ໃນວັນທີ 3 ມັງກອນ ຜ່ານມາ ທີ່ພະແນກແຜນການ ແລະ ການລົງທຶນແຂວງສາລະວັນ ໄດ້ຈັດພິທີເລື່ອນສະມາຊິກພັກສຳຮອງຂຶ້ນເປັນສະມາຊິກພັກສົມບູນ 6 ສະຫາຍ, ຍິງ 1 ສະຫາຍ ຂອງໜ່ວຍພັກພະແນກແຜນການ ແລະ ການລົງທຶນແຂວງ, ໂດຍການເປັນປະທານຂອງ ສະຫາຍ ໂພສີ ແກ້ວສີພັນດອນ ເລຂາໜ່ວຍພັກພະແນກແຜນການ ແລະ ການລົງທຶນແຂວງ, ມີສະມາຊິກພັກສົມບູນ ແລະ ສຳຮອງເຂົ້າຮ່ວມ.
ສະມາຊິກພັກສຳຮອງຂຶ້ນເປັນສະມາຊິກພັກສົມບູນ 6 ສະຫາຍ, ຍິງ 1 ສະຫາຍ ທີ່ມາຈາກໜ່ວຍພັກພະແນກແຜນການ ແລະ ການລົງທຶນແຂວງ ນີ້ແມ່ນໄດ້ຜ່ານການຝຶກຝົນຫຼໍ່ຫຼອມ, ຕິດຕາມ ແລະ ປະເມີນ ຈາກຄະນະພັກ, ສະມາຊິກພັກສົມບູນ ເຫັນໄດ້ວ່າຜູ້ກ່ຽວເປັນຄົນທີ່ມີຄຸນສົມບັດສິນທຳປະຕິວັດ, ມີຄວາມຮູ້, ຄວາມສາມາດ, ມີຄວາມສາມັກຄີພາຍໃນ ແລະ ນອກຢ່າງກວ້າຂວາງ, ມີແບບແຜນວິທີເຮັດວຽກ, ມີຄວາມຫ້າວຫັນສູ້ຊົນ ແລະເຮັດສໍາເລັດໜ້າທີ່ວຽກງານທີ່ການຈັດຕັ້ງໄດ້ມອບໝາຍຈາກຂັ້ນເທິງ, ພ້ອມທັງມີຄວາມຮັບ ຜິດຊອບສູງ ແລະ ຜົນສໍາເລັດຫຼາຍດ້ານ.
ຈາກນັ້ນກໍໄດ້ຮັບຟັງຄຳໂອ້ລົມຈາກ ສະຫາຍ ໂພສີ ແກ້ວສີພັນດອນ ກ່ອນອື່ນກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາສະຫາຍສະມາຊິກພັກໃໝ່ ທີ່ມີຄວາມຫ້າວຫັນ, ດຸໝັ່ນອົດທົນເຮັດສຳເລັດໜ້າທີ່ວຽກງານທີ່ມອບໝາຍໃຫ້ ຈົນສາມາດເລື່ອນຂຶ້ນເປັນ ສະມາຊິກພັກສົມບູນໃໝ່ໄດ້, ພ້ອມນັ້ນກໍໄດ້ແນະນຳໃຫ້ສະມາຊິກພັກໃໝ່ໄດ້ຮັບຮູ້, ເຂົ້າໃຈກ່ຽວກັບຄວາມໝາຍ ຂອງທຸງພັກ, ທຸງຊາດ, ສິດ, ໜ້າທີ່, ພັນທະ ແລະ ຜົນປະໂຫຍດໃນການປະຕິບັດຕາມ 5 ຫຼັກການ, 3 ທິດນໍາຂອງພັກ ແລະ 9 ຂໍ້ຫ້າມສຳລັບສະມາຊິກພັກ ເພື່ອທີ່ຈະນຳໄປຝຶກຝົນຫຼໍ່ຫຼອມຕົນເອງໃຫ້ກາຍເປັນສະມາຊິກທີ່ດີໃນຕໍ່ໜ້າ.
Medialaos