ປະຈໍາວັນທີ 26 ເມສາ ປີ 2020
ທ່ານ ຮສ ດຣ. ພູທອນ ເມືອງປາກ, ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ຜູ້ປະຈໍາການ ຄະນະສະເພາະກິດ ລາຍງານວ່າ:
- ສະພາບການເຝົ້າລະວັງ COVID-19 ຢູ່ ສປປ ລາວ ຮອດ 5 ໂມງແລງ ຂອງວັນທີ 25 ເມສາ 2020
- ວຽກງານຈຸດຜ່ານດ່ານ
- ຈໍານວນຜູ້ເດີນທາງເຂົ້າມາ ມີທັງໝົດ 1,683 ຄົນ
- ຈຸດຜ່ານດ່ານລາວ-ໄທ ທັງໝົດ 1,083 ຄົນ, ໃນນັ້ນມີແຮງງານລາວມາແຕ່ໄທ 02 ຄົນ ເຊິ່ງຜ່ານດ່ານສາກົນປາງມອນ ແຂວງໄຊຍະບູລີ, ເຫຼືອນັ້ນແມ່ນຜູ້ຂັບລົດຂົນສົ່ງສິນຄ້າ
- ຈຸດຜ່ານດ່ານລາວ-ຈີນ ທັງໝົດ 113 ຄົນ, ທັງໝົດ ແມ່ນຜູ້ຂັບລົດຂົນສົ່ງສິນຄ້າ
- ຈຸດຜ່ານດ່ານລາວ-ຫວຽດ ທັງໝົດ 487 ຄົນ, ທັງໝົດແມ່ນຜູ້ຂັບລົດຂົນສົ່ງສິນຄ້າ
- ໃນທຸກດ່ານ ແມ່ນໄດ້ກວດວັດອຸນຫະພູມຮ່າງກາຍ ແລະ ບໍ່ມີຄົນເປັນໄຂ້
- ການເຝົ້າລະວັງ ແລະ ວິເຄາະ
- ໃນວັນທີ 25 ເມສາ 2020, ໄດ້ເກັບຕົວຢ່າງມາກວດທັງໝົດ 74 ຄົນ, ໃນນັ້ນ ຜູ້ມີອາການສົງໄສມາກວດຢູ່ໂຮງໝໍ 14 ຄົນ, ແຮງງານລາວທີ່ກັບມາຈາກປະເທດໄທ 60 ຄົນ (ແຮງງານທັງໝົດແມ່ນບໍ່ມີອາການ)
- ໃນຈໍານວນຜູ້ມີອາການສົງໄສ 14 ຄົນ ແມ່ນຢູ່ ນະຄອນຫຼວງວຽງຈັນ 12 ຄົນ ຄື: ໂຮງໝໍ ມິດຕະພາບ 09 ຄົນ , ໂຮງໝໍ ເຊດຖາທິຣາດ 02 ຄົນ, ໂຮງໝໍ 103 ມີ 01 ຄົນ
ຢູ່ແຂວງສະຫວັນນະເຂດ 02 ຄົນ
- ສຳລັບແຮງງານລາວມີ ຈຳນວນ 60 ຄົນ ລາຍລະອຽດດັ່ງລຸ່ມນີ້:
- ຈຳປາສັກ 30 ຄົນ
- ສະຫວັນນະເຂດ 26 ຄົນ
- ສາລະວັນ 03 ຄົນ
- ຫຼວງພະບາງ 01 ຄົນ
- ຜົນກວດທັງໝົດ 74 ຄົນ ບໍ່ພົບເຊື້ອ. ໝາຍຄວາມວ່າໃນວັນທີ 25 ເມສາ 2020 ບໍ່ມີກໍລະນີໃໝ່.
- ນັບແຕ່ເດືອນມັງກອນ ຮອດ ວັນທີ 25 ເມສາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ ມີ 1,735 ຕົວຢ່າງ, ກວດພົບເຊື້ອສະສົມ 19 ຄົນ (14 ມື້ແລ້ວທີ່ບໍ່ມີຜູ້ຕິດເຊື້ອເພີ່ມ).
