ໂດຍ: ທ່ານ ຮສ ດຣ. ພູທອນ ເມືອງປາກ, ຮອງລັດຖະມົນຕີກະຊວງສາທາລະນະສຸກ,
ຜູ້ປະຈໍາການຄະນະສະເພາະກິດ
ດຣ ພອນປະເສີດ ອຸນາພົມ ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ
ດຣ ຫວັງນະຄອນ ດິດຕະພົງ ຮອງຫົວໜ້າອຳນວຍການໂຮງໝໍ ມິດຕະພາບ
I. ສະພາບການ COVID-19 ໃນທົ່ວໂລກ
ມາຮອດເວລາ 8:30 ໂມງ ຂອງວັນທີ 4 ເມສາ 2020, ທົ່ວໂລກມີລາຍງານກໍລະນີ
ທັງໝົດ 205 ປະເທດ, ເພີ້ມຂື້ນອີກ 1 ປະເທດ ຄື ປະເທດ ຟັອກແລນໄລເລີນ ເຊິ່ງເປັນ ປະເທດຢູ່ໃນທະວີບ ອະເມລິກາລາຕິນ
ກໍລະນີຢັ້ງຢືນຜູ້ຕິດເຊື້ອພະຍາດ COVID-19 ແລ້ວ 1,098,006 ກໍລະນີ
(ເພີ່ມຂື້ນ 82,941 ກໍລະນີ, ເສຍຊິວິດ 59,141 (ເພີ່ມຂື້ນ 5,973 ກໍລະນີ) ແລະ
ປີ່ນປົວຫາຍດີ 228,405 (ເພີ່ມຂື້ນ 16,388).
ບາງປະເທດມີຜູ້ຕິດເຊື້ອເພີ້ມຂື້ນໃນມື້ດຽວເຖິງ 3 ໝື່ນກວ່າຄົນ ແລະ ເສຍຊີວິດ ພັນກວ່າຄົນ ສະນັ້ນຍັງຖືວ່າມີຄວາມຮ້າຍແຮງ ອັດຕາການຕິດເຊື້ອ ແລະ ເສຍຊີວິດເພິ່ມຂື້ນແຕ່ລະມື້
II. ການເຝົ້າລະວັງ COVID-19 ປະຈຳດ່ານ ໃນ ສປປ ລາວ ຮອດ 5 ໂມງແລງ ຂອງວັນທີ 3 ເມສາ 2020 ຕາມດ່ານຊາຍແດນ ແລະ ສະໜາມບິນສາກົນ
- ວຽກງານຈຸດຜ່ານດ່ານ
• ຈໍານວນຜູ້ເດີນທາງເຂົ້າມາທັງໝົດ: 3,809 ຄົນ
• ຈໍານວນຜູ້ເດີນທາງຜ່ານສະໜາມບິນບໍ່ມີ (0 ຄົນ)
• ຈໍານວນຜູ້ເດີນມທາງຜ່ານທາງດ່ານລາວ-ໄທທັງໝົດ 3,384 ຄົນ, ໃນຈຳນວນດັ່ງກ່າວບໍ່ມີຄົນເປັນໄຂ້. - ການເຝົ້າລະວັງ ແລະ ວິເຄາະ
• ໃນວັນທີ 3 ເມສາ 2020, ໄດ້ມີກໍລະນີສົງໃສ ແລະ ເກັບຕົວຢ່າງມາກວດ 53 ຄົນ ໄດ້ແກ່
o ນະຄອນຫຼວງວຽງຈັນ 39 ຄົນ ໃນນັ້ນເປັນຄົນລາວ 38 ຄົນ ແລະ ເປັນຄົນຈີນ 1 ຄົນ.
o ແຂວງບໍ່ແກ້ວ 6 ຄົນ.
o ບໍລິຄຳໄຊ ແລະ ຄຳມ່ວນ ແຂວງລະ 3 ຄົນ
o ແຂວງ ວຽຈັນ ແລະ ແຂວງສະຫວັນນະເຂດ ແຂວງລະ 1 ຄົນ
ທັງໝົດໄດ້ເກັບຕົວຢ່າງ ແລະ ຜົນກວດເປັນລົບ ຖືວ່າມື້ນີ້ກໍຍັງບໍ່ມີກໍລະນີໃໝ່.
ເລີ່ມແຕ່ເດືອນມັງກອນ ຮອດວັນທີ 3 ເມສາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ 573 ຄົນ, ກວດພົບເຊື້ອ 10 ຄົນ.
