ປະຈໍາວັນທີ 07 ພຶດສະພາ ປີ 2020
ທ່ານ ຮສ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ຜູ້ປະຈໍາການ ຄະນະສະເພາະກິດ
ທ່ານ ສະຫວັນຄອນ ຣາຊະມຸນຕີ ຮອງລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ຫົວໜ້າໂຄສະນາເຜີຍແຜ່ຂໍ້ມູນຂ່າວສານ
ຖະແຫຼງຂ່າວວ່າ:
- ສະພາບການເຝົ້າລະວັງ COVID-19 ຢູ່ ສປປ ລາວ ຮອດ 5 ໂມງແລງ ຂອງວັນທີ 06 ພຶດສະພາ 2020
- ວຽກງານຈຸດຜ່ານດ່ານ
- ຈໍານວນຜູ້ເດີນທາງເຂົ້າມາ ມີທັງໝົດ 1,806 ຄົນ
- ຈຸດຜ່ານດ່ານລາວ-ໄທ ທັງໝົດ 981 ຄົນ, ໃນນັ້ນ ມີແຮງງານລາວກັບມາຈາກປະເທດໄທ ຜ່ານດ່ານຊ່ອງເມັກ ແຂວງຈຳປາສັກ 28 ຄົນ ແລະ ຜ່ານດ່ານຂົວມິດຕະພາບ II ແຂວງສະຫວັນນະເຂດ ຈຳນວນ 02 ຄົນ, ເຫຼືອນັ້ນ ແມ່ນຜູ້ຂັບລົດຂົນສົ່ງສິນຄ້າ
- ຈຸດຜ່ານດ່ານລາວ-ຈີນ ທັງໝົດ 09 ຄົນ, ທັງໝົດ ແມ່ນຜູ້ຂັບລົດຂົນສົ່ງສິນຄ້າ
- ຈຸດຜ່ານດ່ານລາວ-ຫວຽດ ທັງໝົດ 816 ຄົນ, ທັງໝົດແມ່ນຜູ້ຂັບລົດຂົນສົ່ງສິນຄ້າ
- ຈຳນວນຜູ້ເດີນທາງຜ່ານສະໜາມບິນສາກົນວັດໄຕ 00 ຄົນ
- ໃນທຸກດ່ານ ແມ່ນໄດ້ກວດວັດອຸນຫະພູມຮ່າງກາຍ ແລະ ບໍ່ມີຄົນເປັນໄຂ້
- ສຳລັບແຮງງານລາວ ຈຳນວນ 28 ຄົນ ທີ່ເຂົ້າມາໃໝ່ ຜ່ານດ່ານຊ່ອງເມັກ ແຂວງຈຳປາສັກນັ້ນ ແມ່ນມີຖິ່ນຖານມາຈາກ:
- ແຂວງຈຳປາສັກ 17 ຄົນ
- ສະຫວັນນະເຂດ 08 ຄົນ
- ສາລະວັນ 03 ຄົນ
- ສ່ວນແຮງງານລາວທີ່ເຂົ້າມາຜ່ານດ່ານຂົວມິດຕະພາບ II ຈຳນວນ 02 ຄົນນັ້ນ ທັງໝົດແມ່ນມີຖິ່ນຖານມາຈາກ ແຂວງສະຫວັນນະເຂດ.
- ແຮງງານທັງໝົດໄດ້ເກັບຕົວຢ່າງມາກວດ ແລະ ນຳສົ່ງໄປຈຳກັດບໍລິເວນຢູ່ສູນຂອງແຂວງ ຈົນຄົບກຳນົດ 14 ວັນ.
- ການເຝົ້າລະວັງ ແລະ ວິເຄາະ
- ໃນວັນທີ 06 ພຶດສະພາ 2020, ໄດ້ເກັບຕົວຢ່າງມາກວດທັງໝົດ 99 ຄົນ, ໃນນັ້ນ ມີກໍລະນີສົງໄສ 06 ຄົນ ແລະ ແຮງງານລາວທີ່ກັບມາຈາກປະເທດໄທ 93 ຄົນ.
