ຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ COVID-19 ຖະແຫຼງຂ່າວປະຈໍາວັນທີ 08 ພຶດສະພາ 2020 ໂດຍ: ທ່ານ ຮສ ດຣ. ພູທອນ ເມືອງປາກ, ຮອງລັດຖະມົນຕີກະຊວງສາທາລະນະສຸກ, ຜູ້ປະຈໍາການຄະນະສະເພາະກິດ ພ້ອມດ້ວຍ ທ່ານ ປອ ກິແກ້ວ ຈັນທະບູລີ, ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທືນ.

ສະພາບການເຝົ້າລະວັງ COVID-19 ຢູ່ ສປປ ລາວຮອດ 5 ໂມງແລງ ຂອງວັນທີ 07 ພຶດສະພາ 2020 ຕາມຈຸດຜ່ານດ່ານຕ່າງໆ ມີຈໍານວນຜູ້ເດີນທາງເຂົ້າມາມີທັງໝົດ 2,001 ຄົນ ມີຄື:
- ຈຸດຜ່ານດ່ານລາວ-ໄທ ທັງໝົດ 1,233 ຄົນ, ໃນນັ້ນມີແຮງງານລາວກັບມາຈາກປະເທດໄທຜ່ານດ່ານຊ່ອງເມັກ ແຂວງຈຳປາສັກ 95 ຄົນ, ເຫຼືອນັ້ນແມ່ນຜູ້ຂັບລົດຂົນສົ່ງສິນຄ້າ
- ຈຸດຜ່ານດ່ານລາວ-ຈີນ ທັງໝົດ 17 ຄົນ,ທັງໝົດ ແມ່ນຜູ້ຂັບລົດຂົນສົ່ງສິນຄ້າ
- ຈຸດຜ່ານດ່ານລາວ-ຫວຽດ ທັງໝົດ 751 ຄົນ, ທັງໝົດແມ່ນຜູ້ຂັບລົດຂົນສົ່ງສິນຄ້າ
- ຈຳນວນຜູ້ເດີນທາງຜ່ານສະໜາມບິນສາກົນວັດໄຕ 00 ຄົນ

ສຳລັບແຮງງານລາວຈຳນວນ 95 ຄົນ ທີ່ເຂົ້າມາໃໝ່ຜ່ານດ່ານຊ່ອງເມັກແຂວງຈຳປາສັກນັ້ນແມ່ນມີຖິ່ນຖານມາຈາກ:
- ແຂວງຈຳປາສັກ 82 ຄົນ
- ສະຫວັນນະເຂດ 08 ຄົນ
- ສາລະວັນ 01 ຄົນ
- ຄຳມ່ວນ 04 ຄົນ
- ແຮງງານທັງໝົດໄດ້ເກັບຕົວຢ່າງມາກວດ ແລະ ນຳສົ່ງໄປຈຳກັດບໍລິເວນຢູ່ສູນຂອງແຂວງຈົນຄົບກຳນົດ 14 ວັນ.
ການເຝົ້າລະວັງ ແລະ ວິເຄາະ ໃນວັນທີ 07 ພຶດສະພາ 2020, ໄດ້ເກັບຕົວຢ່າງມາກວດທັງໝົດ 129 ຄົນ, ໃນນັ້ນມີກໍລະນີສົງໄສ 12 ຄົນ, ຜູ້ຕິດເຊື້ອທີ່ອອກໂຮງໝໍແຂວງຫຼວງພະບາງ 02 ຄົນແລ້ວກັບມາກວດຄືນ, ຜູ້ທີ່ນອນປິ່ນປົວຕິດຕາມອາການຢູ່ໂຮງໝໍມິດຕະພາບ 10 ຄົນ ແລະແຮງງານລາວທີ່ກັບມາຈາກປະເທດໄທ 105 ຄົນ. ຜູ້ຕິດເຊື້ອທີ່ອອກໂຮງໝໍແລ້ວກັບມາກວດຄືນ 02 ຄົນແມ່ນຜູ້ທີ່ປິ່ນປົວຫາຍດີຢູ່ໂຮງໝໍແຂວງຫຼວງພະບາງເຊິ່ງແມ່ນນ້ຳເບີ 05 ແລະ 08 ພາຍຫຼັງຕິດຕາມຄົບກຳນົດ 14 ວັນແລ້ວມາກວດຄືນ. ກໍລະນີສົງໄສ 12 ຄົນແມ່ນມາຈາກນະຄອນຫຼວງວຽງຈັນ 01 ຄົນ, ຫຼວງພະບາງ 09 ຄົນ ແລະ ສະຫວັນນະເຂດ 02 ຄົນ.

ສຳລັບແຮງງານລາວທີ່ກັບມາຈາກປະເທດໄທ 105 ຄົນ ລາຍລະອຽດດັ່ງລຸ່ມນີ້:
- ຈຳປາສັກ 48 ຄົນ
- ສະຫວັນນະເຂດ 29 ຄົນ
- ຄຳມ່ວນ 13 ຄົນ
- ໄຊຍະບູລີ 06 ຄົນ
- ສາລະວັນ 05 ຄົນ
- ນະຄອນຫຼວງວຽງຈັນ 03 ຄົນ
- ຫຼວງພະບາງ 01ຄົນ
ຜົນກວດທັງໝົດ 129 ຄົນ ຂອງມື້ວານນີ້ບໍ່ພົບເຊື້ອ ນັບຕັ້ງແຕ່ເດືອນມັງກອນ ຮອດ ວັນທີ 07 ພຶດສະພາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດມີ 2,733 ຕົວຢ່າງ, ກວດພົບເຊື້ອສະສົມ 19 ຄົນ (26 ມື້ແລ້ວທີ່ບໍ່ພົບຜູ້ຕິດເຊື້ອໃໝ່).
Medialaos MMD