ເປີດຕຳນານ Honda Motor ຊາຍຄົນໜຶ່ງທີ່ຊື່ວ່າ Soichiro Honda ຜູ້ທີ່ສ້າງປະຫວັດສາດອຸດສາຫະກຳໃນຍີ່ປຸ່ນ ຜູ້ສ້າງຕັ້ງຮອນດ້າ ເຊີ່ງເປັນບຸກຄົນສຳຄັນສຳລັບຍານພາຫະນະ ເຊີ່ງຕ້ອງໄດ້ຜ່ານສົງຄາມໂລກຄັ້ງທີສອງ ໂຮງງານຖືກລະເບີດ 2 ຄັ້ງຈົນບໍ່ສາມາດສ້ອມແປງໄດ້ຕ້ອງຂາຍທຸລະກິດ ເສຍໃຈຫຼາຍຈົນກາຍເປັນຄົນເມົາເຫຼົ້າ 1 ປີເຕັມ ຫຼັງຈາກນັ້ນສະຕິກໍ່ກັບຄືນມາອີກຄັ້ງ ໃຊ້ວິກິດຫຼັງສົງຄາມເປັນໂອກາດໂດຍການສ້າງລົດຈັກໃນທົ່ວປະເທດ ແລະ ກາຍເປັນຍີ່ຫໍ້ທີ 2 ໃນຍີ່ປຸ່ນ ແລະ ອັນດັບ 26 ຂອງໂລກ ຊື່ຂອງ Soichiro Honda ໄດ້ຖືກຈາລຶກໄວ້ໃນລົດຈັກ ຖືວ່າເປັນຄົນອາຊຽນຄົນທໍາອິດທີ່ໄດ້ຮັບກຽດຕິຍົດ.

Soichiro Honda ເກີດໃນວັນທີ 17 ເດືອນພະຈິກປີ 1906 ໃນປະເທດຍີ່ປຸ່ນ ເມືອງ Shizuoka ບ້ານ Tenryu ເຊີ່ງໃກ້ກັບບ້ານ Mount Fuji ແລະ ໃກ້ກັບເມືອງ Hamamaysu ລາວໄດ້ເຕີບໃຫຍ່ໃນຄອບຄົວທີ່ມີອາຊີບເປັນຊ່າງຕັດຫຍິບ ແລະ ຊ່າງສ້ອມແປງລົດຖີບແລະ ໄດ້ຂາຍຫຼາຍຮຸ່ນຄົນ Soichiro ເປັນເດັກນ້ອຍຊອກຮູ້ຊອກເຫັນ ມັກຮໍ່າຮຽນ ແລະ ລາວໄດ້ມີໂອກາດສ້ອມແປງເຄື່ອງຈັກກົນຕັ້ງແຕ່ຍັງເດັກນ້ອຍ ແລະ ຊ່ວຍພໍ່ຂອງລາວ ແກ້ໄຂລົດຖີບແຕ່ຍັງນ້ອຍ ແລະ ລາວໄດ້ມີພື້ນຖານດ້ານວິສະວະກຳດີ.