ປະຈຸບັນຈຳນວນກໍລະນີໃກ້ຊິດສຳພັດກັບຄົນເຈັບ ທີ່ກຳລັງຕິດຕາມມີ 216 ຄົນຄື
• ນະຄອນຫຼວງ 141 ຄົນ
• ຫຼວງພະບາງ 49 ຄົນ
• ອຸດົມໄຊ 24 ຄົນ
• ຄຳມ່ວນ 2 ຄົນ
ຕໍ່ກັບຜູ້ສຳຜັດໃກ້ຊິດດັ່ງກ່າວ ພວກເຮົາໄດ້ໃຫ້ເຂົາເຈົ້າກັກບໍລິເວນຕົນເອງຢູ່ເຮືອນຂອງເຂົາເຈົ້າ ແລະ ມີແພດເຮົາໄປຕິດຕາມອາການທຸກມື້ ຖ້າຫາກມີອາການ ຫຼື ກວດພົບວ່າເປັນບວກກໍຕ້ອງໄດ້ນຳມາ ປິ່ນປົວຢູ່ໂຮງໝໍຕາມຫຼັກການຂອງການປິ່ນປົວໂຄວິດ-19.
ຂໍ້ແນະນຳ
ໃນໄລຍະແຕ່ນີ້ເຖິງວັນທີ 19 ເມສາ 2020 ນີ້ ເຊິ່ງແມ່ນໄລຍະປະຕິບັດຄຳສັ່ງເລກທີ 06/ນຍ ມາດຕະການສຳຄັນໃນການຄວບຄຸມການລະບາດ ແມ່ນ
- ການປິດດ່ານບໍ່ໃຫ້ມີຜູ້ເດີນທາງຈາກເຂດທີ່ມີການລະບາດຂອງພະຍາດ ກັນບໍ່ໃຫ້ນຳເອົາ ພະຍາດເຂົ້າມາໃນໄລຍະ 14 ວັນນີ້
- ຈຳກັດບໍລິເວນຢູ່ເຮືອນຕົນເອງ ຫຼື ວ່າຢູ່ສູນທີ່ລັດສະໜອງໃຫ້ຂອງຜູ້ເດີນທາງເຂົ້າມາຈາກ ທີ່ມີການລະບາດໃຫ້ຄົບ 14 ວັນ ພ້ອມຕິດຕາມອາການບົ່ງມະຕິພະຍາດ ແລະ ປິ່ນປົວໃຫ້ດີ
- ການຕິດຕາມການຈຳກັດບໍລິເວນ ແລະ ອາການຂອງຜູ້ໃກ້ຊິດຈຳນວນ 216 ຄົນ ເພື່ອບົ່ງມະຕິ ພະຍາດ ແລະ ປິ່ນປົວໃຫ້ດີໄວ
- ເອົາໃຈໃສ່ປິ່ນປົວ 10 ຄົນທີ່ຕິດເຊື້ອພະຍາດໂຄວິດແລ້ວນີ້ໃຫ້ຫາຍດີໄວ
- ພະນັກງານ, ລັດຖະກອນ, ປະຊາຊົນບັນດາເຜົ່າຕ້ອງປະຕິບັດມາດຕະການ ຈຳກັດການອອກຈາກເຮືອນ, ການເດີນທາງຢ່າງເຄັ່ງຄັດຕາມຄຳສັ່ງເລກທີ 06
ສະນັ້ນ ຮຽກຮ້ອງໃຫ້ ທຸກພາກສ່ວນໃນສັງຄົມມີສ່ວນຮ່ວມຢ່າງເປັນເຈົ້າການດ້ວຍຄວາມ ຮັບຜິດຊອບສູງ ເປັນຕົ້້ນຕໍ່ເຈົ້າໜ້າທີ່ຢູ່ດ່ານຊາຍແດນ, ຜູ້ຖືກແນະນຳ ໃຫ້ຈຳກັດບໍລິເວນຕົນເອງ, ຄອບຄົວຂອງຜູ້ຖຶກແນະນຳຈຳກັດຕົນເອງ, ອຳນາດການປົກຄອງທ້ອງຖິ່ນ, ສະເພາະແພດໝໍ, ພະຍາບານຂອງພວກເຮົາກໍຈະໃຊ້ຄວາມພະຍາຍາມສູງ ເພື່ອປິ່ນປົວຄົນເຈັບຕາມຫຼັກວິທະຍາສາດ ເພື່ອໃຫ້ຫາຍດີໄວ.
ໂອກາດນີ້ກໍຂໍສະແດງຄວາມຂອບໃຈ ຮູ້ບຸນຄຸນຢ່າງສູງຕໍ່ປະເທດເພື່ອນມິດ, ຕໍ່ອົງການຈັດຕັ້ງສາກົນ, ອົງຈັດຕັ້ງທາງສັງຄົມ, ນັກທຸລະກິດທີ່ໄດ້ໃຫ້ການ ສະໜັບສະໜູນທາງດ້ານງົບປະມານ, ວັດຖຸ ອຸປະກອນຮັບໃຊ້ແກ່ວຽກງານ ປ້ອງກັນຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19
ພວກຂ້າພະເຈົ້າຈະນຳໃຊ້ໃຫ້ຖືກຕາມວັດຖຸປະສົງ ແລະ ໃຫ້ມີປະສິດທິຜົນສູງ
ຂໍຂອບໃຈ
Medialaos