- ຜູ້ສໍາຜັດໃກ້ຊິດກັບຜູ້ຕິດເຊື້ອທີ່ໄດ້ຕິດຕາມ ມາແຕ່ວັນທີ 09 ມີນາ ຮອດ 25 ເມສາ 2020 ມີ 313 ຄົນ ທັງໝົດນີ້ໄດ້ຄົບກຳນົດ 14 ວັນແລ້ວ.
- ການຕິດຕາມ ຢູ່ສະຖານທີ່ຈຳກັດບໍລິເວນຂອງແຂວງ ແລະ ຜູ້ຈຳກັດບໍລິເວນ ຢູ່ເຮືອນ ສຳລັບຜູ້ເດີນທາງມາຈາກຕ່າງປະເທດ
- ມາຮອດວັນທີ 25 ເມສາ 2020 ທົ່ວປະເທດ ຍັງມີ ສູນຈໍາກັດບໍລິເວນ ທັງໝົດ 211 ສູນ, ມີຜູ້ຈຳກັດບໍລິເວນຢູ່ສູນ 943 ຄົນ, ຈໍາກັດບໍລິເວນຢູ່ເຮືອນ 666 ຄົນ, ເກັບຕົວຢ່າງມາກວດວິເຄາະຫາເຊື້ອ 475 ຄົນ. ທັງໝົດບໍ່ພົບເຊື້ອ.
- ການຕິດຕາມປີ່ນປົວຄົນເຈັບຢູ່ໂຮງໝໍ
- ປະຈຸບັນ ມີຜູ້ຕິດເຊື້ອນອນຕິດຕາມ ປິ່ນປົວຢູ່ໂຮງໝໍພຽງແຕ່ 12 ຄົນ.
- ຢູ່ໂຮງໝໍແຂວງຫຼວງພະບາງ ມີ 01 ຄົນ ເປັນເພດຊາຍ, ເຫັນວ່າມີອາການຄົງຕົວ ຂັ້ນເບົາບາງ ແລະ ຍັງຕິດຕາມປິ່ນປົວຕາມອາການ.
- ຢູ່ໂຮງໝໍມິດຕະພາບ ມີ 11 ຄົນ ທັງໝົດເຫັນວ່າ ມີອາການເບົາບາງ ແລະ ຍັງຕິດຕາມປິ່ນປົວຕາມອາການ.
- ພວກເຮົາໄດ້ສຶກສາສະພາບການລະບາດຂອງປະເທດໃກ້ຄຽງ ແລະ ສະພາບການລະ
ບາດຢູ່ໃນທົ່ວໂລກ ເຫັນວ່າ:
ມາຮອດເວລາ 6:00 ໂມງເຊົ້າ ຂອງວັນທີ 26 ເມສາ 2020 ທົ່ວໂລກມີການລາຍງານການລະບາດ ທັງໝົດ 210 (ປະເທດ/ເຂດ).
– ມີການຢັ້ງຢືນຜູ້ຕິດເຊື້ອພະຍາດ COVID-19 ແມ່ນ 2,914,710 (85,884 ໃໝ່)
– ເສຍຊິວິດ 202,991 (5,892 ໃໝ່)
– ປີ່ນປົວຫາຍດີ 834,396 (54,313 ໃໝ່). ຜູ້ປິ່ນປົວຫາຍດີປະຈໍາວັນກວມເອົາ
63.2 % ຂອງຈໍານວນຜູ້ຕິດເຊື້ອໃໝ່ປະຈໍາວັນ.
– ມີບາງປະເທດ ຈຳນວນຜູ້ຕິດເຊື້ອມື້ດຽວ ມີເຖິງ 32,064 ຄົນ ແລະ ເສຍຊີວິດ
1,946 ຄົນ ຕໍ່ມື້.
