ກົມຄຸ້ມຄອງແຮງງານ ກະຊວງແຮງງານ ແລະ ສະຫວັດດີສັງຄົມ ຈັດກອງປະຊຸມສະຫລຸບ ການຈັດຕັ້ງປະຕິບັດຄາດໝາຍສູ້ຊົນ ວຽກງານຄຸ້ມຄອງແຮງງານ ປະຈຳປີ 2019 ແລະ ວາງແຜນການປະຕິບັດຄາດໝາຍ, ການບັງຄັບໃຊ້ກົດໝາຍ ແລະ ລະບຽບດ້ານແຮງງານທີ່ມີປະສິດທິພາບໃນປີ 2020 ໃນວັນທີ 24 ທັນວາ 2019, ເຊິ່ງໃນປີນີ້ກົມຄຸ້ມຄອງແຮງງານ ສາມາດກວດກາແຮງງານ ໄດ້ທັງໝົດ 3.187 ຫົວໜ່ວຍ ລື່ນຄາດໝາຍ 27%, ໄດ້ຮັບການຮ້ອງຮຽນໃຫ້ແກ້ໄຂຂໍ້ຂັດແຍ່ງແຮງງານ 119 ກໍລະນີ, ສາມາດແກ້ໄຂໄດ້ 100%, ຊຸກຍູ້ໃຫ້ບັນດາຫົວໜ່ວຍແຮງງານ ມີກົດລະບຽບໃນການຄຸ້ມຄອງ ແລະ ນຳໃຊ້ແຮງງານພາຍໃນ ຫົວໜ່ວຍແຮງງານໄດ້ 437 ຫົວໜ່ວຍ ລື່ນຄາດໝາຍ 49%, ຊຸກຍູ້ຫົວໜ່ວຍແຮງງານທີ່ນຳໃຊ້ແຮງງານ 50 ຄົນຂຶ້ນໄປ ໃຫ້ມີສັນຍາແຮງງານໄດ້ 175 ຫົວໜ່ວຍ ແລະ ຫົວໜ່ວຍແຮງງານທີ່ນຳໃຊ້ແຮງງານ 100 ຄົນຂຶ້ນໄປ ສ້າງຕັ້ງຄະນະຮັບຜິດຊອບຄວາມປອດໄພ ແລະ ສຸຂະພາບແຮງງານ ພາຍໃນຫົວໜ່ວຍແຮງງານໄດ້ 2 ແຫ່ງ.
ໂອກາດນີ້, ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີ ກະຊວງ ກະຊວງແຮງງານ ແລະ ສະ ຫວັດດີການສັງຄົມ ໄດ້ໃຫ້ກຽດໂອ້ລົມ ຕໍ່ກອງປະຊຸມ ໂດຍທ່ານໄດ້ເນັ້ນໃຫ້ ກົມຄຸ້ມຄອງແຮງງານເອົາໃຈໃສ່ໃນການປົກປ້ອງສິດ ແລະ ຜົນປະໂຫຍດຂອງຜູ້ອອກແຮງງານລາວ ທີ່ເຮັດວຽກຢູ່ຕ່າງປະເທດຕາມກົດໝາຍທີ່ມີ, ຖ້າມີບັນຫາສິ່ງທ້າທາຍ ກໍໃຫ້ຄົ້ນຄວ້າ ແລະ ສະເໜີ ຄະນະນຳເພື່ອປັບປຸງແກ້ໄຂ, ການຄຸ້ມຄອງແຮງງານ ຕ່າງປະເທດກໍເຊັ່ນດຽວກັນ ໃຫ້ຖືເອົາບົດຮຽນ ທີ່ໄດ້ຈາກການປະຕິບັດ ຄຳສັ່ງຂອງນາຍົກລັດຖະມົນຕີ ເລກທີ 62/ນຍ ເປັນບ່ອນອີງໃນການສະເໜີ ວິທີການແກ້ໄຂໄວ ເທົ່າທີ່ຈະໄວໄດ້ ເພາະສັງຄົມກຳລັງໃຫ້ຄວາມສົນໃຈ ກ່ຽວກັບບັນຫານີ້ຢ່າງຫລວງຫລາຍ ແລະ ວິທີການແກ້ໄຂກໍພະຍາຍາມ ເຮັດໃຫ້ເກີດຜົນປະໂຫຍດແກ່ປະເທດ ແລະ ກຳລັງແຮງງານລາວ. ສ່ວນການແຮງງານທີ່ມີຄວາມຈຳເປັນ ທີ່ຕ້ອງໄດ້ປົກປ້ອງຕ້ອງ ເຮັດໄປຕາມມາດຕະຖານ ແຮງງານທັງຂອງພາກພື້ນ, ສາກົນ ແລະ ປະເທດເຮົາ. ພ້ອມກັນນີ້, ໃຫ້ເອົາໃຈໃສ່ ກ່ຽວກັບວຽກງານຄວາມປອດໄພ ສຸຂະພາບແຮງງານ ໂດຍສະເພາະ ແມ່ນການກວດສຸຂະພາບປະຈຳປີ ໃຫ້ແຮງງານ ແລະ ອື່ນໆ.
Medialaos MMD