອງ, ການພັດທະນາ ເສດຖະກິດ-ສັງຄົມ ແລະ ອື່ນໆ ໃຫ້ໄດ້ຮັບຮູ້ຢ່າງກວ້າງຂວາງ.
ທ່ານ ໂພສີ ແກ້ວມະນີວົງ ໃຫ້ຮູ້ວ່າ: ການຈັດຊຸດຝຶກອົບຮົມໃນຄັ້ງນີ້, ມີຄວາມໝາຍສຳຄັນຫລາຍ ຕໍ່ນັກຈັດລາຍການວິທະຍຸອາຊຽນ ເພື່ອຍົກລະດັບລາຍການໃຫ້ມີຄຸນນະພາບສູງຂຶ້ນ ແລະ ຮັບປະກັນໃຫ້ ເນື້ອໃນມີຄວາມອຸດົມສົມບູນ ກາຍເປັນຂົວ ຕໍ່ສຳຄັນໃຫ້ປະຊາຊົນ ໃນປະເທດສະມາຊິກອາຊຽນ ດ້ວຍກັນ ຮັບຮູ້ຂໍ້ມູນຂ່າວສານ ຊິ່ງກັນ ແລະ ກັນຫລາຍຂຶ້ນ.
Medialaos MMD