ສອງຄະນະຜູ້ແທນຂັ້ນສູງແຂວງຄຳມ່ວນ ສປປ ລາວ ແລະ ແຂວງຮ່າຕິງ ສສ ຫວຽດນາມ ໄດ້ຮ່ວມພົບປະເພີ່ມທະວີການພົວພັນຮ່ວມມື ແລະ ພົບປະສອງຝ່າຍຂຶ້ນ ໃນວັນທີ 26 ທັນວາຜ່ານມາ ທີ່ແຂວງຄຳມ່ວນ ຊຶ່ງແຂວງຄຳມ່ວນນຳໂດຍສະຫາຍ ໂອໄດ ສຸດາພອນ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຄຳມ່ວນ, ແຂວງຮ່າຕິງ ນຳໂດຍ ສະຫາຍ ເລ ດິ່ງ ເຊິ່ນ ກຳມະການຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງຮ່າຕິງ, ມີຜູ້ແທນຈາກຄະນະນຳຂັ້ນແຂວງ, ບັນດາພະແນກການ, ຕາງໜ້າບໍ ລິສັດ ແລະ ຂະແໜງການຕ່າງໆທັງສອງແຂວງເຂົ້າຮ່ວມ.
ກ່ອນການພົບປະຂອງຄະນະຜູ້ແທນຂັ້ນສູງ ສອງຝ່າຍຮ່ວມວາງກະຕ່າດອກໄມ້ທີ່ອະນຸສາວະລີປະທານ ສຸພານຸວົງ ເພື່ອລະນຶກເຖິງບຸນຄຸນ ແລະ ຄຸນງາມຄວາມດີທີ່ທ່ານປະທານໄດ້ສ້າງໄວ້ ຈາກນັ້ນຄະນະທັງສອງຝ່າຍກໍໄດ້ເຂົ້າຮ່ວມພົບປະທີ່ເຮືອນພັກເບີ 1 ແຂວງຄຳມ່ວນ ໃນນັ້ນແມ່ນໄດ້ຜັດປ່ຽນກັນລາຍງານສະພາບລວມການພັດທະນາເສດຖະກິດ-ສັງຄົມຂອງແຕ່ລະແຂວງ ພ້ອມທັງຕີລາຄາຄືນການຈັດຕັ້ງປະຕິບັດເນື້ອໃນບົດບັນທຶກການຮ່ວມມືຂອງທັງສອງແຂວງ ທີ່ໄດ້ລົງນາມກັນໃນປີທີ່ຜ່ານມາ ໂດຍລວມແລ້ວການຜັນຂະຫຍາຍການພົວພັນຮ່ວມມືສອງແຂວງແມ່ນໄດ້ຈັດຕັ້ງປະຕິບັດຢ່າງມີປະສິດທິຜົນໂດຍສະເພາະວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບ ຮ້ອຍຕາມເສັ້ນຊາຍແດນ, ປົກປັກຮັກສາ ແລະ ບູລະນະຫຼັກໝາຍຊາຍແດນ, ຕ້ານ ແລະ ສະກັດກັ້ນການລະເມີດລະບຽບກົດໝາຍຂອງສອງປະເທດ, ສຳເລັດການແກ້ໄຂບັນຫາການຕັ້ງພູມລຳເນົາຕາມລຳພັງໃຈ ແລະ ການແຕ່ງງານແບບບໍ່ຖືກກົດໝາຍໃນເຂດຊາຍແດນຂອງສອງແຂວງ.
