ກອງປະຊຸມສະຫຼຸບວຽກງານ 3 ສ້າງ ຕິດພັນກັບການດຳ ເນີນຄະດີ 3 ຂັ້ນ ຢູ່ສານປະຊາ ຊົນໃນນະຄອນຫຼວງວຽງຈັນ ເມື່ອວັນທີ 31 ທັນວາຜ່ານມາ, ທີ່ນະຄອນຫຼວງວຽງຈັນ, ພາຍໃຕ້ການເປັນປະທານຂອງ ທ່ານ ຄຳພາ ແສງດາຣາ ເລຂາຄະ ນະບໍລິຫານງານພັກ ປະທານສານປະຊາຊົນສູງສຸດ.
ທ່ານ ຄຳພາ ແສງດາຣາ ກ່າວວ່າ: ຈຸດປະສົງຂອງກອງ ປະຊຸມໃນຄັ້ງນີ້ແມ່ນເພື່ອເປັນການຜ່ານບົດສະຫຼຸບຕີລາຄາຄືນການເຮັດວຽກງານ 3 ສ້າງ ໄລຍະຜ່ານມາ ຊອກໃຫ້ເຫັນດ້ານດີ, ດ້ານອ່ອນ, ຖອດຖອນໃຫ້ໄດ້ບົດຮຽນທີ່ດີ ເພື່ອສົ່ງເສີມ ແລະ ແກ້ໄຂຈຸດອ່ອນຂໍ້ຄົງຄ້າງໃນການເຮັດວຽກງານ 3 ສ້າງຕິດພັນກັບການຕັດສິນຄະດີ 3 ຂັ້ນເຂົ້າສູ່ລວງເລິກ ແລະ ດຳເນີນຢ່າງກວ້າງຂວາງ. ຜ່ານການເຮັດວຽກງານ 3 ສ້າງ ມີຫຼາຍດ້ານໄດ້ຮັບຜົນສຳເລັດ ເຊັ່ນ: ພະນັກງານຜູ້ພິພາກສາ 250 ທ່ານ ລ້ວນແລ້ວແມ່ນມີຄວາມເຕີບໃຫຍ່ທາງດ້ານການເມືອງ- ແນວຄິດ ດ້ານວິຊາສະເພາະ ແລະ ການເຮັດວຽກຕົວຈິງສາ ມາດກ້າວຂຶ້ນເປັນພະນັກງານການນຳ, ຂັ້ນສານປະຊາຊົນເຂດ, ການນຳສານນະຄອນ ຫຼວງ ແລະ ສັບຊ້ອນຂຶ້ນເປັນພະ ນັກງານຫຼັກແຫຼ່ງສານປະຊາ ຊົນພາກ, ສານປະຊາຊົນສູງສຸດ ແລະ ພະນັກງານທຸກຄົນໄດ້ມີ ທັດສະນະຫຼັກໝັ້ນຊົນຊັ້ນປະຕິວັດມີນໍ້າໃຈເສຍສະຫຼະຜົນປະໂຫຍດສ່ວນຕົວ ເພື່ອສ່ວນລວມຫຼາຍຂຶ້ນ, ທັດສະນະຫຼັກ ໝັ້ນກົດໝາຍຈຳແນກໄດ້ອັນຜິດ-ອັນຖືກຈະແຈ້ງດີຂຶ້ນສະ ແດງອອກດັ່ງນີ້:
ສານຂັ້ນຕົ້ນຕັດ ສິນຄະດີໄດ້ 92,47%, ຂໍອຸທອນ 14,2%; ສານຂັ້ນອຸ ທອນ ພິພາກສາໄດ້ 88,40%, ຂໍລຶບລ້າງ 37,95% ແລະ ການບໍລິ ຫານສານ, ບໍລິຫານຄະດີລ້ວນ ແລ້ວມີຄວາມກ້າວໜ້າ ແລະ ທິດ ທາງຕໍ່ໜ້າປະທານສານປະຊາ ຊົນສູງສຸດໄດ້ຮຽກຮ້ອງໃຫ້ພະ ນັກງານສະມາຊິກພັກຂອງສານ ປະຊາຊົນ, ທຸກຄົນສືບຕໍ່ຝຶກຝົນຫຼໍ່ຫຼອມຕົນເອງເພີ່ມທະວີຄວາມເປັນແບບຢ່າງນຳໜ້າ ເຂົ້າຮ່ວມຂະບວນການ ແຂ່ງຂັນ ຮັກຊາດ ແລະ ພັດທະນາ, ເສີມ ຂະຫຍາຍສະຕິປັນຍາ, ຫົວຄິດ ປະດິດສ້າງເຂົ້າໃນການປະຕິ ບັດໜ້າທີ່ການເມືອງ ແລະ ໜ້າ ທີ່ວິຊາສະເພາະຂອງຕົນໃຫ້ນັບມື້ກ້າວໜ້າ.
Medialaos