ກອງປະຊຸມສໍາມະນາກ່ຽວກັບການຍົກສູງວຽກງານເຝົ້າລະວັງ ແລະ ການຕອບໂຕ້ ຕໍ່ເຊື້ອໄວຣັດ ໂຄໂຣນາສາຍພັນໃໝ່ 2019 ໃນ ສປປ ລາວ ໄດ້ຈັດຂຶ້ນໃນວັນທີ 13 – 14 ກຸມພາ ນີ້ ທີ່ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ພອນປະດິດ ສັງໄຊຍະລາດ ຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ ກະຊວງສາທາລະນະສຸກ, ມີຫົວໜ້າຫ້ອງການພາກພື້ນການເຝົ້າລະວັງໄຂ້ຫວັດ ແລະ ຕາງໜ້າໃຫ້ແກ່ອົງການອະນາໄມໂລກປະຈໍາ ສປປ ລາວ, ພ້ອມດ້ວຍບັນດານັກສໍາມະນາກອນຈາກ ສູນກາງ ແລະ ທ້ອງຖິ່ນເຂົ້າຮ່ວມ.
ການສໍາມະນາໃນຄັ້ງນີ້, ທ່ານຫົວໜ້າສູນວິເຄາະ ແລະ ລະບາດວິທະຍາໄດ້ກ່າວວ່າ: ຈຸດປະສົງ ເພື່ອໃຫ້ເຂົ້າໃຈເຖິງສະຖານະການໃນໂລກ ແລະ ຍຸດທະສາດການຕອບໂຕ້ກັບເຊື້ອໄວຣັດໂຄໂຣນາສາຍພັນໃໝ່ 2019 ໃນ ສປປ ລາວ. ໃຫ້ເຂົ້າໃຈເຖິງກົນໄກການປະສານງານທີ່ມີຢູ່ແລ້ວ(ສູນປະຕິບັດງານສຸກເສີນ) ແລະ ຂະບວນການຄັດກອງທີ່ດ່ານສາກົນຂາເຂົ້າຕ່າງໆ, ທົບທວນຄືນ ແລະ ໃຫ້ຄໍາແນະນໍາກ່ຽວກັບການກວດກໍລະນີຄົນເຈັບ, ການສອບສວນ, ຕິດຕາມການຕິດຕໍ່ໃຫ້ແກ່ທີມງານ ຕອບໂຕ້ໄວຂັ້ນແຂວງ ເພື່ອປະຕິບັດຕາມຄໍາແນະນໍາສໍາລັບຫ້ອງວິເຄາະແຫ່ງຊາດ.
ໃນປັດຈຸບັນສໍາລັບ ເຊື້ອດັ່ງກ່າວ, ຍົກສູງສະຕິຕື່ນຕົວກ່ຽວກັບການຄຸ້ມຄອງກໍລະນີ ແລະ ການປ້ອງກັນຄວບຄຸມການຕິດເຊື້ອ ແລະ ປະຕິບັດການນຸ່ງເຄື່ອງປ້ອງກັນຕົວເອງຢ່າງເໝາະສົມສໍາລັບການຄັດກອງກໍລະນີ, ການສອບສວນກໍລະນີ ແລະ ໃນຫ້ອງວິເຄາະ. ໃນລະບົບເຝົ້າລະວັງແມ່ນພວກເຮົາມີຄວາມພ້ອມລະດັບໜຶ່ງແລ້ວ; ເພື່ອໃຫ້ມີຄວາມພ້ອມເພີ່ມຂຶ້ນເປັນຕົ້ນແມ່ນລະບົບຕິດຕາມເຝົ້າລະວັງຖ້າມີກໍລະນີຢັ້ງຢືນ ຢູ່ລາວໂຮງ ໝໍຈະມີຄວາມກຽມ ພ້ອມຄືແນວໃດ, ເພື່ອສ້າງ ຄວາມເຂັ້ມແຂງ.
ປັດຈຸບັນນີ້ ສູນວິເຄາະ ແມ່ນກວດຕົວຢ່າງທັງໝົດ ນອກຈາກນັ້ນ ເພື່ອສ້າງຄວາມເຂັ້ມແຂງໃຫ້ພາຍໃນປະເທດ ໄດ້ມີການ ຂະຫຍາຍ ໃຫ້ສະຖາບັນປັດສເຕີລາວ, ຫ້ອງວິເຄາະຈຸລິນຊີ ໂຮງໝໍມະໂຫສົດ ເຂົ້າຮ່ວມມືໃນການກະກຽມຄວາມ ພ້ອມເປັນຕົ້ນໃນໄລຍະນີ້ຕົວຢ່າງທີ່ສົ່ງມາກວດແມ່ນໄດ້ກວດທັງສາມຫ້ອງວິເຄາະນີ້ກ່ອນເພື່ອຮັບປະກັນ ຜົນກວດໃຫ້ມີຄຸນນະພາບ ຫຼັງຈາກນັ້ນແມ່ນຈະສົ່ງ ຕົວຢ່າງໄປຫ້ອງວິເຄາະອ້າງອີງຂອງອົງ ການອະນາໄມໂລກຢູ່ປະເທດອົສຕຣາລີຕື່ມອີກ.
Medialaos