– ອັດຕາຄວາມຮ້າຍແຮງຂອງມື້ນີ້ແມ່ນເທົ່າກັບວານນີ້ 6.96 % (ມື້ວານນີ້ 6.96 %).ສະເພາະກຸ່ມປະເທດອາຊຽນ ຍັງມີບາງປະເທດທີ່ມີອັດຕາການຕິດເຊື້ອ ແລະ ເສຍຊີວິດສູງຢູ່ ມີບາງປະເທດຕິດເຊື້ອໃໝ່ ໃນວັນທີ 26 ເມສາ 2020 ນີ້ ເຖິງ 618 ຄົນ ແລະ ເສຍຊີວິດໃນມື້ດຽວ ຢູ່ກຸ່ມປະເທດອາຊຽນ ເຖິງ 51 ຄົນ.
ຂໍ້ແນະນຳ:
- ສະເພາະ ສປປ ລາວ ກໍ່ຍັງເຫັນວ່າ 14 ມື້ທີ່ບໍ່ມີຜູ້ຕິດເຊື້ອໃໝ່. ໃນຈໍານວນຜູ້ຕິດເຊື້ອສະສົມ 19 ຄົນ ກໍ່ໄດ້ອອກໂຮງໝໍແລ້ວ 07 ຄົນ ແລະ ຍັງເຫຼືອ 12 ຄົນ ທີ່ຈະໄດ້ສືບຕໍ່ຕິດຕາມ ປິ່ນປົວຕາມອາການຢ່າງໃກ້ຊິດ. ສະພາບການລະບາດຜ່ອນຄາຍລົງຄືແນວນີ້ ກໍ່ຍ້ອນວ່າ ປະຊາຊົນບັນດາເຜົ່າ ໄດ້ເປັນເຈົ້າການ ຮ່ວມໄມ້ຮ່ວມມື ໃນການຈັດຕັ້ງປະຕິບັດ ຄໍາສັ່ງ ເລກທີ 06/ນຍ, ແຕ່ພວກເຮົາ ຈະບໍ່ໄດ້ລົດລະມາດຕະການເຝົ້າລະວັງ ຕິດຕາມຄົ້ນຫາ ຜູ້ສົງໄສທີ່ຈະຕິດເຊື້ອ ໂດຍສະເພາະຜູ້ທີ່ຍັງຈຳກັດບໍລິເວນຕົນເອງຢູ່ສູນ ແລະ ຢູ່ເຮືອນ. ສໍາລັບຜູ້ທີ່ຈະເດີນທາງຜ່ານຊາຍແດນເຂົ້າມາໃໝ່ ຈະຕ້ອງໄດ້ປະຕິບັດມາດຕະການ ເລີ່ມແຕ່ປະເທດຕົ້ນທາງເຂົ້າມາຜ່ານຊາຍແດນ ແລະ ເວລາເຂົ້າມາເຖິງປະເທດລາວ ຢ່າງຖືກຕ້ອງ ແລະ ເຂັ້ມງວດ ເພື່ອສະກັດກັ້ນ ບໍ່ໃຫ້ມີການລະບາດຄືນຄັ້ງທີ2.
- ເພື່ອເປັນການສືບຕໍ່ເຝົ້າລະວັງຢ່າງເຂັ້ມງວດຕໍ່ຜູ້ທີ່ຈະເດີນທາງເຂົ້າມາ ສປປລາວ ຈາກຕ່າງປະເທດລວມທັງແຮງງານລາວທີ່ຈະມາຈາກປະເທດໄທ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ຈຶ່ງມີແຈ້ງການ ເລກທີ 507/ຫສນຍ ວັນທີ 24 ເມສາ 2020 ແລະ ແຈ້ງການຂອງຄະນະສະເພາະກິດ ເລກທີ 037/ສພກ, ລົງວັນທີ 24 ເມສາ 2020 ເຖິງເຈົ້າຄອງນະຄອນຫຼວງ ແລະ ບັນດາເຈົ້າແຂວງທົ່ວປະເທດ ໃຫ້ກະກຽມສະຖານທີ່ ຈຳກັດບໍລິເວນ ຜູ້ເດີນທາງມາຈາກຕ່າງປະເທດ ໃຫ້ຖືກຕ້ອງຕາມມາດຕະຖານການປ້ອງກັນການແຜ່ເຊື້ອ.
