ໃນວັນທີ 24 ກຸມພາຜ່ານມາ ຄະນະກວດກາສູນກາງພັກ ແລະ ອົງການກວດກາລັດຖະບານ ນໍາໂດຍ ທ່ານ ທຸມມີ ທໍາມະວົງ ຫົວໜ້າຫ້ອງການ ຄະນະກວດກາສູນກາງພັກ ແລະ ອົງການກວດກາ ລັດຖະບານ ພ້ອມດ້ວຍຄະນະ ໄດ້ນຳເງິນ ຈໍານວນ 100 ລ້ານກີບ ໄປມອບໃຫ້ ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ຮັບໂດຍ ທ່ານ ຄໍາມະນີ ອິນທິລາດ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ປະທານສະມາຄົມມິດຕະພາບລາວ-ຈີນ ຂັ້ນສູນກາງ.
ການມອບເງິນໃນຄັ້ງນີ້, ແມ່ນເພື່ອເປັນການປະກອບສ່ວນຊ່ວຍເຫຼືອໃນການປ້ອງກັນການສະກັດກັ້ນ ແລະ ຕ້ານການລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່ ຫຼື ໂຄວິດ-19 ພ້ອມທັງສະແດງຄວາມເຫັນໃຈຕໍ່ລັດຖະບານ ແລະ ປະຊາຊົນຈີນ ໂດຍສະເພາະ ບັນດາຍາດພີ່ນ້ອງ ຜູ້ໄດ້ຮັບເຄາະຮ້າຍຈາກການແຜ່ລະບາດຂອງພະຍາດດັ່ງກ່າວນີ້.
ໂອກາດນີ້, ທ່ານ ຄໍາມະນີ ອິນທິລາດ ກໍໄດ້ສະແດງຄວາມຂອບໃຈຕໍ່ຄະນະກວດກາສູນກາງພັກ ແລະ ອົງການກວດກາລັດຖະບານ ທີ່ເຫັນຄວາມສຳຄັນ ເປັນຫ່ວງເປັນໄຍ ແລະ ນຳເງິນຈໍານວນ ດັ່ງກ່າວມາມອບເພື່ອປະກອບສ່ວນໃນການສະກັດກັ້ນ ແລະ ປ້ອງກັນການລະບາດຂອງພະຍາດດັ່ງກ່າວ ຊຶ່ງເງິນຈຳນວນດັ່ງກ່າວນີ້ຈະນຳໄປມອບຕໍ່ໃຫ້ລັດຖະບານ ສປ ຈີນ ເພື່ອນໍາໃຊ້ເຂົ້າໃນວຽກງານດັ່ງກ່າວ ໃຫ້ເກີດປະໂຫຍດສູງສຸດ.
Medialaos MMD