ສະຖາບັນສື່ມວນຊົນ, ວັດ ທະນະທຳ ແລະ ທ່ອງທ່ຽວ ກະຊວງຖະແຫຼງຂ່າວ, ວັດ ທະນະທຳ ແລະ ທ່ອງທ່ຽວ ແຫ່ງ ສປປ ລາວ ແລະ ສະຖາ ບັນວັດທະນະທຳ ແລະ ສິລະ ປະກຳແຫ່ງຊາດ ກະຊວງວັດ ທະນະທຳ, ກິລາ ແລະ ທ່ອງ ທ່ຽວ ສສ ຫວຽດນາມໄດ້ພົບປະ ເສີມຂະຫຍາຍການຮ່ວມມື ສອງ ຝ່າຍໃນວັນທີ 13 ກຸມພາ ຜ່ານມາ ທີ່ຫໍວັດທະນະທຳແຫ່ງ ຊາດ. ຝ່າຍລາວນຳໂດຍ ທ່ານ ວິໄລທອງ ສີຊານົນ ຫົວໜ້າສະ ຖາບັນສື່ມວນຊົນ ວັດທະນະ ທຳ ແລະ ທ່ອງທ່ຽວ, ຝ່າຍຫວຽດນາມນຳໂດຍທ່ານ ບຸ່ຍຮວາຍເຊີນ ຫົວໜ້າສະຖາບັນວັດທະນະທຳ ແລະ ສິລະປະກຳແຫ່ງຊາດ.
ໃນການພົບປະຄັ້ງນີ້ທັງ ສອງຝ່າຍໄດ້ລາຍງານສະພາບ ການຮ່ວມມືໃນໄລຍະຜ່ານ ມາໃຫ້ກັນ ແລະ ກັນຊາບ ແລະ ພ້ອມນີ້ຍັງໄດ້ຕົກລົງເຫັນດີເປັນເອກະພາບເຊັນບົດບັນທຶກຄວາມເຂົ້າໃຈທາງດ້ານ ວັດທະ ນະທຳ ແລະ ສິລະປະກຳໄລຍະປີ 2020-2025 ສອງຝ່າຍຈະຮ່ວມມືໃນຂົງເຂດກໍ່ສ້າງ ແລະ ບຳລຸງບຸກຄະລາກອນໃຫ້ແກ່ພະນັກງານຄຸ້ມຄອງວັດ ທະນະທຳ, ສິລະປະກຳ ແລະ ການຄົ້ນຄວ້າວິທະຍາສາດ ເພື່ອຜົນປະໂຫຍດທັງສອງຝ່າຍເພື່ອເປັນພື້ນຖານອັນໝັ້ນຄົງຂອງການຮ່ວມມືໃນປັດຈຸບັນ ແລະ ອະນາຄົດຂອງທັງສອງຝ່າຍ, ເພີ່ມທະວີຄວາມຮູ້ຄວາມສາມາດ, ເພີ່ມທະວີທ່າແຮງໃຫ້ທັງສອງຝ່າຍ ແລະ ແຕ່ລະປີສອງຝ່າຍຈະແລກປ່ຽນຄະນະຜູ້ແທນນຳກັນ, ແລກປ່ຽນເອກະສານຄົ້ນຄວ້າທາງດ້ານວັດທະນະທຳ ລາວ-ຫວຽດນາມ, ຫວຽດນາມ – ລາວ ພິເສດ ແມ່ນເອກະສານທາງດ້ານມໍລະດົກວັດທະນະທຳທີ່ເປັນວັດຖຸ ແລະ ບໍ່ເປັນວັດຖຸຂອງຫວຽດ ນາມທີ່ອົງການ UNESCO ໄດ້ຮັບຮູ້, ຮ່ວມມືຄົ້ນຄວ້າ ແລະ ແລກປ່ຽນການຄົ້ນຄ້ວາວິທະຍາສາດ, ວັດທະນະທຳສິລະປະກຳຂອງຫວຽດນາມຢູ່ ສປປ ລາວ, ສະຖາບັນວັດທະນະທຳ ແລະ ສິລະປະກຳແຫ່ງຊາດຫວຽດນາມຮັບກໍ່ສ້າງນັກຄົ້ນ ຄວ້າຂັ້ນປະລິນຍາໂທ, ປະລິນຍາເອກໃຫ້ແກ່ພະນັກງານໃນຂົງເຂດວັດທະນະທຳ ແລະ ສິລະປະກຳຂອງລາວປີລະ 2 ທຶນ, ສະຖາບັນວັດທະນະທຳ ແລະ ສິລະປະກຳແຫ່ງຊາດຫວຽດນາມ ຮັບຈັດຊຸດຝຶກອົບຮົມໃຫ້ແກ່ພະນັກງານໃນຂົງ ເຂດວັດທະນະທຳ ແລະ ສິລະປະກຳຂອງກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວຂອງ ສປປ ລາວ.
ຈາກນັ້ນ ກໍໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈ ຝ່າຍລາວເຊັນໂດຍທ່ານ ວິໄລທອງ ສີຊານົນ ຫົວໜ້າສະຖາບັນສື່ມວນຊົນ ວັດທະນະທຳ ແລະ ທ່ອງທ່ຽວ ແລະ ຝ່າຍຫວຽດ ນາມເຊັນໂດຍ ທ່ານ ບຸ່ຍຮວາຍເຊີນ ຫົວໜ້າສະຖາບັນວັດທະ ນະທຳ ແລະ ສິລະປະກຳແຫ່ງຊາດໂດຍຊ້ອງໜ້າພະນັກງານທັງສອງຝ່າຍ.
Medialaos