ງານແຂ່ງຂັນກິລາ-ສີລະປະ ນັກຮຽນມັດທະຍົມສຶກສາສົມບູນ ຄັ້ງທີ IV ທີ່ເມືອງຄຳເກີດ ແຂວງບໍລິຄຳໄຊ ເປັນເຈົ້າພາບ ໄດ້ໄຂຂຶ້ນໃນວັນທີ 26 ມັງກອນ ແລະ ໄດ້ອັດລົງຢ່າງເປັນທາງການ ໃນວັນທີ 30 ມັງກອນ 2020 ຢູ່ເດີ່ນກິລາ ມສ ນະຄອນໄຊ ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ບຸນມາ ບຸຈະເລີນ ຮອງເຈົ້າແຂວງບໍລິຄຳໄຊ ທັງເປັນປະທານຈັດງານແຂ່ງຂັນ ມີການນຳຂອງແຂວງ, ຂອງເມືອງ, ແຂກຖືກເຊີນ, ຄູຝຶກ, ນັກກິລາ ແລະ ມວນຊົນຊາວເມືອງຄຳເກີດ ເຂົ້າຮ່ວມ.
ການຈັດງານແຂ່ງຂັນກິລາ-ສີລະປະ ນັກຮຽນມັດທະຍົມສຶກສາສົມບູນທົ່ວແຂວງ ຄັ້ງທີ IV ເມືອງປາກຊັນ ໄດ້ສົ່ງນັກກິລາເຂົ້າຮ່ວມແຂ່ງຂັນ 6 ປະເພດ, ສີລະປະ 2 ລາຍການ, ມີຄະນະນຳ-ຄູຝຶກນັກກິລາເຂົ້າຮ່ວມແຂ່ງຂັນ 105 ຄົນ,ຍິງ 37 ຄົນ, ເມືອງທ່າພະບາດ ໄດ້ສົ່ງນັກກິລາເຂົ້າຮ່ວມແຂ່ງຂັນ 6 ປະເພດ, ສີລະປະ 2 ລາຍການ, ມີຄະນະນຳ-ຄູຝຶກນັກກິລາເຂົ້າຮ່ວມແຂ່ງຂັນ 105 ຄົນ, ຍິງ 44 ຄົນ, ເມືອງບໍລິຄັນ ໄດ້ສົ່ງນັກກິລາເຂົ້າຮ່ວມແຂ່ງຂັນ 3 ປະເພດ, ສີລະປະ 1 ລາຍການ, ມີຄະນະນຳ-ຄູຝຶກນັກກິລາເຂົ້າຮ່ວມແຂ່ງຂັນ 41 ຄົນ, ຍິງ 19 ຄົນ, ເມືອງປາກກະດິງ ໄດ້ສົ່ງນັກກິລາເຂົ້າຮ່ວມແຂ່ງຂັນ 6 ປະເພດ, ສີລະປະ 2 ລາຍການ, ມີຄະນະນຳ-ຄູຝຶກນັກກິລາເຂົ້າຮ່ວມແຂ່ງຂັນ 122 ຄົນ,ຍິງ 44 ຄົນ, ເມືອງວຽງທອງ ໄດ້ສົ່ງນັກກິລາເຂົ້າຮ່ວມແຂ່ງຂັນ 5 ປະເພດ, ສີລະປະ 2 ລາຍການ, ມີຄະນະນຳ-ຄູຝຶກນັກກິລາເຂົ້າຮ່ວມແຂ່ງຂັນ 80 ຄົນ,ຍິງ 13 ຄົນ, ເມືອງໄຊຈຳພອນ ສົ່ງນັກກິລາເຂົ້າຮ່ວມແຂ່ງຂັນ 2 ປະເພດ, ສີລະປະ 1 ລາຍການ, ມີຄະນະນຳ-ຄູຝຶກນັກກິລາເຂົ້າຮ່ວມແຂ່ງຂັນ 35 ຄົນ,ຍິງ 15 ຄົນ ແລະ ເມືອງ ຄຳເກີດເຈົ້າພາບສົ່ງນັກກິລາເຂົ້າຮ່ວມແຂ່ງຂັນ 5 ປະເພດ, ສີລະປະ 2 ລາຍການ, ມີຄະນະນຳ-ຄູຝຶກນັກກິລາເຂົ້າຮ່ວມແຂ່ງຂັນ 155 ຄົນ,ຍິງ 46 ຄົນ.