ຄວາມໄຝ່ຝັນຂອງເດັກຄົນນີ້ເລີ່ມຕົ້ນຕອນອາຍຸໄດ້ປະມານ 10 ປີ ມີລົດໃຫຍ່ຄັນໜື່ງແລ່ນຜ່ານໝູ່ບ້ານ ເຊິ່ງເຮັດໃຫ້ Soichiro ຕື່ນເຕັ້ນຫຼາຍ ລາວມີຄວາມຕັ້ງໃຈວ່າມື້ໜື່ງລາວຕ້ອງສ້າງລົດດ້ວຍຕົນເອງ ແລະ ມີເທື່ອໜຶ່ງຕອນລາວຍັງເປັນເດັກນ້ອຍ ລາວລັກເອົາເງິນ ແລະ ລົດຖີບຂອງພໍ່ໄປທ່ຽວຢູ່ສະໜາມບິນ ເຊິ່ງຫ່າງຈາກເຮືອນປະມານ 20 ກິ ໂລແມັດ ແຕ່ບັດເຂົ້າມີລາຄາແພງ ເງິນທີ່ເອົາມາແມ່ນບໍ່ພຽງພໍທີ່ຈະຈ່າຍຄ່າປີ້ ແຕ່ແທນທີ່ລາວຈະລົ້ມເລີກຄວາມຕັ້ງໃຈ ແຕ່ລາວບໍ່ໄດ້ປະຖິ້ມຄວາມພະຍາຍາມດັ່ງກ່າວເລີຍ ລາວໄດ້ລໍຖ້າເບິ່ງຢູ່ທາງນອກ ແລະ ສິ່ງນັ້ນໄດ້ເຮັດໃຫ້ພໍ່ຂອງລາວເຫັນແວວລູກຊາຍຂອງຕົນເອງ ວ່າມີຄວາມສົນໃຈໃນດ້ານນີ້ເປັນພິເສດ.

Soichiro ແມ່ນເດັກທີ່ຮຽນໜັງສືບໍ່ເກັ່ງ ເພາະບໍ່ມັກອ່ານ ແລະ ບໍ່ມັກຂຽນໃນປື້ມຕຳລາຮຽນ ແຕ່ລາວກັບມີຄວາມຊຳນານໃນການສ້າງສັນປະດິດສ້າງ ເພາະສະນັ້ນຈຶ່ງຕັດສິນໃຈເລີກຮຽນເມື່ອອາຍຸ 15 ປີ ແລະ ຕັດສິນໃຈຊອກເຮັດວຽກຢູ່ໂຕກຽວ ແລະ ໄດ້ສະໝັກເຂົ້າເຮັດວຽກຢູ່ທີ່ Art Shokai Garage ແຕ່ກັບພົບວ່າລາວໄດ້ຮັບໜ້າທີ່ເປັນຜູ້ລ້ຽງເດັກໃຫ້ເຈົ້າຂອງອູ່ສ້ອມແປງລົດ ແຕ່ຫຼັງຈາກປະມານໜຶ່ງເດືອນລາວກໍ່ໄດ້ກາຍມາເປັນຊ່າງແປງເຄື່ອງຈັກ.

ໃນປີ 1923 ແຜ່ນດິນໄຫວຄັ້ງຍີ່ງໃຫຍ່ໄດ້ເກີດຂື້ນຢູ່ໂຕກຽວ ສ້າງຄວາມເສຍຫາຍໃຫ້ເຮືອນຫຼາຍຫຼັງ ແລະ ໄຟໄໝ້ໃນເຮືອນ ເຊິ່ງຖືວ່າເປັນໜຶ່ງໃນໄພອັນຕະລາຍທີ່ໃຫຍ່ທີ່ສຸດໃນປະເທດຍີ່ປຸ່ນ ນັກວິຊາການທຸກຄົນທີ່ຢູ່ອູ່ສ້ອມແປງໄດ້ແຍກກັນ ແລະ ອໍາລາກັນກັບເຮືອນ ຍົກເວັ້ນແຕ່ຊ່າງຫັດຖະກຳຄົນດຽວ ແລະ Soichiro ແຕ່ກໍ່ຖືວ່າເປັນຊ່ວງເວລາທີ່ດີ ສຳລັບ Soichiro ຈະຮຽນຮູ້ກ່ຽວກັບເຄື່ອງຈັກເຕັມທີ່ຈາກກົນຈັກ ເຊີ່ງໄດ້ຮັບການປູກຝັງໂດຍເຈົ້າຂອງອູ່ສ້ອມແປງ ກ່ຽວກັບເລື່ອງການແຂ່ງລົດ ມັນໄດ້ສົ່ງຜົນຮັບເຮັດໃຫ້ລົດຂອງ Honda ເປັນລົດແຂ່ງທີ່ດີທີ່ສຸດໃນອັນດັບຕົ້ນໆ ຂອງໂລກ.

