ທ່ານ ພັນຄຳ ວິພາວັນ ຮອງປະທານປະເທດ ແຫ່ງ ສປປ ລາວ, ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ໍານັບຂອງທ່ານ ໂອກາວະ ໂຕຊິໂອະ (OGAWA Toshio), ຮອງປະທານສະພາສູງຍີ່ປຸ່ນ, ໃນວັນທີ 16 ທັນວານີ້ ທີ່ທໍານຽບປະທານປະເທດ ໃນໂອກາດທີ່ເດີນທາງມາຢ້ຽມ ຢາມ ແລະ ເຮັດວຽກຢູ່ ສປປ ລາວ.
ທ່ານ ພັນຄຳ ວິພາວັນ ໄດ້ສະແດງຄວາມຕ້ອນຮັບ ແລະ ຊົມເຊີຍຕໍ່ທ່ານ ໂອກາວະ ໂຕຊິໂອະ ພ້ອມດ້ວຍຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ, ຊຶ່ງເປັນການສືບຕໍ່ຊຸກຍູ້ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ທີ່ມີມາແຕ່ດົນນານລະຫວ່າງລາວ-ຍີ່ປຸ່ນ ເວົ້າລວມ, ເວົ້າສະເພາະ ກໍແມ່ນການຮ່ວມມືລະຫວ່າງສອງສະພາແຫ່ງຊາດລາວ-ສະພາສູງຍີ່ປຸ່ນ, ເພື່ອພົບປະແລກປ່ຽນບົດຮຽນໃນການປະຕິ ບັດພາລະບົດບາດ, ສິດ ແລະ ໜ້າທີ່ ໃນຂົງເຂດ ວຽກງານ ນິຕິກໍາ ຂອງສອງສະພາແຫ່ງຊາດລາວ-ສະພາສູງຍີ່ປຸ່ນ ໃຫ້ມີຄວາມໜັກແໜ້ນຂຶ້ນກວ່າເກົ່າ.
ໃນໂອກາດນີ້ ທ່ານໂອກາວະ ໂຕຊິໂອະ ຕາງໜ້າໃຫ້ກັບຄະນະ, ສະແດງຄວາມຂອບໃຈຕໍ່ທ່ານ ພັນຄຳ ວິພາວັນ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ.
ໃນວັນດຽວກັນນີ້ ທີ່ສະພາແຫ່ງຊາດ ໄດ້ມີພິທີພົບປະສອງຝ່າຍ ຊຶ່ງຝ່າຍລາວນຳໂດຍທ່ານ ບຸນປອນ ບຸດຕະນະວົງ ຮອງປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ແລະ ຝ່າຍຍີ່ປຸ່ນນຳໂດຍ ທ່ານ ໂອກາວະ ໂຕຊິໂອະ ຮອງປະທານສະພາສູງຍີ່ປຸ່ນ ພ້ອມດ້ວຍຄະນະ.
ການພົບປະຄັ້ງນີ້, ສອງຝ່າຍໄດ້ຜັດປ່ຽນກັນລາຍງານສະພາບການເຄື່ອນໄຫວໃນໄລຍະທີ່ຜ່ານມາ ຊຶ່ງສະພາແຫ່ງຊາດລາວ-ລັດຖະບານຍີ່ປຸ່ນ ກໍຄື ສະພາສູງ ແລະ ສະພາຕໍ່າຍີ່ປຸ່ນ ໄດ້ມີການພົວພັນຮ່ວມມືອັນດີ ແລະ ເປັນປົກກະຕິ ມາແຕ່ດົນນານ ຊຶ່ງສະແດງອອກໃນການແລກປ່ຽນ ຄະນະຜູ້ແທນຂັ້ນຕ່າງໆຮ່ວມກັນ.
ເພື່ອສືບຕໍ່ຮ່ວມມືກັນໃນຕໍ່ ໜ້າ, ທ່ານ ຮອງປະທານສະພາແຫ່ງຊາດລາວ ໄດ້ສະເໜີວ່າ ຄວນເພີ່ມທະວີການພົວພັນຮ່ວມມື ເປັນຕົ້ນແມ່ນສືບຕໍ່ແລກປ່ຽນການຢ້ຽມຢາມ ແລະ ໄປ-ມາຫາສູ່ກັນ ລະຫວ່າງ ສະພາແຫ່ງຊາດລາວ-ສະພາສູງຍີ່ປຸ່ນ ຄຽງຄູ່ກັນນັ້ນ, ສະເໜີໃຫ້ຝ່າຍຍີ່ປຸ່ນ ຈັດສົ່ງຊ່ຽວຊານ ມາຈັດປາຖະກະຖາ ວິທະຍາສາດທີ່ສອງຝ່າຍມີຄວາມສົນໃຈ; ສືບຕໍ່ຊຸກຍູ້ໃຫ້ຜູ້ປະກອບການ ແລະ ປະຊາຊົນຍີ່ປຸ່ນ ເຂົ້າມາລົງທຶນ ແລະ ທ່ອງທ່ຽວຢູ່ລາວ; ສືບຕໍ່ພິຈາ ລະນາໃຫ້ການຊ່ວຍເຫຼືອ ແລະ ການໃຫ້ທຶນກູ້ຢືມດອກເບ້ຍ ຕໍ່າໃຫ້ແກ່ ສປປ ລາວ ໃນ ການພັດທະນາພື້ນຖານໂຄງ ລ່າງ, ການສຶກສາ, ການພັດ ທະນາຊົນນະບົດ ແລະ ແກ້ ໄຂຄວາມທຸກຍາກ; ສະ ເໜີ ໃຫ້ສະພາສູງຍີ່ປຸ່ນ ສືບຕໍ່ສະ ໜັບສະໜູນ ບັນດາໂຄງການພັດທະນາ ທີ່ລັດຖະບານລາວ ໄດ້ສະເໜີ ຕໍ່ລັດຖະບານຍີ່ປຸ່ນ ເຊັ່ນ: ການສ້າງເສັ້ນທາງດ່ວນ ວຽງຈັນ-ຮ່າໂນ້ຍ; ການຍົກເວັ້ນວີຊາ ໃຫ້ແກ່ ປະຊາຊົນລາວ; ເປີດສາຍການບິນໂດຍກົງ ລະຫວ່າງ ລາວ-ຍີ່ປຸ່ນ.
Medialaos MMD