ວິກິດການຜ່ານພົ້ນ…ປວງຊົນລາວຫາຍລຳບາກ
ທ່ານພູທອນເມືອງປາກ…ຖະແຫຼງຂ່າວລາຍວັນ
ວ່າໂຄວິດບໍ່ຕິດກັນ….38 ວັນມາແລ້ວ
ສາມາດຂຶ້ນບໍ່ແກ້ວ…ລົງຮອດອັດຕະປື
ລັດຖະບານອອກໜັງສື…ຜ່ອນຄາຍຫຼາຍຢ່າງ
ສືບຕໍ່ໄລຍະຫ່າງ…ປິດເທັກປິດບາ
ຢ້ານໂລກໂຄໂລນາ…ກັບມາຮອບໃຫມ່
ປະຊາຊົນເຮັດໄດ້…ບໍ່ຂັດຂ້ອງຈັກແນວ
ແຕ່ມີເລື່ອງວົນແຊວ…ຄືລາຄາໄຟຟ້າ
ຜູ້ຊົມໃຊ້ບອກວ່າ….ລາຄາໄຟແພງ
ບໍລິສັດອອກຊີ້ແຈງ…ວ່າເປັນຂອງເດືອນກ່ອນ
ລັດວ່າຊິຫຼຸດຜ່ອນ….ຄູນສອງຂັ້ນພໍ
ພັດວ່າໂອລະນໍ….ພວດຂື້ນສາມທົບ
ບາງຄົນລົງຄລິບນົບ…ຮອດຫຼັກເສົາໄຟ
ຂໍໃຫ້ຄືນກັບໄປ…ຄູນເປັນຫົກຂັ້ນ
ບໍ່ສະນັ້ນໃຫ້ລັດປັບປຸງ…ວາງລາຄາໄວ້ສູງຮອດ 2025
ບໍ່ເໝາະສົມດອກນ໋າ…ອາກາດເມືອງລາວ
ເຊິ່ງບໍ່ແມ່ນເມືອງໜາວ….ຄືນະຄອນຊິດນີ່
ທັງໝົດກ່າວມານີ້…ເພື່ອຂໍຮ້ອງລັດຖະບານ
ຢ່າຊູຟ້າວລຳຄານ…ຊ່ວຍພວກເຮົາດ່ວນ
ຄັນວ່າລັດບໍ່ຊວ້ານ….ຊິຕາຍມ້ວນມອດຊີວັງແທ້ແລ້ວ.
21/5/2020.
ພ ແສງສີລິຈັນ