ໃນວັນທີ 13 ມີນາ 2020 ຜ່ານມາ, ທີ່ຫ້ອງປະຊຸມກະຊວງການຕ່າງປະເທດ, ໄດ້ຈັດມີກອງປະຊຸມໃຫຍ່ຄັ້ງທີ IV ຂອງໜ່ວຍພັກຫ້ອງການ ກະຊວງການຕ່າງປະເທດ ໄດ້ໄຂຂຶ້ນຢ່າງເປັນທາງການ, ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານ ຂອງ ສະຫາຍ ສະເຫລີມໄຊ ກົມມະສິດ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ ກະຊວງການຕ່າງປະເທດ, ມີສະຫາຍ ເລຂາໜ່ວຍພັກຫ້ອງການ, ບັນດາສະຫາຍເລຂາ, ຮອງເລຂາ ແລະ ຕາງໜ້າໜ່ວຍພັກອ້ອມຂ້າງກະຊວງການຕ່າງປະເທດທີ່ເປັນແຂກຖືກເຊີນ, ສະມາຊິກພັກສົມບູນ, ສະມາຊິກພັກສຳຮອງ ແລະ 3 ອົງການຈັດຕັ້ງມະຫາຊົນຂອງຫ້ອງການກະຊວງການຕ່າງປະເທດ ເຂົ້າຮ່ວມ 60 ສະຫາຍ.

ໃນກອງປະຊຸມ, ສະຫາຍ ໂພໄຊ ໄຂຄຳພິທູນ ເລຂາໜ່ວຍພັກ ຫ້ອງການກະຊວງການຕ່າງປະເທດ ໄດ້ຜ່ານບົດລາຍງານການເມືອງ ແລະ ບົດສຳຫລວດການນຳພາລວມ ຂອງຄະນະໜ່ວຍພັກໃນໄລຍະ 5 ປີຜ່ານມາ, ເຊິ່ງສາມາດສັງເກດຕີລາຄາຜົນສຳເລັດ, ຂໍ້ຫຍຸ້ງຍາກ ແລະ ບາງບົດຮຽນທີ່ຖອດຖອນ ໄດ້ຂອງໜ່ວຍພັກ ນັບທັງການຊີ້ນຳ-ນຳພາ ຂອງຄະນະໜ່ວຍພັກ. ພ້ອມດຽວກັນນີ້, ກໍໄດ້ກຳນົດທິດທາງແຜນການ ແລະ ໜ້າທີ່ຈຸດສຸມສຳລັບປີ 2020-2025, ພ້ອມວິທີການຈັດຕັ້ງປະຕິບັດ ທິດທາງແຜນການ ທີ່ໄດ້ກໍານົດໄວ້ໃຫ້ປະກົດຜົນເປັນຈິງ.

ໜ່ວຍພັກຫ້ອງການກະຊວງ ການຕ່າງປະເທດ ມີສະມາຊິກພັກທັງໝົດ 49 ສະຫາຍ, ຍິງ 7 ສະ ຫາຍ. ໃນໄລຍະ 5 ປີ ຜ່ານມາ, ໜ່ວຍພັກຫ້ອງການ ກະຊວງການຕ່າງປະເທດ ໄດ້ເສີມຂະຫຍາຍບົດບາດ ຊີ້ນຳ-ນຳພາຂອງຕົນ, ສາມາດຍາດໄດ້ຜົນງານ ທີ່ພົ້ນເດັ່ນຫລາຍດ້ານ, ເປັນຕົ້ນແມ່ນ ການກໍ່ສ້າງ ແລະ ຂະຫຍາຍພັກໄດ້ດຳເນີນຢ່າງຕໍ່ເນື່ອງ ໂດຍຖືເອົາຄຸນນະພາບເປັນສຳຄັນ ແລະ ຕິດພັນກັບຂະບວນການ ເຄື່ອນໄຫວຂອງອົງການຈັດຕັ້ງມະຫາຊົນ, ເຊິ່ງສາມາດກໍ່ສ້າງມະຫາຊົນກ້າວໜ້າ ເພື່ອຂະຫຍາຍເຂົ້າໃນຖັນແຖວ ຂອງພັກໄດ້ທັງໝົດ 15 