ເຫັນເຈົ້າໜ້າທີ່ເຂັ້ມງວດກາດກາໃນແຕ່ລະບ້ານຢູ່ນະຄອນຫຼວງວຽງຈັນ ແລະ ຕ່າງແຂວງ ກໍ່ຮູ້ສຶກວ່າການຈັດຕັ້ງປະຕິບັດຄຳສັ່ງເລກທີ 06/ນຍ ເຂັ້ມງວດຫຼາຍ… ແຕ່ມາເບີ່ງຕົວຈິງແລ້ວເຫັນວ່າໃນຈຸດກວດນັ້ນຍັງຂາດອຸປະກອນກວດກາທາງການແພດເຊັ່ນວ່າ: ເຄື່ອງແທກອຸນຫະພູມ; ເຈວລ້າງມື, ຜ້າອັດປາກ-ດັງ… ສະນັ້ນຈຶ່ງເຫັນການກວດກາພຽງແຕ່ຖາມຈະໄປໃສ? ຮູ້ການລະບາດຂອງພະຍາດ Covid-19 ບໍ່?

        ເມື່ອເປັນເຊັ່ນນີ້ຈີ່ງມີການຕັ້ງບັນຫາວ່າ ໃນຈຸດກວດກາຂອງບ້ານ ຄວນມີເຈົ້າໜ້າທີ່ການແພດຮ່ວມກວດກາ… ມີຜ້າອັດປາກແຈກໃຫ້ຜູ້ບໍ່ມີ-ບໍ່ໃຊ້…. ມີການແຈກແຜ່ນພັບທີ່ໂຄສະນາການສະກັດກັ້ນການແຜ່ລະບາດຂອງພະຍາດ  Covid-19. ບໍ່ທໍ່ນັ້ນ ໃນບ້ານທີ່ມີຊຸມຊົນໜາແໜ້ນຄວນຕ້ອງມີການພົ່ນຢາຂ້າພະຍາດ.

        ເມື່ອມີການຕັ້ງບັນຫານີ້ຂື້ນ… ມັນກໍ່ມີການເວົ້າເຖີງງົບປະມານໃນການໃຊ້ຈ່າຍ ໂດຍໃນຈຸດນີ້ມີຄົນຖາມຫາເລື່ອງການຊ່ວຍເຫຼືອຈາກຕ່າງປະເທດກໍ່ຄືຈາກສັງຄົມ ທີ່ມີເປັນຂະບວນຫຼວງຫຼາຍນັ້ນ ພໍແບ່ງປັນມາໃຫ້ບ້ານພໍໄດ້ບໍ່? ສ່ວນບໍ່ພໍນັ້ນກໍ່ໃຫ້ແຕ່ລະບ້ານ-ເມືອງຈັດຕັ້ງລະດົມການປະກອບສ່ວນຂອງສັງຄົມຄືຈະເປັນໄປໄດ້.

        ຕ້ອງຍອມຮັບວ່າປະຊາຊົນເຮົາເສບຂ່າວເລື່ອງພະຍາດ Covid-19 ນີ້ຈາກຫຼາຍແຫຼ່ງຂ່າວ ສະນັ້ນພວກເພີ່ນອາດຍັງບໍ່ຈຳແນກໄດ້ສະພາບຄວາມເປັນຈິງຂອງແຕ່ລະປະເທດໃນການສະກັດກັ້ນ; ກັກກັນການແຜ່ລະບາດຂອງເຊື້ອພະຍາດດັ່ງກ່າວ; ສະນັ້ນ ຄຽງຄູ່ກັບການກວດກາກໍ່ຄວນມີການຊີ້ແຈງທິດທາງໃນການແກ້ໄຂບັນຫາສະເພາະໜ້າ ແລະ ຍາວນານ ໃຫ້ພໍ່ແມ່ປະຊາຊົນໄດ້ຮັບຮູ້.

        Covid-19 ແມ່ນສັດຕູຕົວຮ້າຍກາດທີ່ທຳລາຍຊີວິດຂອງຄົນເຮົາ ສະນັ້ນການຕໍ່ສູ້ມັນຕ້ອງໄດ້ອາໄສກຳລັງແຮງຂອງທົ່ວສັງຄົມ ຈື່ງຈະຊະນະມັນໄດ້.

ໂດຍ: ທິດດີ.