ກອງປະຊຸມວຽກງານຍຸຕິທຳທົ່ວປະເທດ ປະຈຳປີ 2019 ໄດ້ຈັດຂຶ້ນເມື່ອ ວັນທີ 26 ມີນານີ້ ທີ່ກະຊວງດັ່ງກ່າວ ໂດຍການເປັນປະທານ ຂອງ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີ ກະຊວງຍຸຕິທຳ, ມີຮອງລັດຖະມົນຕີ ຊຶ່ງມີພະນັກງານການນຳ, ກະຊວງ, ແຂວງ, ນະຄອນຫຼວງວຽງຈັນ ແລະ ແຂກຖືກເຊີນເຂົ້າຮ່ວມ.
ກອງປະຊຸມ ໄດ້ສະຫຼຸບຕີລາຄາການນຳພາ ແລະ ຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງຂະແໜງຍຸຕິທຳ ປະຈຳປີ 2019 ທີ່ຜ່ານມາ ແລະ ວາງທິດທາງແຜນການໜ້າທີ່ວຽກງານຈຸດສຸມສຳລັບປີ 2020 ໂດຍຈະລົງເລິກໃສ່ບາງວຽກເປັນຕົ້ນ: ວຽກງານສົ່ງເສີມລະບົບຍຸຕິທຳ, ວຽກງານຈັດຕັ້ງປະຕິ ບັດຄຳຕັດສິນຂອງສານ ແລະ ວຽກງານທະບຽນສານ, ກອງປະຊຸມຈະໄດ້ດຳເນີນເປັນເວລາ 3 ວັນຈຶ່ງຈະສຳເລັດ ຊຶ່ງຈະໄດ້ຮັບຟັງການປະກອບຄຳຄິດຄຳເຫັນຂອງທ້ອງຖິ່ນ ແລະ ບັນດາກົມຈຳນວນໜຶ່ງເພື່ອເປັນການສະຫຼຸບຖອດຖອນບົດ ຮຽນ ຊຶ່ງກັນ ແລະ ກັນ.
ກອງປະຊຸມຍັງໄດ້ສະຫຼຸບການຈັດຕັ້ງປະຕິບັດວຽກງານກົດໝາຍ ແລະ ຍຸຕິທຳ ປະຈຳປີ 2019 ແລະ ທິດທາງແຜນ ການຈຸດສຸມວຽກງານກົດໝາຍ ປະຈຳປີ 2020 ສະເໜີໂດຍ ທ່ານ ເສີມສຸກ ສິມພະວົງ ຮອງລັດຖະມົນຕີກະຊວງຍຸຕິທຳ ຊຶ່ງໄດ້ຍົກໃຫ້ເຫັນວ່າ: ວຽກງານຈັດຕັ້ງປະຕິບັດຄຳຕັດສິນຂອງສານຜ່ານມາອົງການຈັດຕັ້ງປະຕິບັດຄໍາຕັດສິນຂອງສານແຕ່ລະຂັ້ນ ໄດ້ເອົາໃຈໃສ່ຍົກສູງຄວາມຮັບຜິດຊອບນໍາເອົາຄໍາຕັດສິນຂອງສານທີ່ໃຊ້ໄດ້ຢ່າງເດັດ ຂາດ ມາຈັດຕັ້ງປະຕິບັດຕາມຂັ້ນຕອນຂອງກົດໝາຍ ຊຶ່ງໃນປີຜ່ານມາ ຈໍານວນຄໍາຕັດສິນຂອງ ສານໃນທົ່ວປະເທດ ມີທັງໝົດຈໍານວນ 37. 342 ເລື່ອງ, ໃນນີ້ ເປັນຄໍາຕັດສິນ ທີ່ຄ້າງມາແຕ່ປີ 2018 ຈໍານວນ 27.472 ເລື່ອງ ແລະ ຄະດີເຂົ້າໃໝ່ໃນປີ 2019 ຈໍານວນ 9.870 ເລື່ອງ.