ຫຼັງຈາກເຮັດວຽກຢູ່ທີ່ນີ້ໄດ້ປະມານ 6 ປີ Soichiro ໄດ້ອາຍຸ 21 ປີ ກໍ່ໄດ້ຕັດສິນໃຈກັບໄປບ້ານເກີດ ແລະ ຍັງໄດ້ຮັບຄວາມໄວ້ວາງໃຈຈາກ Art Shokai ໃຫ້ເປັນຕົວແທນສາຂາຢູ່ Hamamatsu ແລະ ໄດ້ຮັບອິດສະຫຼະ ໄດ້ສ້າງສິ່ງໃໝ່ໆ ຈົນໄດ້ຮັບຊື່ຫຼິ້ນວ່າ “Edison of Japan”

ມາຮອດໃນປີ 1936 ລາວໄດ້ສ້າງຕັ້ງບໍລິສັດ “Tōkai Seiki” ເພື່ອຜະລິດ ແລະ ສົ່ງວົງແຫວນລູກສູບ (piston rings) ໃຫ້ບໍລິສັດ Toyota.

ແຕ່ທຸກຢ່າງເບິ່ງຄືວ່າຈະໄປໄດ້ດີ ແຕ່ລາວໄດ້ເກີດອຸປະຕິເຫດໃນລະຫວ່າງທີ່ແຂ່ງລົດ ເຊິ່ງຕ້ອງໄດ້ນອນໂຮງໝໍເປັນເວລາຫຼາຍກວ່າ 3 ເດືອນເຕັມ ຍັງໄດ້ຮັບຂ່າວຮ້າຍຈາກການຜະລິດວົງແຫວນລູກສູບ ລຸ້ນທຳອິດຫຼາຍກ່ວາ 30,000 ອັນ ເຊິ່ງໂຕໂຍຕ້າຫາກໍ່ກວດກາພຽງແຕ່ 50 ອັນ ແຕ່ກັບພົບວ່າຊິ້ນສ່ວນຕ່າງໆ ທີ່ຜ່ານມາດຕະຖານຂອງໂຮງງານມີພຽງແຕ່ 3 ອັນ (ສາມາດເວົ້າໄດ້ວ່າມາດຕະຖານການຜະລິດຂອງລາວແມ່ນຢູ່ໃນລະດັບ 0,01% ຖືວ່າຕໍ່າຫຼາຍ).

ເຫດຜົນຄວາມລົ້ມເຫຼວນີ້ເກີດຂື້ນ ຊື່ງແມ່ນລາວມີອັກຄະຕິກັບຄວາມຮູ້ໃນປື້ມຕຳລາ ແບບຮຽນ ແລະ ຈາກທິດສະດີໃນປື້ມຕຳລາຮຽນ ເຊີ່ງມັນມີຜົນກະທົບໃນການລົງມືປະຕິບັດຕົວຈີງ ແນວໃດກໍ່ຕາມລາວມີຄວາມໝັ້ນໃຈຕົນເອງໃນຝີມືການເຮັດວຽກຂອງລາວ ແຕ່ກັບກາຍເປັນວ່າວົງແຫວນລູກສູບບໍ່ໄດ້ມາດຕະຖານຖືກຕີກັບຈາກບໍລິສັດໂຕໂຢຕ້າທັງໝົດ.

ລາວຈີ່ງໄດ້ຕັດສິນໃຈເຂົ້າຮຽນຕອນຄໍ່າຢູ່ທີ່ Hamamatsu ກ່ຽວກັບລູກສູບອີກເທື່ອໜຶ່ງ ແລະ ໃນລະຫວ່າງທີ່ກຳລັງຮຽນຢູ່ ລາວໄດ້ໄປຢ້ຽມຢາມໂຮງງານອຸດສາຫະກໍາທົ່ວເກາະຍີ່ປຸ່ນ ເພື່ອຮຽນຮູ້ການຄວບຄຸມຄຸນນະພາບຂອງການຜະລິດໃຫ້ໄດ້ມາດຕະຖານຫຼາຍຂື້ນ ຈົນກັບມາບໍລິຫານໂຮງງານໃໝ່ໄດ້ ແລະ ສາມາດຜະລິດວົງແຫວນລູກສູບໄດ້ເປັນຈຳ ນວນຫຼວງຫຼາຍ ສຸດທ້າຍໄດ້ຮັບການຍອມຮັບຈາກໂຕໂຍຕ້າ.