ສະຫາຍ, ໄດ້ເປັນເສນາທິການ ໃຫ້ແກ່ຂັ້ນເທິງ ໃນການປະຕິບັດໜ້າທີ່ ວິຊາສະເພາະໄດ້ເປັນຢ່າງດີ, ເປັນຕົ້ນ ດ້ານການອຳນວຍ ຄວາມສະດວກ ໃນການເຄື່ອນໄຫວວຽກງານຂອງການນຳ, ການສະຫລຸບສັງລວມ, ຄົ້ນຄວ້າວິໄຈສະພາບການສາກົນ, ການກະກຽມ ບົດລາຍງານຕ່າງໆ ໃຫ້ຂັ້ນເທິງ, ການແປພາສາຮັບໃຊ້ການນຳພັກ-ລັດ, ການຮັບປະກັນການປະສານງານ ພາຍໃນກະຊວງ ແລະ ລະຫວ່າງກະຊວງ ກັບພາຍນອກໃຫ້ມີຄວາມໂລ່ງລ່ຽນ, ການຮັບປະກັນການຕິດຕໍ່ສື່ສານ ແລະ ການຮັກສາຄວາມລັບ ຂອງເອກະສານ ທາງລັດຖະການ, ການເກັບມ້ຽນສຳເນົາເອກະສານສຳຄັນ, ການຫັນເປັນທັນສະ ໄໝ, ການຄຸ້ມຄອງຊັບສົມບັດຄົງທີ່, ການພັດທະນາ ພື້ນຖານ ໂຄງລ່າງວັດຖຸເຕັກນິກ, ປັບປຸງໂສມໜ້າ, ຄວາມຈົບງາມ ແລະ ຄວາມເປັນລະບຽບຮຽບຮ້ອຍພາຍໃນກະຊວງ. ຈາກຜົນງານ ທັງໝົດເຫລົ່ານີ້, ເຮັດໃຫ້ໜ່ວຍພັກຫ້ອງການ ໄດ້ຮັບການຍ້ອງຍໍບຸກຄົນ ແລະ ກົມກອງລວມໝູ່ ຈາກລັດຖະບານ ສປປ ລາວ ແລະ ຈາກປະເທດເພື່ອນ ມິດຫລາຍຄັ້ງ ແລະ ໄດ້ຮັບນາມມະຍົດໜ່ວຍພັກ ເຂັ້ມແຂງ-ຮູ້ນຳພາຮອບດ້ານ ຈຳນວນ 2 ຄັ້ງຕິດຕໍ່ກັນ.

ສຳລັບທິດທາງແຜນການຈຸດສູມ ຂອງໜ່ວຍພັກຫ້ອງການໄລຍະ ປີ 2020-2025 ແມ່ນຈະໄດ້ສຸມໃສ່ວຽກງານ ກໍ່າສ້າງພັກ-ພະນັກງານ, ຂະຫຍາຍພັກຢ່າງມີຈຸດສຸມ ແລະ ມີຄຸນນະພາບ, ເອົາໃຈໃສ່ສຶກສາອົບຮົມທາງ ດ້ານການເມືອງແນວຄິດ ໃຫ້ສະມາຊິກພັກຫ້ອງການ, ຍົກສູງຄຸນນະພາບ ໃນການເປັນເສນາທິການ ໃນການປະຕິບັດໜ້າທີ່ວິຊາສະເພາະ, ເພີ່ມທະວີການຊີ້ນຳ-ນຳພາ ແລະ ເສີມຂະຫຍາຍ ບົດບາດຂອງ 3 ອົງການຈັດຕັ້ງມະຫາຍ ຊົນພາຍໃນຫ້ອງການ ເພື່ອເຕົ້າໂຮມມະຫາຊົນ ເຂົ້າຮ່ວມໃນຂະບວນການແຂ່ງ ຂັນຈັດຕັ້ງປະຕິບັດ ຄຳຂວັນ “3 ດີ 4 ມີ 5 ຕ້ານ” ຂອງໜ່ວຍພັກຫ້ອງການ ຕິດພັນກັບການຈັດຕັ້ງປະ ຕິບັດແຜນການກໍ່ສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ ໜັກແໜ້ນ ໃຫ້ສຳເລັດຜົນເປັນຮູບປະທຳ.