ສາມາດຈັດຕັ້ງປະຕິບັດສໍາເລັດ ຈໍານວນ 2.387 ເລື່ອງ ເທົ່າກັບ 6,39% ຂອງຈໍານວນຄໍາຕັດ ສິນຂອງສານທັງໝົດ ແລະ ເທົ່າກັບ 24,18% ຂອງຈໍານວນ ຄໍາຕັດສິນຂອງສານທີ່ເຂົ້າໃໝ່ ສົ່ງໃຫ້ອົງການໄອຍະການປະຊາ ຊົນຕາມຄໍາສັ່ງທວງສໍານວນຄະດີ ຈໍານວນ 174 ເລື່ອງ, ສົ່ງອົງການປະຕິບັດອື່ນ ຈໍານວນ 515 ເລື່ອງ. ປັດຈຸບັນ, ຈໍານວນຄໍາຕັດສິນຂອງສານທົ່ວປະ ເທດທີ່ຍັງຄ້າງ ແລະ ພວມຈັດຕັ້ງປະຕິບັດ ມີທັງໝົດຈໍານວນ 34.266 ເລື່ອງ ໃນນີ້, ເປັນຄະດີແພ່ງ ຈໍານວນ 8.234 ເລື່ອງ ແລະ ຄະດີອາຍາ ຈໍານວນ 26.032 ເລື່ອງ ໃນນັ້ນວຽກງານສົ່ງເສີມລະບົບຍຸຕິທຳໄດ້ເອົາໃຈໃສ່ຍູ້ແຮງຂະບວນການວຽກງານຍຸຕິທໍາຮາກຖານ ຕິດພັນກັບວຽກງານ 3 ສ້າງ ຂອງຂະແໜງຍຸຕິທໍາໃນຂອບເຂດທົ່ວປະເທດ ຊຶ່ງສາມາດໂຄ ສະນາເຜີຍແຜ່ກົດໝາຍໄດ້ 8.382 ຄັ້ງ; ສ້າງຄອບຄົວ ແລະ ບ້ານເເບບຢ່າງປະຕິບັດກົດໝາຍໄດ້ 969.827 ຄອບຄົວ, 6,955 ບ້ານ, ມີຄະນະແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານ 8.347 ຄະ ນະ, ໄດ້ຮັບຂໍ້ຂັດແຍ່ງທັງຫມົດ 3.518 ຂໍ້ຂັດແຍ່ງ, ແກ້ໄຂສໍາເລັດ 2.971 ຂໍ້ຂັດແຍ່ງ, ສົ່ງໃຫ້ພາກສ່ວນອື່ນ 218 ຂໍ້ຂັດແຍ່ງ, ພວມດໍາເນີນການແກ້ໄຂ 329 ຂໍ້ຂັດແຍ່ງ; ການຮຽນ-ການສອນກົດໝາຍຊັ້ນຕົ້ນ ໄດ້ເປີດຮຽນຢູ່ 136 ເມືອງ, ມີ 1.509 ບ້ານ, 1 17 ຈຸດຮຽນ ແລະ ມີຜູ້ເຂົ້າຮ່ວມທັງໝົດ 5.383 ຄົນ, ຍິງ 1.115 ຄົນ, ໄດ້ສ້າງຕັ້ງ ຄະນະແກ້ໄຂຂໍ້ຂັດແຍ່ງເດັກຂັ້ນບ້ານໄດ້ 399 ບ້ານ, ລົງໂຄສະນາກົດໝາຍກ່ຽວກັບວຽກງານເດັກຢູ່ຕາມກຸ້ມບ້ານ, ບ້ານ, ໂຮງຮຽນ ແລະ ສະຖານທີ່ຕ່າງໆໄດ້ 2.970 ຄັ້ງ ແລະ ມີເດັກທີ່ກະທໍາຜິດ ໃນຂອບເຂດທົ່ວປະເທດ ຈໍານວນ 256 ເລື່ອງ ໄດ້ຮັບການແກ້ໄຂ ຈໍານວນ 181 ເລື່ອງ.
Medialaos MMD