ໂຊກດີ ອະນາຄົດກຳລັງຮຸ່ງເຮືອງ ແຕ່ພັດໄດ້ປະເຊີນ​​ໜ້າກັບວິກິດຂອງສົງຄາມໂລກຄັ້ງທີ 2 ເຊິ່ງບັນຫາທຳອິດທີ່ພົບໃນແມ່ນໂຮງງານປະສົບກັບການຂາດແຄນວັດຖຸດິບທີ່ເປັນທາດເຫຼັກ ໃນນັ້ນທາດເຫຼັກສ່ວນຫຼາຍແມ່ນໃຊ້ໃນການຜະລິດອຸປະກອນການທະຫານ ແຕ່ລາວໄດ້ແກ້ໄຂໂດຍເກັບຖັງນໍ້າມັນທີ່ເປົ່າ ທີ່ທາງທະຫານອາເມລິກາປະຖີ້ມນໍາມາໃຊ້ ເປັນວັດຖຸດິບແທນສຳລັບການຜະລິດ.

ບັນຫາຕໍ່ມາຍິ່ງຮ້າຍແຮງກວ່າເກົ່າ ເພາະໂຮງງານຂອງລາວໃກ້ສະໜາມບິນ Hamamattsu ຈີ່ງເຮັດໃຫ້ຕົກເປັນເປົ້າໝາຍໃນການວາງລະເບີດ ໂດຍຖືກລະເບີດສອງຄັ້ງ ຄັ້ງທຳອິດກໍ່ຍັງສາມາດສ້ອມແປງໂຮງງານໄດ້ ແຕ່ຄັ້ງທີສອງໂຮງງານຂອງລາວໄດ້ຮັບຄວາມເສຍຫາຍຫຼາຍເກີນໄປບໍ່ສາມາດສ້ອມແປງ Soichiro ຕັດສິນໃຈຂາຍບໍລິສັດໃຫ້ Toyota ໃນລາຄາ 450,000 yen ຫຼັງຈາກໄດ້ຂາຍທຸລະກິດ Soichiro ກໍ່ຈົມປັກໃນຄວາມໂສກເສົ້າ ກາຍເປັນຄົນຂີ້ເຫຼົ້າເກືອບໜຶ່ງປີ.

ແລະ ຕໍ່ມາສົງຄາມໂລກຄັ້ງທີ 2 ໄດ້ຜ່ານໄປ ຈາກຄວາມພ່າຍແພ້ຂອງຍີ່ປຸ່ນ ຈີ່ງເຮັດໃຫ້ຮ່ອງຮອຍຂອງຄວາມເສຍຫາຍຮ້າຍແຮງ ຫຼັງຈາກນັ້ນຍີ່ປຸ່ນໄດ້ປະສົບກັບບັນຫາການຂາດແຄນນໍ້າມັນ ເຮັດໃຫ້ການສັນຈອນໄປມາໃນການເດີນທາງຕ້ອງໄດ້ຍ່າງ ຫຼື ການຂີ່ລົດຖີບຫຼາຍທີ່ສຸດໃນເວລານັ້ນ ແຕ່ປະຊາຊົນຍັງຕ້ອງການຄວາມສະດວກສະບາຍໃນການເດີນທາງ ເພາະວ່າບາງຄັ້ງການເດີນທາງ ຫຼື ການຂົນສົ່ງສິນຄ້າໂດຍທາງລົດໄຟແມ່ນບໍ່ສະດວກເທົ່າທີ່ຄວນ.

