ກອງປະຊຸມເຈົ້າໜ້າທີ່ອາວຸໂສສະໄໝພິເສດເຂດສາມຫຼ່ຽມພັດທະນາ ກຳປູເຈຍ, ລາວ, ຫວຽດນາມ ເປີດຂຶ້ນຢ່າງເປັນທາງການ ໃນຕອນເຊົ້າວັນທີ 24 ທັນວານີ້ ທີ່ແຂວງສາລະວັນ ແລະ ສຳເລັດລົງໃນວັນດຽວກັນ. ຝ່າຍ ສປປ ລາວ ເຂົ້າຮ່ວມໂດຍ ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ຫົວໜ້າເຈົ້າໜ້າທີ່ອາວຸໂສ CLV ແຫ່ງ ສປປ ລາວ, ຝ່າຍຣາຊະອານາຈັກກຳປູເຈຍ ເຂົ້າຮ່ວມ ໂດຍທ່ານ ເພັນ ໂສວີເຈີດ ຜູ້ຊ່ວຍລັດຖະມົນຕີກະຊວງການຄ້າ ຕາງໜ້າຫົວໜ້າເຈົ້າໜ້າທີ່ອາ ວຸໂສ CLV, ຝ່າຍ ສສ.ຫວຽດ ນາມ ເຂົ້າຮ່ວມໂດຍ ທ່ານ ວູດາຍຖັງ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ຫົວໜ້າເຈົ້າໜ້າທີ່ອາວຸໂສ CLV, ມີທ່ານຮອງເຈົ້າແຂວງສາລະວັນ ຜູ້ຊີ້ນຳ ວຽກງານເສດຖະກິດຂັ້ນ ແຂວງ, ມີບັນດາຄະນະຜູ້ແທນ ຈາກບັນດາຂະແໜງການທີ່ກ່ຽວຂ້ອງຂອງ 3 ປະເທດ ກໍາປູເຈຍ-ລາວ-ຫວຽດນາມ ລວມທັງບັນດາແຂວງ ຢູ່ເຂດສາມຫຼ່ຽມພັດທະນາ CLV ເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ ໄດ້ທົບທວນຄືນການຈັດຕັ້ງປະຕິບັດຜົນຂອງກອງປະຊຸມ ຄະນະກໍາມະການປະສານງານຮ່ວມ ເຂດສາມຫຼ່ຽມພັດທະນາ ກໍາປູເຈຍ-ລາວ-ຫວຽດນາມ ຄັ້ງທີ 12 ແລະ ໄດ້ປຶກສາຫາລື ກ່ຽວກັບບັນດາເນື້ອໃນເອກະສານ ທີ່ສໍາຄັນໃນການກະກຽມໃຫ້ແກ່ກອງປະຊຸມສຸດຍອດ CLV ຄັ້ງທີ 11 ທີ່ຈະຈັດຂຶ້ນໃນເດືອນມີນາ 2020 ທີ່ນະຄອນຫຼວງວຽງຈັນ, ທັງໄດ້ຮັບຊາບຄວາມຄືບໜ້າຂອງການຮ່າງແຜນພັດທະນາການທ່ອງທ່ຽວ ເຂດສາມຫຼ່ຽມພັດທະນາ CLV ແລະ ໄດ້ຊຸກຍູ້ພາກສ່ວນກ່ຽວຂ້ອງຂອງ 3 ປະເທດ ໃຫ້ສືບຕໍ່ເຮັດວຽກຮ່ວມກັນ ເພື່ອໃຫ້ສໍາເລັດ ບັນດາເອກະສານສໍາຄັນ ຄື: ຮ່າງບົດສຶກສາແຜນພັດທະນາອຸດສາຫະກໍາຢາງພາລາ ແລະ ຮ່າງບົດທົບທວນຄືນແຜນແມ່ບົດ ວ່າດ້ວຍການພັດທະນາເສດຖະກິດ-ສັງຄົມ ເຂດສາມ ຫຼ່ຽມພັດທະນາ CLV 2010-2020 ແລະ ຮ່າງສະບັບປັບປຸງ 2020-2030, ການຈັດຕັ້ງຜັນຂະຫຍາຍສັນຍາ ວ່າດ້ວຍການສົ່ງເສີມ ແລະ ອໍານວຍຄວາມສະດວກທາງດ້ານການຄ້າ ໃນເຂດ CLV DTA ແລະ ການຜັນຂະຫຍາຍແຜນປະຕິ ບັດງານ ວ່າດ້ວຍການເຊື່ອມຈອດເສດຖະກິດ CLV ຮອດປີ 2030. ນອກຈາກນີ້, ກອງປະຊຸມຍັງໄດ້ປຶກສາຫາລື ກ່ຽວກັບການກະກຽມໃຫ້ແກ່ກອງປະຊຸມສຸດຍອດ CLV ຄັ້ງທີ 11 ເປັນຕົ້ນ: ແມ່ນຮ່າງແຜນການເຄື່ອນໄຫວ, ວາລະ ແລະ ຮ່າງຖະແຫຼງການຮ່ວມຂອງກອງປະຊຸມສຸດຍອດ ເຂດສາມຫຼ່ຽມພັດທະນາ ກໍາປູເຈຍ-ລາວ-ຫວຽດນາມ (CLV) ຄັ້ງທີ 11.
ປີ 2019 ນີ້ ກໍ່ແມ່ນປີທີ່ມີຄວາມໝາຍສໍາຄັນຂອງການສ້າງຕັ້ງຂອບການຮ່ວມມືເຂດສາມຫຼ່ຽມພັດທະນາ CLV ຄົບຮອບ 20 ປີ (20 ຕຸລາ 1999 – 20 ຕຸລາ 2019) ແລະ ເພື່ອເປັນການສະເຫຼີມສະຫຼອງໂອກາດສໍາຄັນດັ່ງກ່າວ, ຈຶ່ງໄດ້ປຶກສາຫາລືຈັດກິດຈະກໍາຮ່ວມກັນໃນໄລຍະກອງປະຊຸມສຸດຍອດ CLV ຄັ້ງທີ 11 ເປັນຕົ້ນ ການຈັດວາງສະແດງຮູບພາບຜົນງານ ແລະ ການເຄື່ອນໄຫວ ຕະຫຼອດໄລຍະ 20 ປີ ຂອງການຮ່ວມມື ແລະ ການພິມເຜີຍແຜ່ບົດຄວາມຜົນງານການເຄື່ອນໄຫວຜ່ານສື່ມວນຊົນ. ນອກຈາກນັ້ນ, ບັນດາຄະນະຜູ້ແທນໄດ້ມີໂອກາດໄປທັດສະນະສຶກສາ ແລະ ຢ້ຽມ ຢາມແຫຼ່ງທ່ອງທ່ຽວທີ່ມີຊື່ສຽງ ແລະ ເປັນເອກະລັກຂອງແຂວງສາລະວັນ ຄື: ແຫຼ່ງທ່ອງທ່ຽວພູຜາສຸກ, ຕາດເລາະ, ສວນອົງແກ້ວ ແລະ ຫໍໄຕປີດົກ.
ກອງປະຊຸມໄດ້ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ ແລະ ເຫັນດີເປັນເອກະພາບ ທີ່ຈະສືບຕໍ່ຊຸກຍູ້ຂະແໜງການ ກ່ຽວຂ້ອງຂອງສາມປະເທດເຮັດວຽກຮ່ວມກັນ ເພື່ອໃຫ້ສໍາເລັດບັນດາເອກະສານສໍາຄັນຕ່າງໆ ແລະ ກໍ່ໄດ້ມີພິທີເຊັນບົດບັນທຶກຢ່າງເປັນທາງການ.
Medialaos