ກອງປະຊຸມສາມັນປະຈຳປີຄັ້ງທີ XXIX ລະຫວ່າງ ຄະນະຜູ້ແທນຊາຍແດນລາວ-ຫວຽດນາມ ໄດ້ຈັດຂຶ້ນໃນວັນທີ 26 ທັນວາຜ່ານມາ, ທີ່ນະຄອນຫຼວງຮ່າໂນ້ຍ ສສ. ຫວຽດນາມ. ຄະນະຜູ້ແທນຊາຍແດນຝ່າຍລາວນຳໂດຍສະຫາຍ ສະເຫຼີມໄຊ ກົມມະສິດ ກຳມະການສູນກາງພັກ ລັດຖະມົນຕີກະຊວງການຕ່າງປະເທດ ຫົວໜ້າຄະນະຜູ້ແທນຊາຍແດນລາວ-ຫວຽດນາມ ແລະ ຝ່າຍຫວຽດນາມນຳໂດຍ ສະຫາຍ ເລຮວ່າຍຈຸງ ກຳມະການສູນກາງພັກ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫົວ ໜ້າຄະນະຜູ້ແທນຊາຍແດນຫວຽດນາມ-ລາວ ຊຶ່ງມີບັນດາຮອງເຈົ້າແຂວງຂອງຄູ່ແຂວງທີ່ມີຊາຍແດນຕິດຈອດກັນ ແລະ ຜູ້ຕາງໜ້າຂະແໜງການທີ່ກ່ຽວຂ້ອງອ້ອມຂ້າງສູນກາງ ແລະ ທ້ອງຖິ່ນຂອງສອງປະເທດເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້, ໄດ້ທົບທວນຄືນການຈັດຕັ້ງປະຕິບັດສັນຍາ, ອະນຸສັນຍາວ່າດ້ວຍລະບຽບການຊາຍແດນ ແລະ ດ່ານຊາຍແດນປະເທດ ລາວ-ຫວຽດນາມ ທີ່ໄດ້ລົງນາມຮ່ວມກັນໃນປີ 2016 ແລະ ປະຕິບັດຕາມບົດບັນທຶກກອງປະຊຸມ ຄະນະຜູ້ແທນຊາຍແດນ ລາວ-ຫວຽດນາມ ຄັ້ງທີ XXVIII ໃນໜຶ່ງປີຜ່ານມາ, ສອງຝ່າຍໄດ້ສັງເກດຕີລາຄາຄືນດ້ານຕັ້ງໜ້າ ແລະ ດ້ານຫຍໍ້ທໍ້ຕ່າງໆກ່ຽວກັບການຮ່ວມມືວຽກງານການຄຸ້ມຄອງຊາຍແດນໃນ 1 ປີ ຜ່ານມາ ແລະ ວາງແຜນການຮ່ວມມືໃນຕໍ່ໜ້າ, ສະຫຼຸບການຈັດຕັ້ງປະຕິບັດຂໍ້ຕົກລົງວ່າດ້ວຍ ການແກ້ໄຂບັນຫາຜູ້ຍົກຍ້າຍຕັ້ງພູມລຳເນົາຕາມລຳພັງໃຈ ແລະ ສ້າງຄອບຄົວບໍ່ຖືກລະບຽບຢູ່ຕາມບໍລິເວນຊາຍແດນລາວ-ຫວຽດນາມ, ສອງຝ່າຍໄດ້ຕີລາຄາສູງຕໍ່ການປະຕິບັດໜ້າທີ່ຂອງອົງການຊາຍແດນ ແລະ ເຈົ້າໜ້າທີ່ຊາຍແດນນັບແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນທີ່ປະກອບສ່ວນເຂົ້າໃນວຽກງານຄຸ້ມຄອງຄວາມເປັນລະບຽບຮຽບຮ້ອຍຢູ່ຕາມບໍລິເວນຊາຍແດນລະຫວ່າງສອງປະເທດ ແລະ ເຫັນດີເພີ່ມທະວີການສຶກສາອົບຮົມເຜີຍແຜ່ໃຫ້ປະຊາຊົນເຂົ້າໃຈກ່ຽວກັບລະບຽບການຊາຍແດນ ຊຶ່ງໄດ້ເປັນການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເພີ່ມທະວີສາຍພົວພັນມິດຕະພາບອັນຍິ່ງໃຫຍ່ທີ່ເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານລາວ-ຫວຽດນາມ. ທັງນີ້, ເພື່ອສ້າງຊາຍແດນຂອງສອງປະເທດໃຫ້ກາຍເປັນຊາຍແດນແຫ່ງສັນຕິພາບ,ມິດຕະພາບແລະການຮ່ວມມືພັດທະນາແບບຍືນຍົງຕະຫຼອດການ.
