ສະຫະພັນແມ່ຍິງ 4 ພາກ ສ່ວນ ປະກອບມີ ສະຫະພັນແມ່ຍິງ ອົງການກວດສອບແຫ່ງລັດ,ສະຫະພັນແມ່ຍິງກະຊວງພາຍໃນ, ສະຫະພັນແມ່ຍິງຫ້ອງວ່າການສຳນັກງານນາຍົກລັັດຖະມົນຕີ ແລະ ສະຫະພັນແມ່ຍິງກະຊວງການເງິນໄດ້ຮ່ວມກັນຈັດກິດຈະກຳແຂ່ງຂັນຖາມຕອບກ່ຽວກັບພາລະບົດບາດຂົງເຂດທີ່ຕົນຮັບຜິດຊອບ, ພິທີດັ່ງກ່າວໄດ້ຈັດຂຶ້ນໃນອາທິດຜ່ານມາທີ່ອົງການກວດສອບແຫ່ງລັດ ໂດຍການເຂົ້າຮ່ວມຂອງທ່ານນາງ ວຽງທອງ ສີພັນດອນ ປະທານອົງການກວດສອບແຫ່ງລັດ ພ້ອມດ້ວຍທ່ານຮອງປະທານຜູ້ຊີ້ນຳວຽກງານສາມອົງການຈັດຕັ້ງມະຫາຊົນເຂົ້າຮ່ວມ.
ທ່ານນາງ ສີຕານ ໄຊຍະວົງເພັດ ປະທານສະຫະພັນແມ່ຍິງອົງການກວດສອບແຫ່ງລັດກ່າວວ່າ: ການສ້າງກິດຈະກຳແຂ່ງຂັນຖາມ-ຕອບໃນເທື່ອນີ້ ຈຸດປະສົງເພື່ອແລກປ່ຽນຄວາມຄິດເຫັນລະຫວ່າງເອື້ອຍນ້ອງແມ່ຍິງ 4 ພາກສ່ວນ ເພື່ອຮັດແໜ້ນຄວາມສາມັກຄີຮັກ ແພງພ້ອມທັງເຮັດໃຫ້ສະຫະພັນແມ່ຍິງໄດ້ຮຽນຮູ້ ແລະ ເຂົ້າໃຈເຖິງພາລະບົດບາດ, ໜ້າທີ່ວຽກງານຂອງແຕ່ລະຂົງເຂດທີ່ຕົນຮັບຜິດຊອບເວົ້າລວມເວົ້າສະເພາະກໍແມ່ນຄວາມຮັບຮູ້ເຖິງ ພາລະບົດບາດ, ໜ້າທີ່ຂອງສະຫະພັນແມ່ຍິງລາວ, ນອກນີ້ສະຫະພັນແມ່ຍິງ 4 ພາກສ່ວນກໍຈະໄດ້ຈັດກິດຈະກຳແຂ່ງຂັນກິລາ ເພື່ອສ້າງຂະບວນການຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ສະມາຊິກສະຫະພັນແມ່ ຍິງຄັ້ງທີ II ຂອງອົງການກວດສອບແຫ່ງລັດນຳອີກ.