- ສະນັ້ນ ຈຶ່ງຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າ, ອົງການຈັດຕັ້ງທຸກພາກສ່ວນ ຈົ່ງສືບຕໍ່ຮ່ວມໄມ້ຮ່ວມມື ເປັນເຈົ້າການຈັດຕັ້ງປະຕິບັດຄຳສັ່ງ ເລກທີ 06/ນຍ ແລະ ບັນດາຂໍ້ແນະນຳຕ່າງໆຢ່າງຖືກຕ້ອງ ແລະ ເຂັ້ມງວດ ຈົນຮອດວັນທີ 03 ພຶດສະພາ 2020.
- ຖ້າວ່າບັນດາທ່ານ ຫຼື ຄົນໃນຄອບຄົວຂອງທ່ານມີອາການຄ້າຍຄືໄຂ້ຫວັດ ຫຼື ອາການ
ໄຂ້, ອາການຜິດປົກກະຕິອື່ນໆ ຂໍໃຫ້ມາກວດນໍາແພດໝໍຢູ່ໂຮງໝໍ ບໍ່ໃຫ້ຢ້ານວ່າຈະມາຕິດເຊື້ອ COVID-19 ຢູ່ໂຮງໝໍ ແຕ່ລະໂຮງໝໍມີການຈັດສັນລະບົບ ຄັດແຍກຜູ້ສົງໃສເປັນພະຍາດ COVID-19 ແລະ ຜູ້ເຈັບເປັນທົ່ວໄປອອກຈາກກັນ ເປັນເຂດໜຶ່ງສະເພາະ.
- ບັນດາທ່ານໄດ້ຮັບຮູ້ຂໍ້ມູນຂ່າວສານສະພາບການລະບາດຂອງພະຍາດ COVID-19 ຢູ່ປະເທດເຮົາ ແລະ ໃນໂລກແລ້ວ.
- ພັກ ແລະ ລັດຖະບານໄດ້ເປັນຫ່ວງເປັນໄຍ ຕໍ່ການຄວບຄຸມ ແລະ ການແກ້ໄຂການ ລະບາດຢູ່ປະເທດຂອງພວກເຮົາ ໄດ້ວາງມາດຕະການ ແລະ ຂໍ້ແນະນຳຕ່າງໆ ອອກ ຊຶ່ງກໍ່ຊາບດີວ່າມີຜົນກະທົບຕໍ່ການດຳລົງຊີວິດປະຈໍາວັນຂອງພໍ່ແມ່ປະຊາຊົນ ກໍ່ຄືກະ
ທົບຕໍ່ການດໍາເນີນທຸລະກິດ
- ແຕ່ກໍ່ຂໍໃຫ້ຮຽກຮ້ອງບັນດາທ່ານໃຫ້ມີຄວາມອົດທົນ ພ້ອມກັນຜ່ານຜ່າວິກິດນີ້, ຂໍໃຫ້ບັນດາທ່ານຈົ່ງພ້ອມກັນປ້ອງກັນຕົນເອງ, ປ້ອງກັນ ຄອບຄົວ ແລະ ຜູ້ທີ່ຮັກແພງໃກ້ຊິດກັບບັນດາທ່ານຈາກການຕິດເຊື້ອພະຍາດ COVID-19 ຖືວ່າແມ່ນພັນທະ ແລະ ຄວາມຮັບຜິດຊອບຂອງບັນດາທ່ານ ແລະ ເປັນການປະກອບສ່ວນອັນສຳຄັນໃຫ້ແກ່ປະເທດຊາດ.
- ອີກບັນຫາໜຶ່ງໂອກາດນີ້ເຕືອນສະຕິພໍ່ແມ່ປະຊາຊົນບັນດາເຜົ່າກ່ຽວກັບພະຍາດຕາມລະດູການຍ້ອນວ່າເລີ້ມເຂົ້າລະດູຝົນ ແມ່ນລະດູການຂອງໄຂ້ເລືອດອອກ ແລະ ພະຍາດຊືມເຊື້ອອື່ນໆ ໂດຍສະເພາະຍາດທີ່ກັນໄດ້ດ້ວຍວັກຊີນ ເປັນຕົ້ນ: ພະຍາດຄໍຕີບ, ໄຂ້ໝາກແດງ, ໄອໄກ່.