Soichiro ຖືເອົາໂອກາດນີ້ພະຍາຍາມຜະລິດເຄື່ອງຈັກຂະໜາດນ້ອຍທີ່ລຽບງ່າຍ ໂດຍການໃຊ້ກາຕົ້ມນໍ້າຮ້ອນທີ່ຜະລິດຈາກໂລຫະປະສົມ ຈາກນັ້ນປ່ຽນເປັນຖັງນໍ້າມັນເຊື້ອໄຟຂະໜາດນ້ອຍແລ້ວເຊື່ອມຕໍ່ກັບເຄື່ອງຈັກ ແລ້ວນຳໄປຕິດຕັ້ງລົດຖີບ (ລຸ້ນ Model A Type) ເພື່ອໃຫ້ເມຍໄດ້ໃຊ້ ຈົນເພື່ອນບ້ານໃນເຂດນັ້ນໄດ້ມາຂໍໃຫ້ Soichiro ເຮັດໃຫ້ນີ້ເປັນການເລີ່ມຕົ້ນທີ່ຈະເຫັນເສັ້ນທາງໃນການສ້າງທຸລະກິດໃໝ່.

ເຖິງແມ່ນວ່າວັດຖຸດິບທີ່ໃຊ້ໃນການຜະລິດລົດແມ່ນຂ້ອນຂ້າງຫາຍາກ ແຕ່ລາວບໍ່ຍອມ ຈຳນົນຕໍ່ອຸປະສັກນີ້ ສະນັ້ນລາວຈຶ່ງເລີ່ມຂຽນຈົດໝາຍ ເພື່ອສົ່ງໄປຫາຮ້ານຂາຍລົດຖີບຫຼາຍກວ່າ 15,000 ຮ້ານທົ່ວປະເທດ ແລະ ໄດ້ຮັບຈົດໝາຍຕອບກັບ 5,000 ສະບັບ ເພື່ອຈັດຊື້ວັດຖຸດິບສຳລັບການຜະລິດລົດຈັກ.

ຈົນຮອດປີ 1947 ບໍລິສັດ Honda Motor ໄດ້ເກີດຂື້ນ ແລະ ໄດ້ສ້າງລົດຈັກ D-type ເຊິ່ງພວກເຮົາເປັນທີ່ຮູ້ວ່າ Honda Dream ຖືວ່າເປັນແຈ້ງເກີດຂອງ Honda Motor ເຮັດໃຫ້ຍອດຂາຍຫຼຸດລົງ ຜົນໄດ້ຮັບພຽງແຕ່ 2 ປີຕໍ່ມາ ບໍລິສັດຮອນດ້າມໍເຕີໄດ້ກາຍເປັນບໍລິສັດຜະລິດລົດຈັກທີ່ໃຫຍ່ທີ່ສຸດໃນປະເທດຍີ່ປຸ່ນ ແລະ ຂະຫຍາຍໄປທົ່ວໂລກດ້ວຍການສົ່ງອອກລົດ Super Cub ເຮັດໃຫ້ບໍລິສັດ Honda Motor ມີຊື່ສຽງໃນຕະຫຼາດໂລກ.

ໂດຍເລີ່ມຕົ້ນຈາກຄົນຕ່າງປະເທດເພື່ອຕິດຕໍ່ເປັນຕົວແທນຈຳໜ່າຍລົດຈັກຮອນດ້າ ດັ່ງຈີ່ງເລັ່ງຂະຫຍາຍພື້ນຖານການຜະລິດ ໃນປີ 1961 ບໍລິສັດສາມາດຜະລິດລົດຈັກໄດ້ 100,000 ຄັນຕໍ່ເດືອນ ແລະ ໃນປີ 1968 ສາມາດຜະລິດລົດໄດ້ 1,000,000 ຄັນຕໍ່ເດືອນ ຮອນດ້າ ໃນຊ່ວງໄລຍະກາງປີ 80 ນັ້ນ ໄດ້ຊົມໃຊ້ການຕະຫຼາດຫຼາຍກວ່າ 60 ເປີເຊັນ.

