ກອງປະຊຸມທາບທາມບຸກຄະລາກອນຮອບທີ III ກະກຽມໃຫ້ແກ່ການດໍາເນີນກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 4 ມັງກອນ ນີ້ ທີ່ສະໂມສອນຂອງເມືອງ ໂດຍການເປັນກຽດເຂົ້າຮ່ວມຂອງສະຫາຍ ສົມລິດ ເປືອກແກ້ວ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ, ສະຫາຍ ເພັງນິລັນ ຄໍາພັນເພັງ ຄະນະປະຈໍາພັກແຂວງ ຮອງເຈົ້າແຂວງໄຊຍະບູລີ, ສະຫາຍ ອໍາຄາ ລັດສະໝີ ວ່າການເລຂາພັກເມືອງແກ່ນທ້າວ, ມີຄະນະຮັບຜິດຊອບຂັ້ນແຂວງ, ຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກສໍານັກງານ, ອົງການ, ເລຂາໜ່ວຍພັກບ້ານ ແລະ ຜູ້ແທນສົມບູນເຂົ້າຮ່ວມ.
ໃນກອງປະຊຸມໄດ້ຜ່ານບົດສະຫຼຸບບັ້ນດໍາເນີນຊີວິດການເມືອງ, ແກ້ຂໍ້ຂ້ອງໃຈ ແລະ ຂໍ້ສະເໜີຕ່າງໆ, ຜ່ານມາດຖານເງື່ອນໄຂຜູ້ຈະສະໝັກຄະນະບໍລິຫານງານພັກເມືອງຊຸດໃໝ່, ຄະນະປະຈໍາພັກເມືອງ, ເລຂາ-ຮອງເລຂາພັກເມືອງ, ປະທານ-ຮອງປະທານກວດກາພັກເມືອງ. ຈາກນັ້ນ, ສະຫາຍ ສົມລິດ ເປືອກແກ້ວ ໄດ້ມີຄໍາເຫັນຊີ້ນໍາ ແລະ ດໍາເນີນການທາບທາມເອົາບຸກຄະລາກອນຜູ້ຈະສະໝັກຮັບເລືອກຕັ້ງເປັນຄະນະບໍລິຫານງານພັກເມືອງຊຸດໃໝ່ ຮອບ III, ທາບທາມຄະນະປະຈໍາພັກເມືອງ, ເລຂາ-ຮອງເລຂາພັກເມືອງ, ປະທານ-ຮອງປະທານຄະນະກວດກາພັກເມືອງ ຮອບທີ II ແລະ ຮັບຟັງການຜ່ານຮ່າງລາຍງານການເມືອງ, ຮ່າງແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງ, ຮ່າງບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານພັກເມືອງ ສະໄໝທີ VI ພ້ອມທັງປະກອບຄໍາຄິດ, ຄໍາເຫັນໃສ່.
ພາຍຫຼັງສໍາເລັດກອງປະຊຸມທາບທາມ ຄະນະບໍລິຫານງານພັກເມືອງແກ່ນທ້າວ ຍັງໄດ້ດໍາເນີນກອງປະຊຸມຄົບຄະນະບໍລິຫານງານພັກເມືອງ ທ້າຍສະໄໝທີ VI ຕື່ມອີກ ຊຶ່ງໃນກອງປະຊຸມ ສະຫາຍ ອໍາຄາ ລັດສະໝີ ວ່າການເລຂາພັກເມືອງແກ່ນທ້າວ ໄດ້ລາຍງານການກະກຽມຄວາມພ້ອມດ້ານຕ່າງໆຂອງແຕ່ລະອະນຸກໍາມະການ.
ຈາກນັ້ນ, ໄດ້ປຶກສາຫາລືຜູ້ຈະສະໝັກຮັບເລືອກຕັ້ງເປັນຄະນະບໍລິຫານງານພັກເມືອງຊຸດໃໝ່, ຮັບຮອງເອົາເນື້ອໃນຮ່າງລາຍງານການເມືອງ, ເນື້ອໃນຮ່າງແຜນພັດທະນາເສດຖະກິດ-ສັງຄົມ, ເນື້ອໃນຮ່າງບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານພັກເມືອງຊຸດທີ VI ທີ່ໄດ້ຜ່ານໃນກອງປະຊຸມທາບທາມບຸກຄະລາກອນ ຮອບທີ III ແລະ ຮັບຮອງເອົາບຸກຄະລາກອນຜູ້ ຈະສະໝັກຮັບເລືອກຕັ້ງ ເປັນຄະນະບໍລິຫານງານພັກເມືອງຊຸດໃໝ່ ແລະ ອື່ນໆ.
Medialaos