ພ້ອມກັນນັ້ນ, ສອງຝ່າຍຍັງໄດ້ເປັນເອກະພາບກັນວາງທິດທາງແຜນການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າກ່ຽວກັບວຽກງານການຄຸ້ມຄອງຊາຍແດນລະຫວ່າງສອງປະເທດ ໂດຍຈະສຸມໃສ່ວຽກງານໂຄສະນາເຜີຍແຜ່ລະບຽບການຄຸ້ມຄອງຊາຍແດນ, ການປົກປັກຮັກສາຊາຍແດນ ແລະ ຫຼັກໝາຍຊາຍແດນປະເທດ. ໃຫ້ປະຊາຊົນຢູ່ຕາມບໍລິເວນຊາຍແດນເຂົ້າໃຈແຈ້ງກ່ຽວກັບເຂດອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັບຄົບຖ້ວນຂອງຊາດ. ສອງຝ່າຍຈະເພີ່ມທະວີບັນດາມາດຕະການຊຸກຍູ້ໃຫ້ເສດຖະກິດ, ການຄ້າ, ວັດທະນະທຳ, ການທ່ອງທ່ຽວຢູ່ຕາມບໍລິເວນຊາຍແດນໃຫ້ມີການຂະຫຍາຍຕົວ, ຂຶ້ນແຜນຍຸດທະສາດການຄຸ້ມຄອງພັດທະນາດ່ານ ແຕ່ນີ້ຮອດປີ 2030 ແລະ ວິໄສທັດຮອດປີ 2050, ກະກຽມການເປີດດ່ານ ແລະ ຍົກລະດັບດ່ານດາກຕະອອກ (ແຂວງເຊກອງ) -ນາມຢາງ (ແຂວງກວາງນາມ) ຂຶ້ນເປັນດ່ານສາກົນ ໃນໄຕມາດທີ I ປີ 2020 ແລະ ດ່ານທ້ອງຖິ່ນປ່າຫ່າງ (ແຂວງຫົວພັນ)-ລອງເຊີບ (ແຂວງແທັງຮວາ) ຂຶ້ນເປັນດ່ານສາກົນ ໃນປີ 2020, ກະກຽມຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດການເຮັດທົດລອງຮູບແບບການກວດກາ “ປະຕູດຽວຄັ້ງດຽວ” ຢູ່ຄູ່ດ່ານສາກົນແດນສະຫວັນ (ແຂວງສະຫວັນນະເຂດ)-ລາວບາວ (ກວາງນາມ).
ສອງຝ່າຍ ໄດ້ເປັນເອກະພາບກັນນຳເອົາເນື້ອໃນຈິດໃຈບົດບັນທຶກກອງປະຊຸມ ຄັ້ງທີ XXIX ຂອງຄະນະຜູ້ແທນຊາຍແດນ ລາວ-ຫວຽດນາມ ນຳໄປຈັດຕັ້ງຜັນຂະຫຍາຍໃຫ້ໄດ້ຮັບປະສິດທິພາບສູງ. ກອງປະຊຸມໄດ້ຈັດຂຶ້ນໃນທ່າມກາງບັນຍາກາດ ແຫ່ງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ໄດ້ຮັບການເພີ່ມພູນຄູນສ້າງ ແລະ ຂະຫຍາຍຕົວເຂົ້າສູ່ລວງເລິກ ແລະ ລວງກວ້າງຢ່າງບໍ່ຢຸດຢັ້ງ.
Medialaos