ຜູ້ແທນກອງປະຊຸມ ໄດ້ໃຊ້ສິດປະຊາທິປະໄຕ ປ່ອນບັດຄັດເລືອກເອົາຄະນະໜ່ວຍພັກຊຸດໃໝ່ ຈຳນວນ 5 ສະຫາຍ ແລະ ໃນກອງປະຊຸມ ຄັ້ງປະຖົມມະລຶກ ຂອງຄະນະໜ່ວຍພັກ ໄດ້ເປັນເອກະພາບເລືອກເອົາ ສະຫາຍ ໂພໄຊ ໄຂຄຳພິທູນ ເປັນເລຂາໜ່ວຍພັກ, ສະຫາຍ ບຸນທັນ ກຸສົນສະໜອງ ເປັນຮອງເລຂາ, ສະຫາຍ ສຸຂັນໄຊ ອັກຄະວົງ ເປັນປະທານກວດກາໜ່ວຍພັກ, ສະຫາຍ ນາງ ວອນຄຳ ເຈື່ອງມະນີວົງ ແລະ ສະຫາຍ ວິຊາສັກສິດ ສະນຸກຜົນ ເປັນກຳມະການໜ່ວຍພັກຫ້ອງການ.
ກອງປະຊຸມຄັ້ງນີ້, ຍັງໄດ້ຮັບຟັງການໂອ້ລົມຂອງ ສະຫາຍ ສະເຫລີມໄຊ ກົມມະສິດ ເຊິ່ງໄດ້ສະແດງຄວາມ ຍ້ອງຍໍຊົມເຊີຍ ຕໍ່ຜົນງານຂອງໜ່ວຍພັກ ຫ້ອງການກະຊວງການຕ່າງປະເທດ ໃນໄລຍະຜ່ານມາ ແລະ ໄດ້ໃຫ້ທິດຊີ້ນຳ ໃຫ້ໜ່ວຍພັກຫ້ອງການ ສືບຕໍ່ເສີມຂະຫຍາຍມູນເຊື້ອຂອງຕົນ, ໃຫ້ຖືວຽກງານກໍ່ສ້າງພັກ-ພະນັກງານ ເປັນບຸລິມະສິດຕົ້ນຕໍ, ເພີ່ມທະວີການການນຳພາດ້ານການເມືອງ- ແນວຄິດຕໍ່ສະມາຊິກພັກ-ພະນັກງານຂອງຫ້ອງການ, ເພີ່ມທະວີຄວາມສາມັກ ພາຍໃນໜ່ວຍພັກຍົກສູງຫລັກ ການລວມສູນປະຊາທິປະໄຕ, ກໍ່ສ້າງຂະຫຍາຍສະມາຊິກພັກ ໃຫ້ໄດ້ຄຸນນະພາບ, ການກໍ່ສ້າງບໍາລຸງພະນັກງານ ດ້ານພາສາຕ່າງປະເທດ ຄຽງຄູ່ກັບຄວາມຮູ້ດ້ານວິຊາສະເພາະ, ສືບຕໍ່ຊີ້ນຳ-ນຳພາ ຢ່າງໃກ້ຊິດຕໍ່ 3 ອົງການຈັດຕັ້ງມະຫາຊົນ, ເພີ່ມທະວີວຽກງານກວດກາ ໃຫ້ເຂັ້ມແຂງ ແລະ ຍົກສູງປະສິດ ທິພາບ ປະສິດທິຜົນ ໃນການປະຕິບັດໜ້າທີ່ ວິຊາສະເພາະໃນດ້ານຕ່າງໆ, ພ້ອມກັນສູ້ຊົນບຸກບືນ ແລະ ເຊີດຊູຄວາມເປັນ ເຈົ້າການ ແລະ ຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ ສາມາດຍາດໄດ້ຜົນສຳເລັດອັນໃໝ່ ໃຫຍ່ຫລວງ ກວ່າເກົ່າ, ສືບຕໍ່ຮັກສາໄດ້ນາມມະຍົດໜ່ວຍພັກ ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ເປັນສະໄໝທີສາມ ຕາມແຜນການ ແລະ ກອງປະຊຸມໄດ້ສຳເລັດລົງ ໃນຕອນເຊົ້າຂອງວັນດຽວກັນ.
Medialaos MMD