ເມື່ອບໍ່ດົນຜ່ານມານີ້ ທີ່ສະຖາບັນການເມືອງແຫ່ງຊາດ ໂຮ່ຈິມິນ ສສ ຫວຽດນາມ ໄດ້ ສຳເລັດຝຶກອົບຮົມວຽກງານ ຂົນຂວາຍມະຫາຊົນໃຫ້ພະນັກ ງານຫຼັກແຫຼ່ງຂອງແນວລາວ ສ້າງຊາດ, ອົງການຈັດຕັ້ງມະ ຫາຊົນຂັ້ນສູນກາງ, ແນວລາວສ້າງຊາດແຂວງ ແລະ ຂັ້ນເມືອງ ສປປ ລາວ ຊຶ່ງດໍາເນີນເປັນເວລາ 16 ວັນ ຝ່າຍລາວນໍາໂດຍທ່ານ ຈັນທະວົງ ແສນອາມາດມົນຕີ ຮອງປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍສໍາມະນາກອນ ຈໍານວນ 34 ທ່ານ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ບຸ່ນຕ໋ວນກວາງ ຮອງຫົວໜ້າຄະນະຂົນຂວາຍສູນກາງພັກກອມມູນິດຫວຽດນາມ, ມີຜູ້ຕາງໜ້າສະຖາບັນການ ເມືອງແຫ່ງຊາດໂຮ່ຈິມິນ, ຄະ ນະພົວພັນຕ່າງປະເທດສູນກາງພັກ, ຜູ້ຕາງໜ້າສະຖານທູດລາວປະຈໍານະຄອນຫຼວງຮ່າໂນ້ຍເຂົ້າຮ່ວມ.
ໃນໂອກາດນີ້, ທ່ານ ຈັນທະວົງ ແສນອາມາດມົນຕີ ໄດ້ມີຄໍາເຫັນຕໍ່ຊຸດຝຶກອົບຮົມ ຊຶ່ງກ່ອນອື່ນໝົດທ່ານໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດໃນຊຸດຝຶກອົບຮົມຄັ້ງນີ້, ເພື່ອເປັນການປະກອບສ່ວນອັນສໍາຄັນເຂົ້າໃນການເພີ່ມພູນຄູນສ້າງ ແລະ ເສີມຂະຫຍາຍສາຍພົວພັນມິດ ຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດລາວ-ຫວຽດນາມຊຶ່ງແມ່ນປະທານ ໂຮ່ຈິມິນ ຜູ້ຍິ່ງໃຫຍ່, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ທີ່ແສນ ເຄົາລົບຮັກເປັນຜູ້ກໍ່ຕັ້ງ.
ການນໍາຂອງສອງປະເທດຮຸ່ນຕ່າງໆໄດ້ພ້ອມກັນສືບທອດ ແລະ ປົກປັກຮັກສາ, ເພີ່ມພູນຄູນສ້າງ ແລະ ພັດທະນາຢ່າງບໍ່ຢຸດຢັ້ງທັງທາງກວ້າງ ແລະ ທາງເລິກຈົນກາຍເປັນມໍລະ ດົກລວມທີ່ລໍ້າຄ່າຂອງສອງປະ ເທດ, ເປັນກົດເກນແຫ່ງການຄົງຕົວ ແລະ ຂະຫຍາຍຕົວຂອງສອງປະເທດ, ເປັນໜຶ່ງໃນປັດໄຈຕັດສິນໄຊຊະນະຂອງພາລະກິດປະຕິວັດຢູ່ແຕ່ລະປະເທດເວົ້າລວມ, ເວົ້າສະ ເພາະແມ່ນການຈັດຕັ້ງຜັນ ຂະຫຍາຍສັນຍາຮ່ວມມືລະ ຫວ່າງຄະນະກໍາມະການສູນກາງແນວລາວສ້າງຊາດ ແລະ ຄະນະຂົນຂວາຍມະຫາຊົນສູນກາງພັກກອມມູນິດ ຫວຽດນາມ ໄລຍະປີ 2018-2022 ໃຫ້ນັບມື້ນັບເຂົ້າສູ່ລວງເລິກ ແລະ ແທດ ເໝາະກັບຕົວຈິງ; ການຝຶກອົບຮົມຄັ້ງນີ້ ລ້ວນແຕ່ມີຄວາມສໍາຄັນ ແລະ ມີປະໂຫຍດ ຊຶ່ງໄດ້ສ້າງຄວາມຮັບຮູ້ໃໝ່ຢ່າງເປັນລະບົບກ່ຽວກັບວຽກງານຂົນຂວາຍ, ໄດ້ຮູ້ຈັກຄວາມໝາຍຄວາມສໍາຄັນ ແລະ ພຶດ ຕິກໍາຕົວຈິງກ່ຽວກັບການຂົນ ຂວາຍຢູ່ແຕ່ລະຂົງເຂດວຽກງານ, ຂະແໜງການທັງຢູ່ສູນກາງ ແລະ ທ້ອງຖິ່ນ; ທີ່ສຳຄັນວຽກງານຂົນຂວາຍນັ້ນໄດ້ເຮັດ ໃຫ້ນັກສຳມະນາກອນໄດ້ຮັບ ຮູ້ວ່າວຽກງານຂົນຂວາຍນັ້ນແມ່ນວຽກງານທົ່ວລະບົບການ ເມືອງຂອງອົງການຈັດຕັ້ງພັກ-ລັດ, ອົງການປົກຄອງທຸກ ຂັ້ນ ແລະ ທົ່ວປວງຊົນບໍ່ແມ່ນພຽງແຕ່ແນວໂຮມປະເທດຊາດຫວຽດນາມ ແລະ ຄະນະຂົນຂວາຍມະຫາຊົນສູນກາງພັກກອມມູນິດຫວຽດນາມເທົ່ານັ້ນ ຊຶ່ງພວກຂ້າພະເຈົ້າຈະໄດ້ນໍາເອົາບົດຮຽນຊຸດຝຶກອົບຮົມຄັ້ງນີ້ ນໍາໄປໝູນໃຊ້ເຂົ້າໃນຂົງເຂດວຽກງານຂອງຕົນຮັບຜິດຊອບໃຫ້ສອດຄ່ອງກັບສະພາບເງື່ອນໄຂຕົວຈິງຂອງແຕ່ລະອົງການຢູ່ສູນກາງ ແລະ ທ້ອງຖິ່ນ ໃຫ້ມີຜົນສໍາເລັດເປັນແຕ່ລະບາດກ້າວ.
ນອກຈາກນັ້ນ, ຍັງໄດ້ ທ່ຽວຊົມສະຖານທີ່ສໍາຄັນເປັນ ຕົ້ນສຸສານປະທານ ໂຮ່ຈິມິນ, ຫໍພິພິທະພັນໂຮ່ຈິມິນ, ຫໍພິພິທະພັນກອງທັບ; ຫໍພິພິທະພັນຊົນເຜົ່າວິທະຍາຫວຽດນາມ; ໄປທ່ຽວຊົມຈອມພູຝານຊີປັງ (Fanxipang) ແລະ ເບິ່ງວິທີການດໍາລົງຊີວິດຂອງປະຊາຊົນ (ຊົນເຜົ່າມົ້ງ) ຢູ່ບ້ານກັດເມືອງສະປາ ແຂວງລາວກາຍ, ໄປທັດສະນະສຶກສາຢູ່ເມືອງໃໝ່ ອີໂກ້ພາກ (Ecopark) ແລະ ເອອ້ອນມໍ (Aeon Mall) ແລະ ເຂົ້າຢ້ຽມຂາໍ່ນັບ ແລກປ່ຽນບົດຮຽນນໍາ ສະຫາຍ ນາງ ເຈືອງ ທິ ມາຍ ກໍາມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກກອມມູນິດຫວຽດນາມຕື່ມອີກ.
Medialaos MMD