ການແຂ່ງຂັນໄດ້ດຳເນີນໄປເປັນເວລາ 5 ວັນ ເຊິ່ງໄດ້ແຂ່ງຂັນ 6 ປະເພດກິລາ ຄື: ກິລາແລ່ນ – ລານ, ກິລາບານເຕະ, ກິລາບານສົ່ງ, ກິລາເປຕັງ, ກິລາກະຕໍ້ ແລະ ກິລາໝາກເສິກ, ຊິງຫຼຽນທັງໝົດ 93 ຫຼຽນ ໃນນັ້ນ ຫຼຽນຄຳ, ຫຼຽນເງີນ ແລະ ຫຼຽນທອງ ຢ່າງລະ 31 ຫຼຽນ.
ຜ່ານການແຂ່ງຂັນ ເມືອງປາກຊັນ ສາມາດຄອງອັນດັບ 1 ໂດຍຍາດໄດ້ 8 ຫຼຽນຄຳ, 7 ຫຼຽນເງິນ, 3 ຫຼຽນທອງ ລວມ 18 ຫຼຽນ, ອັນດັບທີ 2 ເມືອງ ປາກກະດິງ ໄດ້ 8 ຫຼຽນຄຳ, 3 ຫຼຽນເງິນ, 3 ຫຼຽນທອງ ລວມ 14 ຫຼຽນ, ອັນດັບທີ 3 ເມືອງ ຄຳເກີດເຈົ້າພາບ ໄດ້ 6 ຫຼຽນຄຳ, 12 ຫຼຽນເງິນ, 7 ຫຼຽນທອງ ລວມ 25 ຫຼຽນ, ເມືອງທ່າພະບາດ ໄດ້ 6 ຫຼຽນຄຳ, 3 ຫຼຽນເງິນ, 8 ຫຼຽນທອງ ລວມ 17 ຫຼຽນ, ເມືອງວຽງທອງ ໄດ້ 5 ຫຼຽນຄຳ, 4 ຫຼຽນເງິນ, 7 ຫຼຽນທອງ ລວມ 16 ຫຼຽນ, ເມືອງ ບໍລິຄັນ ໄດ້ 4 ຫຼຽນເງິນ, 4 ຫຼຽນທອງ, ເມືອງໄຊຈຳພອນ ໄດ້ 1 ຫຼຽນທອງ.

ຈາກນັ້ນ ທ່ານ ບຸນມາ ບຸຈະເລີນ ຮອງເຈົ້າແຂວງ ປະທານຈັດງານ ກໍ່ໄດ້ກ່າວປິດງານແຂ່ງຂັນກິລາ-ສິລະປະນັກຮຽນມັດທະຍົມສຶກສາທົ່ວແຂວງຄັ້ງທີ IV ຢ່າງເປັນທາງການ ພ້ອມທັງເຊີນທຸງຊາດ ແລະ ທຸງກິລາ ລົງຈາກເສົາ ແລະ ຍັງໄດ້ມອບທຸງກິລາໃຫ້ເມືອງປາກກະດິງ ທີ່ຈະເປັນເຈົ້າພາບໃນປີ 2022 ໂດຍການກ່າວຮັບຂອງ ທ່ານ ຄຳເພັດ ໄຊປັນຍາ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງປາກກະດິງ ບັນຍາກາດໃນງານແມ່ນເຕັມໄປດ້ວຍຄວາມເບີກບານມ່ວນຊື່ນ.
Medialaos bolikhamxay