- ກໍລະນີສົງໄສ06 ຄົນ ແມ່ນມາຈາກ ນະຄອນຫຼວງວຽງຈັນ 03 ຄົນ, ສະຫວັນນະເຂດ 01 ຄົນ, ໄຊສົມບູນ 01 ຄົນ ແລະ ອຸດົມໄຊ 01 ຄົນ.
- ແຮງງານລາວທີ່ກັບມາຈາກປະເທດໄທ 93 ຄົນ ລາຍລະອຽດດັ່ງລຸ່ມນີ້:
- ຈຳປາສັກ 35 ຄົນ
- ສາລະວັນ 26 ຄົນ
- ຄຳມ່ວນ 14 ຄົນ
- ສະຫວັນນະເຂດ 11 ຄົນ
- ໄຊຍະບູລີ 02 ຄົນ
- ນະຄອນຫຼວງວຽງຈັນ 01 ຄົນ
- ອຸດົມໄຊ 01 ຄົນ
- ໄຊສົມບູນ 01 ຄົນ
- ຫຼວງພະບາງ 01 ຄົນ
- ວຽງຈັນ 01 ຄົນ
- ຜົນກວດທັງໝົດ 99 ຄົນ ຂອງມື້ວານນີ້ ບໍ່ພົບເຊື້ອ.
- ໝາຍຄວາມວ່າໃນວັນທີ 06 ພຶດສະພາ 2020 ບໍ່ມີຜູ້ຕິດເຊື້ອ.
- ນັບແຕ່ເດືອນມັງກອນ ຮອດ ວັນທີ 06 ພຶດສະພາ2020 ໄດ້ເກັບຕົວຢ່າງມາກວດທັງ
ໝົດ ມີ 2,604 ຕົວຢ່າງ, ກວດພົບເຊື້ອສະສົມ 19 ຄົນ (25 ມື້ແລ້ວທີ່ບໍ່ພົບຜູ້ຕິດເຊື້ອໃໝ່).
- ການຕິດຕາມຜູ້ເດີນທາງມາຈາກຕ່າງປະເທດໂດຍສະເພາະແຮງງານລາວ ຢູ່ສະຖານທີ່ຈຳກັດບໍລິເວນຕ່າງໆຂອງແຂວງ
- ປະຈຸບັນນີ້ທົ່ວປະເທດ ມີສູນຈໍາກັດບໍລິເວນ ທັງໝົດ 77 ສູນ, ມີຜູ້ຈຳກັດບໍລິເວນຢູ່ສູນ 621 ຄົນ, ທັງໝົດນີ້ບໍ່ມີຜູ້ຕິດເຊື້ອ.
- ການຕິດຕາມປີ່ນປົວຄົນເຈັບຢູ່ໂຮງໝໍ
- ປະຈຸບັນ ມີຜູ້ນອນຕິດຕາມຢູ່ໂຮງໝໍມິດຕະພາບ 10 ຄົນ ລວມທັງນ້ຳເບີ 14 ທີ່ເອົາກັບຄືນມານອນຕິດຕາມອາການຢູ່ໂຮງໝໍ, ທັງໝົດເຫັນວ່າມີອາການເບົາບາງ ແລະ ມື້ອື່ນນີ້ກໍ່ຈະເກັບຕົວຢ່າງມາກວດວິເຄາະເພື່ອຢັ້ງຢືນ, ຖ້າບໍ່ພົບເຊື້ອ 2 ຄັ້ງຕິດຕໍ່ກັນ 24 ຊົ່ວໂມງຈະພິຈາລະນາໃຫ້ອອກໂຮງໝໍ ໄປຈໍາກັດບໍລິເວນຢູ່ເຮືອນອີກ 14 ວັນ;
- ການຕິດຕາມສະພາບການລະບາດຂອງປະເທດໃກ້ຄຽງ ແລະ ການລະບາດຢູ່ໃນໂລກ ເຫັນວ່າ:
