ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ຢືນຢັນ ສປປ ລາວ ມີຄວາມພ້ອມໃນທຸກດ້ານ ເພື່ອຮອງຮັບການລະບາດຂອງເຊື້ອໄວຣັດໂຄວິດ-19 ທີ່ອາດຈະແຜ່ລະບາດ ຢູ່ ສປປ ລາວ ເປັນຕົ້ນ ໄດ້ມີຄວາມພ້ອມທາງ ດ້ານບຸກຄະລາກອນ, ອຸປະກອນທາງການແພດ, ສະຖານທີ່ຮອງຮັບຄົນເຈັບ ໂດຍໄດ້ກຳນົດເອົາໂຮງໝໍມິດຕະພາບ 150 ຕຽງ ແລະ ໂຮງໝໍສູນກາງ 103 ເປັນຫລັກ ເຊິ່ງໂຮງໝໍດັ່ງກ່າວ, ກໍມີຄວາມພ້ອມທາງ ດ້ານອຸປະກອນທີ່ທັນສະໄໝ, ຫ້ອງປີ່ນປົວ, ຫ້ອງແຍກດ່ຽວ ແລະ ອື່ນໆ.
ພ້ອມນັ້ນ, ທ່ານ ທອງລຸນ ສີສຸລິດ ຍັງໄດ້ຮຽກຮ້ອງໃຫ້ຊາຊົນລາວບັນດາເຜົ່າ ໃຫ້ມີສະຕິລະມັດລະວັງ, ບໍ່ປະໝາດ, ເປັນເຈົ້າຕົນເອງປ້ອງກັນ ຕໍ່ການແຜ່ລະບາດຂອງພະຍາດນີ້, ໂດຍການເອົາໃຈໃສ່ຕິດຕາມ ແລະ ປະຕິບັດຕາມວິທີການ, ມາດຕະການທີ່ລັດຖະບານວາງອອກ ໃນແຕ່ລະໄລຍະຢ່າງເຄັ່ງຄັດ. ພ້ອມທັງ, ບໍ່ໃຫ້ເດີນທາງໄປປະເທດທີ່ມີຄວາມສ່ຽງ ແລະ ຊຸມຊົນແອ້ອັດ.
Medialaos MMD