ຄວາມໄຝ່ຝັນມາດົນນານໃນໄວເດັກ ແມ່ນການຜະລິດລົດເປັນຂອງຕົນເອງ ຫຼັງຈາກປະສົບຜົນສຳເລັດຢ່າງລົ້ນເຫຼືອໃນອຸດສາຫະກຳລົດຈັກ ໃນປີ 1970 ລາວໄດ້ເຂົ້າສູ່ອຸດສາຫະກຳລົດໃຫຍ່ເຊິ່ງຖືວ່າຈະຖືກຄັດຄ້ານ ແລະ ບໍ່ເຫັນດີກັບຄວາມຄິດຂອງ Soichiro ແຕ່ລາວບໍ່ສົນໃຈ ແລະ ຍັງມຸ່ງໜ້າສູ່ຄວາມໄຝ່ຝັນໃນໄວເດັກຂອງລາວຕໍ່ໄປ.

ສ້າງຄວາມແຕກຕ່າງຈາກລົດໃນທ້ອງຕະຫຼາດ ລົດສ່ວນຫຼາຍມີບັນຫາກ່ຽວກັບອາຍແກັສທີ່ຖືກເຜົາໄໝ້ ເຊີ່ງຍັງບໍ່ມີໃຜທີ່ສາມາດຜະລິດເຄື່ອງຈັກທີ່ມີມົນລະພິດຕໍ່າໄດ້.

ປີ 1973 ລາວໄດ້ແນະນຳເຄື່ອງຈັກປ່ອຍອາຍພິດຕໍ່າ ແລະ ໄດ້ອອກແບບລົດ Honda Civic ເຊິ່ງໃນເວລານັ້ນແມ່ນຊ່ວງເວລາທີ່ເກີດວິກິດການນໍ້າມັນແພງ ສົ່ງຜົນໄດ້ຮັບລາງວັນລົດໃຫຍ່ທີ່ມີປະສິດທິພາບດີທີ່ສຸດໃນໂລກໃນເວລານັ້ນ ແລະ Honda ໄດ້ຮັບຄວາມນິຍົມຢ່າງໄວວາ ນອກຈາກນີ້ Soichiro Honda ໄດ້ຮັບກຽດເປັນ Automotive Hall of Fame ຖືວ່າເປັນຄົນອາຊຽນຜູ້ທຳອິດທີ່ໄດ້ຮັບກຽດຕິຍົດດັ່ງກ່າວ ໃນຕົ້ນປີ 80 Soichiro ໄດ້ນຳລົດ Honda ເປັນອັນດັບ 3 ຂອງບັນດາຜູ້ຜະລິດລົດໃຫຍ່ຂອງຍີ່ປຸ່ນ ແລະ ໃນທ້າຍປີ 80 ບໍລິສັດ Honda ກໍ່ກາຍເປັນອັນດັບ 3 ໃນໂລກ.

Soichiro Honda ໄດ້ຈາກໂລກໃນວັນທີ 5 ສິງຫາ 1991 ໃນໄວ 85 ປີ ລາວໄດ້ສ້າງສິ່ງປະດິດຫຼາຍກ່ວາ 470 ຜົນງານ ແລະ ເປັນເຈົ້າຂອງສິດທິບັດຫຼາຍກ່ວາ 150 ສະບັບ ນອກຈາກນີ້ຍັງໄດ້ຮັບປະລິນຍາບັນດິດສູງສຸດຈາກມະຫາວິທະຍາໄລເຕັກນິກ Michigan ແລະ ມະຫາວິທະຍາໄລລັດ Ohio ເຊີ່ງສາມາດສ້າງລາຍຮັບໄດ້ຫຼາຍກວ່າ 30 ຕື້ໂດລາ.