- ມາຮອດເວລາ 6:00 ໂມງເຊົ້າ ຂອງວັນທີ 07 ພຶດສະພາ 2020, ທົ່ວໂລກມີການລາຍງານການລະບາດ ທັງໝົດ 212 (ປະເທດ/ເຂດ)
– ມີການຢັ້ງຢືນ ຜູ້ຕິດເຊື້ອພະຍາດ COVID-19 ແມ່ນ 3,810,785 (86,267 ໃໝ່)
– ເສຍຊິວິດ 264,021 (5,995ໃໝ່) ກວມເອົາ 6.92 % ຂອງຜູ້ຕິດເຊື້ອທັງໝົດ;
– ປີ່ນປົວຫາຍດີ 1,287,656 (49,083 ໃໝ່) ກວມເອົາ 33.7 % ຂອງຜູ້ຕິດເຊື້ອທັງ
ໝົດ;
– ມີບາງປະເທດ ຈຳນວນຜູ້ຕິດເຊື້ອມື້ດຽວ ມີເຖິງ 19,036 ຄົນ ແລະ ເສຍຊີວິດ 1,850
ຄົນຕໍ່ມື້;
– ອັດຕາຄວາມຮ້າຍແຮງຂອງມື້ນີ້ແມ່ນ 6.92 % (ມື້ວານນີ້ 6.92 %).
- ສະເພາະກຸ່ມປະເທດອາຊຽນກໍ່ເຫັນວ່າ ຍັງມີບາງປະເທດທີ່ມີອັດຕາການຕິດເຊື້ອສູງ ເຖິງ 788 ຄົນ, ໃນວັນທີ 06 ພຶດສະພາ 2020, ຢູ່ກຸ່ມປະເທດອາຊຽນມີການເສຍຊີວິດໃນມື້ວານນີ້ມື້ດຽວ 48 ຄົນ.
- ຂໍ້ແນະນຳ
- ສປປ ລາວ ບໍ່ພົບຜູ້ຕິດເຊື້ອໃໝ່ 25 ມື້ແລ້ວ (ເລິ່ມແຕ່ວັນທີ 12 ເມສາ 2020 ເປັນຕົ້ນມາ). ໃນຈໍານວນຜູ້ຕິດເຊື້ອສະສົມ 19 ຄົນ ກໍ່ໄດ້ອອກໂຮງໝໍແລ້ວ 10 ຄົນ ແລະ ຍັງເຫຼືອ 09 ຄົນ ທີ່ຈະໄດ້ສືບຕໍ່ຕິດຕາມ ປິ່ນປົວຕາມອາການຢ່າງໃກ້ຊິດ ໃນນີ້ໄດ້ຮັບຄົນເຈັບເກົ່າເຂົ້າມາຕິດຕາມອາການ 01 ຄົນ, ລວມມີ 10 ຄົນຢູ່ໂຮງໝໍມິດຕະພາບ.
- ໃນໄລຍະຜ່ອນຜັນບາງມາດຕະການ ແຕ່ນີ້ເຖິງ ວັນທີ 17 ພຶດສະພານີ້ ຄະນະສະເພາະກິດພວກເຮົາຈະໄດ້ເອົາໃຈໃສ່ເຝົ້າລະວັງຢ່າງເຂັ້ມງວດຕໍ່ຜູ້ທີ່ຈະເດີນທາງເຂົ້າມາປະເທດເຮົາ ໂດຍການກວດວິເຄາະຫາເຊື້ອພະຍາດທຸກຄົນ ເພື່ອບໍ່ໃຫ້ນໍາເຊື້ອເຂົ້າມາປະເທດເຮົາອີກ. ຜູ້ທີ່ມີຜົນກວດວິເຄາະບວກ ກໍ່ຈະໄດ້ເອົາເຂົ້ານອນຕິດຕາມຢູ່ໂຮງໝໍ ເພື່ອບໍ່ໃຫ້ມີຄວາມສ່ຽງທີ່ຈະແຜ່ກະຈາຍເຊື້ອອອກໄປຕິດໃສ່ຜູ້ອື່ນ, ຜູ້ທີ່ມີຜົນກວດວິເຄາະລົບກໍ່ຈະໄດ້ໄປຈຳກັດບໍລິເວນ ຢູ່ ສູນຂອງແຕ່ລະແຂວງຈົນຄົບກຳນົດ 14 ວັນ, ບັນດາພໍ່ແມ່ປະຊາຊົນບັນດາເຜົ່າຈະຕ້ອງໄດ້ເອົາໃຈໃສ່ ເປັນເຈົ້າການປະຕິບັດຕາມແຈ້ງການ ແລະ ຄຳແນະນຳຕ່າງໆຢ່າງເຂັ້ມງວດ ເພື່ອຊ່ວຍສະໜັບສະໜູນມາດຕະການຄວບຄຸມການລະບາດຂອງພະຍາດ COVID-19 ນີ້ ໃຫ້ມີປະສິດທິຜົນ ເພື່ອຈະໄດ້ກຳນົດມາດການຜ່ອນຜັນສືບຕໍ່ໄປອີກຫຼັງຈາກວັນທີ 17 ພຶດສະພາ 2020. ໂດຍສະເພາະການປະຕິບັດມາດຕະການປ້ອງກັນການຕິດເຊື້ອຂອງມວນຊົນເປັນຕົ້ນ ການລ້າງມືດ້ວຍນຳ້ສະອາດ ແລະ ສະບູ ຫຼື ໃຊ້ເຈວລ້າງມື ຂ້າເຊື້ອ 70% ຂື້ນໄປ, ການປະຕິບັດໄລຍະຫ່າງ, ການໃສ່ຜ້າປິດປາກ-ດັງ, ເວລາອອກຈາກບ້ານ ຫຼື ຢູ່ສະຖານທີ່ບໍລິການຕ່າງໆ.
- ສະນັ້ນ, ຈຶ່ງຮຽກຮ້ອງໃຫ້ທຸກພາກສ່ວນໃນສັງຄົມ ເອົາໃຈໃສ່ຮ່ວມແຮງຮ່ວມໃຈກັນ ຈັດຕັ້ງປະຕິບັດໃຫ້ຖືກຕ້ອງ ແລະ ເຂັ້ມງວດ.ການທີ່ຈະປ້ອງກັນການລະບາດຄືນມາ
ຮອບໃໝ່ ຫຼື ຈະເພິ່ມການຜ່ອນຜັນມາດຕະການອື່ນໆ ຫຼັງຈາກວັນທີ 17 ພຶດສະພານີ້ ແມ່ນຂຶ້ນກັບພວກເຮົາໝົດທຸກຄົນ.
- ບັນດາທ່ານໄດ້ຮັບຊາບຂໍ້ມູນຂ່າວສານ ກ່ຽວກັບສະພາບການລະບາດຂອງພະຍາດ COVID-19 ແລະ ການຕິດຕາມປີ່ນປົວຜູ້ຕິດເຊື້ອຢູ່ໂຮງໝໍ
- ຖ້າວ່າບັນດາທ່ານ ຫຼື ຄົນໃນຄອບຄົວຂອງທ່ານ ຫາກມີອາການໄຂ້, ໄອ, ເຈັບຫົວ, ເຈັບທ້ອງ ຫຼື ມີອາການອື່ນໆ ກໍ່ຂໍໃຫ້ບັນດາທ່ານ ເຂົ້າໄປພົບແພດຢູ່ໂຮງໝໍ ເພື່ອຈະໄດ້ຄັດແຍກ ວ່າມີອາການສົງໃສ ກ່ຽວກັບພະຍາດ COVID-19 ຫຼືບໍ່ ພ້ອມທັງຈະໄດ້ເກັບຕົວຢ່າງໄປກວດວິເຄາະຊອກຫາເຊື້ອ ຫຼືວ່າ ບັນດາທ່ານທີ່ມີພະຍາດອື່ນກໍ່ຈະໄດ້ຄັດແຍກໄປບ່ອນໜຶ່ງສະເພາະ ເພື່ອທຳການປິ່ນປົວຢ່າງທັນການ.