ໃນການພົບປະສອງຝ່າຍຄັ້ງນີ້ ຍັງໄດ້ຮ່ວມລົງນາມບົດບັນທຶກການຮ່ວມມື ຊຶ່ງຝ່າຍແຂວງຄຳມ່ວນ ລົງນາມໂດຍສະຫາຍ ໂອໄດ ສຸດາພອນ ແລະ ຝ່າຍແຂວງຮ່າຕິງ ລົງນາມໂດຍ ສະຫາຍ ເລ ດິ່ງ ເຊິ່ນ ຊຶ່ງເນື້ອໃນບົດບັນທຶກ ສອງຝ່າຍເຫັນດີສືບຕໍ່ຊຸກຍູ້ວຽກງານໂຄສະນາ, ເຜີຍແຜ່ກົດໝາຍ ເພື່ອຍົກສູງຄວາມຮັບຮູ້ໃຫ້ພະນັກງານ, ນັກຮົບ ແລະ ປະຊາຊົນຢູ່ບໍລິເວນສອງຟາກຊາຍແດນ, ປະຕິບັດສົນທິສັນຍາ, ຂໍ້ຕົກລົງ ແລະ ລະບຽບການລະຫວ່າງສອງຊາດ ລາວ-ຫວຽດນາມ, ເພີ່ມທະວີ, ຮັກສາລະບອບການປະຊຸມສະຫຼຸບລາຍງານຢ່າງເປັນປົກກະຕິ, ກໍ່ສ້າງ, ບຳລຸງ, ຍົກສູງລະດັບວິຊາສະເພາະໃຫ້ພະນັກງານ, ທະຫານ, ຕຳຫຼວດ ກ່ຽວກັບການລາດ ຕະເວນຮ່ວມສອງຝ່າຍ, ຕິດຕາມ, ກວດກາ, ສະກັດກັ້ນ ແລະ ຕ້ານບັນດາກຸ່ມຄົນ ແລະ ບຸກຄົນທີ່ເຄື່ອນໄຫວຜິດກົດໝາຍ ທີ່ກໍ່ໃຫ້ເກີດຄວາມບໍ່ສະຫງົບຕາມເສັ້ນຊາຍແດນ, ສ້າງເງື່ອນໄຂອຳນວຍຄວາມສະດວກໃນການປະ ກອບເອກະສານເຂົ້າ-ອອກຂອງພົນລະເມືອງ, ນຳເຂົ້າ-ສົ່ງອອກສິນຄ້າຜ່ານດ່ານສາກົນຂອງສອງປະເທດ, ສ້າງເງື່ອນ ໄຂອຳນວຍຄວາມສະດວກໃຫ້ບັນດາຂະແໜງການ ເພີ່ມທະວີພົບປະແລກປ່ຽນບົດຮຽນ ແລະ ຊ່ວຍເຫຼືອຊຶ່ງກັນ ແລະ ກັນໃນການກໍ່ສ້າງພັກ, ພະນັກງານ, ສືບຕໍ່ປະສານສົມທົບ ແລະ ນຳສະເໜີລັດຖະບານຂອງແຕ່ລະປະເທດ ເພື່ອນຳເອົາເສັ້ນທາງເລກທີ 12 ເຂົ້າໃນອະນຸສັນຍາ ວ່າດ້ວຍການສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ການຂົນສົ່ງໂດຍສານ ແລະ ສິນຄ້າຜ່ານຊາຍແດນລະຫວ່າງບັນດາອະນຸພາກພື້ນແມ່ນໍ້າຂອງ, ສ້າງເງື່ອນໄຂໃຫ້ລັດວິສາຫະກິດ ແລະ ວິສາຫະກິດເອກະຊົນຂອງແຕ່ລະແຂວງລົງທຶນດຳເນີນທຸລະກິດໃນຂົງເຂດຕ່າງໆຂອງແຕ່ລະແຂວງ, ສະໜັບສະໜູນຂົງເຂດສຶກສາກໍ່ສ້າງພັດທະນາຊັບພະຍາກອນມະນຸດ, ສືບຕໍ່ເອົາໃຈໃສ່ຄັດເລືອກນັກຮຽນໄປຮຽນຂອງສອງແຂວງໃຫ້ຮັບປະກັນທາງດ້ານປະລິມານ ແລະ ຄຸນນະພາບ, ຊີ້ນຳຂະແໜງການ, ກົມກອງທີ່ກ່ຽວຂ້ອງໃນການຈັດຕັ້ງປະ ຕິບັດໂຄງການກໍ່ສ້າງລະບົບຊົນລະປະທານທີ່ເມືອງໜອງບົກ ແຂວງຄຳມ່ວນ ຊຶ່ງແມ່ນໂຄງການສະໜັບສະໜູນງົບປະມານຊ່ວຍເຫຼືອຈາກລັດຖະບານ ສສ ຫວຽດນາມ ໃຫ້ແກ່ລັດຖະບານລາວ ແລະ ຂົງເຂດວຽກງານອື່ນໆອີກຈຳ ນວນໜຶ່ງ.
ໂອກາດດັ່ງກ່າວ ຄະນະຜູ້ແທນສອງຝ່າຍຍັງໄດ້ລົງຢ້ຽມຢາມບໍລິສັດຮຸ້ນສ່ວນ ລາວ-ຫວຽດ ຈຳກັດຜູ້ດຽວ (ວີລາໂກ້) ທີ່ຂຶ້ນກັບສະຫະບໍລິສັດຂຸດຄົ້ນບໍ່ແຮ່ ແລະ ການຄ້າ ແຂວງຮ່າຕິງ ຊຶ່ງເປັນບໍລິສັດຂຸດຄົ້ນ ແລະ ປຸງແຕ່ງຫີນກາວ ຕັ້ງຢູ່ບ້ານບຶງຫົວນາ ເມືອງເຊບັ້ງໄຟ ແຂວງຄຳມ່ວນ.
Medialaos